Antechinus ສັດລ້ຽງລູກດ້ວຍນ້ຳນົມ ທີ່ປະສົມພັນແລ້ວຕາຍ


ມີສັດລ້ຽງລູກດ້ວຍນ້ຳນົມພຽງ 22 ຊະນິດ ທີ່ສືບພັນແລ້ວຕາຍ ໜຶ່ງໃນນັ້ນກໍມີສັດໃນສະກຸນ ແອນທີໄຄນັສ (Antechinus) ເຊິ່ງຊີວິດຂອງມັນນັ້ນໜ້າເສົ້າໃຈ ເພາະມີຊີວິດທີ່ສັ້ນ ແລະ ການສືບພັນກໍເປັນເລື່ອງສຳຄັນສຳລັບມັນ.

ຫຼັງຈາກທີ່ໄດ້ເກີດມາໄດ້ 6 ເດືອນ ສັດຊະນິດນີ້ກໍໂຕໃຫຍ່ຢ່າງເຕັມທີ່ ແລະ ອີກ 5 ເດືອນຕໍ່ມານ້ຳໜັກຂອງມັນກໍຈະເພີ່ມຂຶ້ນ ແຕ່ນ້ຳໜັກຈະລົດລົງຕອນຈັບຄູ່ປະສົມພັນ. ແອນດູ ເບເກີ ນັກວິທະຍາສັດລ້ຽງລູກດ້ວຍນ້ຳນົມອະທິບາຍວ່າ: “ຈາກນັ້ນສັດຊະນິດນີ້ຈະເຂົ້າສູ່ ໄລຍະເວລາໜຶ່ງເຖິງສາມອາທິດ ທີ່ພວກມັນຈະປະສົມພັນກັນຕະຫຼອດເວລາ. ພ້ອມກັບການປະສົມພັນເທື່ອໜຶ່ງ ອາດໃຊ້ເວລາເຖິງ 14 ຊົ່ວໂມງ, ຈຶ່ງບໍ່ແປກໃຈເລີຍທີ່ທັງສອງເພດຮູ້ສຶກເມື່ອຍ.”

ເມື່ອ Antechinus ສັດຈຳນວນນີ້ຮູ້ສຶກເຄັ່ງຕຶງ ຫຼື ເມື່ອຍ ມັນຈະຜະລິດຮໍໂມນ ຄໍຕິຊອນ, ຈາກນັ້ນ ເພດຜູ້ ຍັງຕ້ອງໄດ້ຫຼັ່ງຮໍໂມນເທສທອສເທີໂຣນ ຈາກການພະຍາຍາມຈີບເພດເມຍອີກດ້ວຍ. ຮໍໂມນເທສທອສເທີໂຣນເຮັດໃຫ້ຮໍໂມນຄໍຕິຊອນ ຫຼັ່ງໄຫຼອອກມາແທນທີ່ຈະຢຸດ, ເມື່ອຮໍໂມນຄໍຕິຊອນ ຂຶ້ນເຖິງລະດັບທີ່ເປັນພິດ ລະບົບພູມຕ້ານທານ ແລະ ລະບົບອື່ນໆ ໃນຮ່າງກາຍຂອງເພດຜູ້ຈະລົ້ມເຫຼວ ເຮັດໃຫ້ມັນຕາຍເມື່ອມີອາຍຸໄດ້ພຽງ 1 ປີ, ປະຊາກອນຂອງ Antechinus ຈຶ່ງລົດໜ້ອຍຖອຍລົງ ຈົນກວ່າຈະມີເພດເມຍ ໃຫ້ກຳເນີດລູກນ້ອຍຂະໜາດເທົ່າເຂົ້າໜົມອົມ ຈຳນວນ 4-14 ໂຕໃນແຕ່ລະປີ.

ຂອບໃຈຂໍ້ມູນຈາກ: https://ngthai.com/animals/20977/antechinuslovetodeath/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/