Apple ເປີດໂຕ Air Pods Max


ຫຼັງຈາກຊ່າລືກັນມາດົນໃນທີ່ສຸດ Apple ກໍເປີດໂຕຫູຟັງຄອບຫູແບບໄຮ້ສາຍຂອງຕົວເອງແລ້ວໃນຊື່ Air Pods Max ມີ Chip H1 ຄືໃນ Air Pods ຮຸ່ນໃໝ່ ແລະ ຮອງຮັບ Active Noice Cancelling ຕົວ Body ຂອງຫູຟັງເປັນໂລຫະສະແຕນເລດ design ມົນໆຄ້າຍໜ້າປັດ Apple Watch, ມີປຸ່ມຫຼິ້ນ ແລະ ຢຸດເພງ ພ້ອມປັບສຽງດ້ວຍການໝຸນໃນຮູບແບບດຽວກັບ Digital Crown ເທິງ Apple Watch (ແຖມຊື່ດຽວກັນ) ຕົວ Driver ມີຈະໜາດ 40 ມມ. ໂດຍ Apple ບອກວ່າ Air Pods Max ຮອງຮັບເພງທີ່ບີບອັດມາສຳຫຼັບຫຼິ້ນແບບ 5.1 ,7.1  ລວມເຖິງ Dolby Atmos. ລວມທັງມີ gyroscope ແລະ accelerometer ໃນຕົວ Battery ໃຊ້ງານໄດ້ 20 ຊົ່ວໂມງ.

Air Pods Max ເລີ່ມວາງຂາຍ 15 ທັນວາ 2020 ນີ້ ແລະ ລາຄາກໍແມັກຕາມຊື່ທີ່ $657; ມີສີ Space Grey, Silver, Sky Blue, Green ແລະ Pink ໂດຍໃນກ່ອງຈະມີ Smart Case ແລະ ສາຍ Lightning – to – USB – C ມາໃຫ້ອີກນຳ.

ທີ່ມາ: https://www.blognone.com/node/120013