ເປັນຫຍັງ ບາງຄົນ ເວລາເມົາ ແລ້ວກາຍເປັນຝຣັ່ງ ເວົ້າອັງກິດເກັ່ງປານໄປລັກຮຽນມາ?


ມີໃຜເຄີຍເປັນ ຫຼື ມີໝູ່ແບບນີ້ບໍ່ ທີ່ເວລາເມົາມັກຈະມີຄົນໜຶ່ງເລີ່ມເວົ້າພາສາອັງກິດຂຶ້ນມາ ທັ້ງໆທີ່ໃນວົງເຫຼົ້າບໍ່ມີຄົນເວົ້າພາສາອັງກິດ ຫຼື ຄົນຕ່າງຊາດຢູ່ເລີຍ ແຖມເວົ້າໄດ້ຄ່ອງແບບນຶກບໍ່ເຖິງອີກດ້ວຍ ແລະ ກໍຈະມີອີກຫຼາຍຄົນເລີ່ມເວົ້າຕາມມາ ແລະ ກາຍເປັນວ່າຢູ່ໆກໍກາຍເປັນຝຣັ່ງຕອນເມົາ.

ແຕ່ວ່າກໍມີງານວິໄຈທີ່ອະທິບາຍເລື່ອງນີ້ຢູ່ ແລະ ເປັນການພິສູດວ່າການດື່ມແອລກໍຮໍ ເຮັດໃຫ້ເຮົາສາມາດເວົ້າພາສາທີສອງໄດ້ເກັ່ງຂຶ້ນແທ້ ຮູ້ແບບນີ້ແລ້ວຢ່າເອົາໄປໃຊ້ຕອນເສັງພາສາເດີ້.
ງານວິໄຈດັ່ງກ່າວ ຊີ້ບອກວ່າ ແອລກໍຮໍມີຜົນກັບຄວາມສາມາດ ໃນການເວົ້າພາສາທີສອງ ເຊິ່ງກໍຕ້ອງໄດ້ຮັບແອລກໍຮໍໃນປະລິມານທີ່ເໝາະສົມ ເພາະວ່າລິດຂອງແອລກໍຮໍມີສ່ວນລົດການຫັກຫ້າມຈິດໃຈຂອງຄົນເຮົາ ເຊິ່ງສົ່ງຜົນໃຫ້ເຮົາເວົ້າພາສາຕ່າງຊາດອອກໄປໂດຍບໍ່ມີຄວາມກັງວົນ ຫຼືຢ້ານວ່າຈະເວົ້າຜິດ ຈຶ່ງບໍ່ມີຄວາມລັງເລທີ່ຈະເວົ້າອອກໄປ.

ງານວິໄຈນີ້ຊື່ວ່າ Dutch courage? Effects of acute alcohol consumption on Self-rating and observer ratings of foreign language skills ເຊິ່ງໄດ້ຮັບການຕີພິມລົງວາລະສານ Journal of Psychopharmacology ເຮັດການທົດລອງໂດຍໃຊ້ກຸ່ມຕົວຢ່າງນັກສຶກສາຊາວເຢຍລະມັນຈຳນວນ 50 ຄົນໂດຍທຸກຄົນຮຽນທີ່ Maastricht University ປະເທດເນເທີແລນ, ເຊິ່ງພວກເຂົາຈຶ່ງຕ້ອງຮຽນພາສາດັຊ ທີ່ບໍ່ແມ່ນພາສາແມ່ຂອງພວກເຂົາ.

ການທົດລອງຄັ້ງນີ້ເກີດຂຶ້ນໂດຍພວກເຂົາທັງ 50 ຄົນຈະຖືກສຳພາດໂດຍອາຈານຄົນເນເທີແລນ ຫຼື ກໍຄືພວກເຂົາແຕ່ລະຄົນຈະຕ້ອງເວົ້າພາສາດັຊກັບເຈົ້າຂອງພາສາເປັນເວລາ 2 ນາທີ ແລ້ວຈະຖືກໃຫ້ຄະແນນຕາມຄວາມສາມາດໃນການເວົ້າຂອງພວກເຂົາ.

ກຸ່ມທົດລອງຖືກແບ່ງອອກເປັນສອງກຸ່ມໂດຍກຸ່ມທຳອິດໃຫ້ດື່ມນ້ຳດື່ມກ່ອນເວົ້າ ສ່ວນກຸ່ມທີສອງແມ່ນໃຫ້ດື່ມເຄື່ອງດື່ມທີ່ມີແອລກໍຮໍໃນປະລິມານທີ່ພໍດີ ເຊິ່ງມີການຄຳນວນຕາມນ້ຳໜັກຮ່າງກາຍ. ຈາກນັ້ນກໍໃຫ້ພວກເຂົາເຂົ້າໄປເວົ້າກັບອາຈານຊາວເນເທີແລນໂດຍທີ່ອາຈານກໍບໍ່ຮູ້ວ່າຜູ້ໃດທີ່ດື່ມນ້ຳ ແລະ ຜູ້ໃດດື່ມແອລກໍຮໍ.

ຫຼັງຈາກການສົນທະນາພາສາດັຊ, ຜູ້ທົດລອງທັງ 50 ຄົນ ພວກເຂົາຕ້ອງໃຫ້ຄະແນນຕົນເອງ, ຜົນປາກົດວວ່າຄົນທີ່ດື່ມແອລກໍຮໍບໍ່ໄດ້ໃຫ້ຄະແນນຕົນເອງດີປານໃດ ແຕ່ຝັ່ງອາຈານໃຫ້ຄະແນນກຸ່ມທີ່ດື່ມແອລກໍຮໍວ່າເວົ້າໄດ້ດີກວ່າ ໂດຍສະເພາະສຳນຽງໃນການເວົ້າ ແຕ່ວ່າເລື່ອງຫຼັກໄວຍາກອນ ແລະ ຄຳສັບກໍບໍ່ຕ່າງກັນຫຼາຍກັບກຸ່ມທີ່ດື່ມນ້ຳ.

ແນວໃດກໍຕາມ ໃນງານວິໄຈຍັງບອກເພີ່ມເຕີມອີກວ່າຕ້ອງບໍລິໂພກເຄື່ອງດື່ມທີ່ມີແອລກໍຮໍໃນປະລິມານທີ່ເໝາະສົມເພາະຖ້າຫາກດື່ມຫຼາຍເກີນໄປອາດສົ່ງຜົນກົງກັນຂ້າມ.

ອີງຕາມງານວິໄຈນີ້ ກໍສະຫຼຸບໄດ້ວ່າແອລກໍຮໍຊ່ວຍໃຫ້ເຮົາເວົ້າພາສາທີສອງໄດ້ດີຂຶ້ນ ແຕ່ບໍ່ໄດ້ມີຜົນກັບຫຼັກໄວຍາກອນ ຫຼືຄຳສັບທີ່ເຮົາມີໃນຫົວ, ເຮົາພຽງຈະມີຄວາມກ້າໃນການເວົ້າ ແລະ ການໃຊ້ສຳນຽງຫຼາຍຂຶ້ນ, ດັ່ງນັ້ນການດື່ມໃນປະລິມານທີ່ເໝາະສົມຈຶ່ງເປັນທາງເລືອກທີ່ດີໃນການເຮັດໃຫ້ຕົນເອງມີຄວາມກ້າໃນການເວົ້າພາສາຕ່າງປະເທດຫຼາຍຂຶ້ນ ແຕ່ຖ້າຢາກເກັ່ງພາສາຕ່າງປະເທດໃດໜຶ່ງຢ່າງຈິງຈັງຫົນທາງດຽວທີ່ຈະເຮັດໄດ້ນັ້ນກໍຄືໝັ່ນເຝິກຝົນ, ຢ່າຄິດຫວັງເພິ່ງແອລກໍຮໍຢ່າງດຽວເດີ້.


ຂອບໃຈຂໍ້ມູນຈາກ:
https://cutt.ly/awoBnvrl
https://cutt.ly/nwoBbA2J
https://cutt.ly/7woBbzjv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/