Akira Toriyama ເຈົ້າຂອງຜົນງານ Dragon Ball ເສຍຊີວິດໃນໄວ 68 ປີ


ວົງການມັງງະຢີ່ປຸ່ນໄດ້ສູນເສຍອີກຄັ້ງ ເມື່ອເຈົ້າຂອງຜົນງານການສຸດໂດ່ງດັງຢ່າງ Dragon Ball ໂດຍສັນສ້າງຈາກອາຈານ Akira Toriyama ໄດ້ຈາກໄປໃນວັນທີ 1 ມີນາ 2024 ດ້ວຍໄວ 68 ປີ ສາເຫດມາຈາກເລືອດອອກກ້ອງເຍື່ອຫຸ້ມສະໝອງຊະນິດແບບກະທັນຫັນ.

ໂດຍອາຈານ Akira Toriyama ເລີ່ມຕົ້ນຜົນງານມາຈາກເລື່ອງ  Dr. Slump ໃນປີ 1980 ແລະ ໂດ່ງດັງຢ່າງສຸດຂີດກັບມັງງະເລື່ອງ Dragon Ball ໃນປີ 1984 ພ້ອມກັນນັ້ນຍັງມີຜົນງານເລື່ອງສຸດທ້າຍທີ່ມີສ່ວນຮ່ວມໃນ Dragon Ball Daima ອະນິເມະພາກໃໝ່ທີ່ມີຄິວອອກສາຍໃນປີ 2024 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/