ນາຍົກລັດຖະມົນຕີຂອງສະວີເດັນລາອອກ ຫຼັງຈາກເຂົ້າຮັບຕຳແໜ່ງບໍ່ຮອດ 10 ຊົ່ວໂມງ


ໃນວັນພຸດ ທີ 24  ພະຈິກທີ່ STOCKHOLM ປະເທດ ສະວີເດັນ ໄດ້ມີການແຕ່ງຕັ້ງຜູ້ນໍາຄົນໃໝ່ ແລະ ເປັນຜູ້ນຳຍິງຄົນທຳອິດຂອງສະວີເດັນ ເຊິ່ງນາຍົກລັດຖະມົນຕີຄົນໃໝ່ນີ້ມີ ຊື່ວ່າ Magdalena Andersson ທີ່ມາຈາກພັກ Social Democrat  ແຕ່ຫຼັງຈາກຂື້ນຮັບຕຳແໜ່ງບໍ່ຮອດ 10 ຊົ່ວໂມງ ກໍໄດ້ປະກາດລາອອກ.

ນາຍົກ  Magdalena Andersson ກ່າວໃນງານຖະແຫຼງຂ່າວຕໍ່ໜ້າປະທານສະພາວ່າ ລາວຕ້ອງການທີ່ຈະຂໍລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ເຊິ່ງການລາອອກໃນຄັ້ງນີ້ເກີດຂຶ້ນຫຼັງຈາກທີ່ພັກ Green ໄດ້ປະກາດຂໍລາອອກຈາກການເປັນພັກຮ່ວມລັດຖະບານ ເນື່ອງຈາກທາງລັດຖະບານບໍ່ສາມາດລົງມະຕິຜ່ານຮ່າງງົບປະມານໄດ້. ກ່ອນໜ້ານີ້ທາງພັກ Green ມີເງື່ອນໄຂວ່າຈະສະໜັບສະໜູນໃຫ້ Andersson ເປັນນາຍົກ ຫາກມີນະໂຍບາຍເພີ່ມງົບໃນສ່ວນຂອງເງິນບໍານານລົງໄປໃນງົບປະມານປະຈໍາປີ 2022.

ໂດຍຮ່າງງົບປະມານຂອງລັດຖະບານທີ່ບໍ່ຜ່ານນີ້ ແມ່ນມາຈາກການຖືກຕີຕົກດ້ວຍຄະແນນສຽງ 154-143 ແລະ ໄດ້ຜ່ານຮ່າງງົບປະມານຂອງພັກຝ່າຍຄ້ານແທນ ໂດຍໜຶ່ງໃນພັກຝ່າຍຄ້ານແມ່ນພັກປະຊາທິປະໄຕສະວີເດັນ ເຊິ່ງເປັນພັກອັນດັບສາມຂອງປະເທດ ແລະ ເປັນພັກປະຊານິຍົມຝ່າຍຂວາທີ່ມີຕົ້ນກຳເນີດມາຈາກການເຄື່ອນໄຫວຂອງລັດທິນາຊີ (neo-Nazi movement).

ເຖິງວ່າພັກ Green ຈະຖອນຕົວອອກຈາກການເປັນພັກຮ່ວມລັດຖະບານເນື່ອງຈາກລັດຖະສະພາບໍ່ຜ່ານຮ່າງງົບປະມານ ແຕ່ທາງພັກ Social Democrat ກໍໄດ້ບອກວ່າ ຈະສະໜັບສະໜູນໃຫ້ Andersson ເປັນລັດຖະມົນຕີອີກຄັ້ງໃນການລົງຄະແນນສຽງຄັ້ງໜ້າ.

ສະວິເດັນເປັນປະເທດໜຶ່ງໃນຢູໂຣບທີ່ເວົ້າໄດ້ວ່າມີຄວາມກ້າວໜ້າທາງດ້ານຄວາມເທົ່າທຽມ ແຕ່ຍັງບໍ່ເຄີຍມີຜູ້ນຳປະເທດທີ່ເປັນຜູ້ຍິງມາກ່ອນໃນປະຫວັດສາດການເມືອງ ເຊິ່ງ Andersson ກໍຖືວ່າ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຍິງຂອງປະເທດ. ໂດຍ Andersson ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງແທນ Stefan Lofven ອະດີດຫົວໜ້າພັກ Social Democrat ແລະ ນາຍົກລັດຖະມົນຕີສະວີເດັນ. ໃນຕອນນີ້ Stefan Lofven ແມ່ນດໍາລົງຕໍາແໜ່ງຮັກສາການນາຍົກລັດຖະມົນຕີ ຫຼັງຈາກລາອອກເມື່ອວັນທີ 10 ພະຈິກທີ່ຜ່ານມານີ້.

ນອກຈາກນີ້ Andersson ກ່າວວ່າ ໄດ້ແຈ້ງຕໍ່ Andreas Norlén ປະທານສະພາແລ້ວວ່າ ລາວຫວັງວ່າຈະໄດ້ຮັບການແຕ່ງຕັ້ງເພື່ອກັບມາຮັບຕໍາແໜ່ງນາຍົກລັດຖະມົນຕີອີກຄັ້ງ ແລະ ພ້ອມທີ່ຈະຮັບຕໍາແໜ່ງນາຍົກລັດຖະມົນຕີໃນຖານະຫົງໜ້າລັດຖະບານພັກດຽວ (ເຊິ່ງເມື່ອກ່ອນ Andersson ຈະເປັນລັດຖະບານສຽງຂ້າງນ້ອຍທີ່ມີພຽງສອງພັກ). ສ່ວນທາງ Andreas Norlén ກໍໄດ້ບອກວ່າຈະຕິດຕໍ່ຫາຫົວໜ້າທັງແປດພັກເພື່ອປຶກສາຫາລືເຖິງປະເດັນນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/