ເລີ່ມຈາກຮຸ່ນນ້ອງຄື Lenovo Tab P11 ບອກໄດ້ເລີຍວ່າຮຸ່ນນີ້ເກືອບຈະເປັນແທັບເລັດສະເປັກທີ່ຄຸ້ມແຫ່ງປີ 2021 ເລີຍກໍວ່າໄດ້ເພາະໃຫ້ມາທັງໜ້າຈໍ IPS LCD ຂະໜາດ 11 ນິ້ວ ຄວາມລະອຽດຈຸໃຈທີ່ 2K (ແຕ່ຄ່າ Refresh ຍັງຄົງເປັນ 60Hz) ແລະ ແມ່ນວ່າຊິບເຊັດຈະເປັນຕົວ Snapdragon 662 ທີ່ບໍ່ສາມາດສູ້ຕົວທັອບ ຫຼື ຕົວແຮງ ແຕ່ປະສິດທິພາບການໃຊ້ງານກໍຖືວ່າລື່ນໄຫຼໄດ້ແບບສະບາຍ.

ນອກຈາກນີ້ມາກັບລຳໂພງ 4 ຕົວ ຮອງຮັບລະບົບສຽງ Dolby Atmos ແລະ ຖ້າຍັງບໍ່ພໍໃຈກັບຄຸນະພາບສຽງກໍຍັງສາມາດສຽບຫູຟັງໄດ້ເພາະ Lenovo Tab P11 ນັ້ນມາກັບຮູຫູຟັງ 3.5ມມ. ສ່ວນແບັດເຕີຣີ່ກໍໃຫ້ມາເຖິງ 7,700 mAh ຮອງຮັບລະບົບສາກໄວເຖິງ 20W.

ສະເປັກ LENOVO TAB P11
- ໜ້າຈໍ IPS LCD ຂະໜາດ 11 ນິ້ວ ຄວາມລະອຽດ 2K (2000 x 1200)
- CPU: Snapdragon 662
- RAM: 4GB
- ຄວາມບັນຈຸ: 128GB
- ກ້ອງຫຼັງ: 13MP
- ກ້ອງໜ້າ: 8MP
- ລະບົບສຽງ: ລຳໂພງ 4 ຕົວ, Dolby Atmos, ຮູຫູຟັງ 3.5 ມມ.
- ການເຊື່ອມຕໍ່: TLE/4G, Wi – Fi6, Bluetooth 5.1, USB – C
- Battery: 7700 mAh ຮອງຮັບລະບົບສາກໄວ 20w
- ລະບົບ Android 10
ຕໍ່ມາກໍຈະເປັນ Lenovo Tab P11 Pro ແນ່ນອນວ່າຖ້າມີຄຳວ່າ “Pro” ຕໍ່ທ້າຍແລ້ວ ສະເປັກກໍໜ້າຈະເໜືອກວ່າຮຸ່ນທຳມະດາຢູ່ຫຼາຍພໍສົມຄວນເລີຍທີ່ມາພ້ອມກັບໜ້າຈໍ OLED ຂະໜາດ 11.5 ນິ້ວ ຄວາມລະອຽດ 2K ຮອງຮັບການສະແດງຜົນ Dolby Vision ແລະ HDR10 ຊິບເຊັດໃຊ້ເປັນ Snapdragon730G ທີ່ປະສິດທິພາບບອກເລີຍວ່າສາມາດໃສ່ microSD Card ເພີ່ມໄດ້.

ລຳໂພງ JBL 4 ຕົວ ຮອງຮັບລະບົບສຽງ Dolby Atmos ເຊັ່ນກັນ: ກ້ອງຫຼັງມີ Ultra – Wide ຄວາມລະອຽດ 5MP ແລະ ແບັດເຕີຣີ່ຂະໜາດ 8,600 mAh ໃຊ້ງານແບບເພີນໆແບບບໍ່ຕ້ອງສາກແບັດເຕີຣີ່ຕະຫຼອດ.

ສະເປກ LENOVO TAB P11 PRO
- ໜ້າຈໍ OLED ຈະໜາດ 11.5 ນິ້ວ ຄວາມລະອຽດ 2K (2560 x 1600) ຮອງຮັບ Dolby Vision ແລະ HDR10
- CPU: Snapdragon 730G
- GPU: Adreno 618
- RAM: 6GB
- ຄວາມບັນຈຸ: 128GB ຮອງຮັບ microSD Card
- ກ້ອງຫຼັງ: 13MP (Wide) + 5MP (Ultrawide)
- ກ້ອງໜ້າ: 8MP + 8MP
- ລະບົບສຽງ: ລຳໂພງ JBL 4 ຕົວ, Dolby Atmos
- ການເຊື່ອມຕໍ່: Wi – Fi 802.11 a/b/g/n/ac, dual – band, BT5.0, USB – C
- ເຊັນເຊີ: Fingerprint (ດ້ານຂ້າງ), Accelerometer, proximity
- Battery: 8600mAh
- ລະບົບ Android 10
ລາຄາທີ່ວາງຈຳໜ່າຍ.
- Lenovo Tap P11 (4GB + 128GB) ລາຄາ $476
- Lenovo Tap P11 (6GB + 128GB) ຄາລາ $714
ໂດຍທັງຄູ່ຈະວາງຂາຍໃນຊ່ວງເດືອນກຸມພາ 2021 ທີ່ຈະມາຮອດນີ້.
ທີ່ມາ: https://droidsans.com/lenovo-tab-p11-series-thailand-price-official/