ການເປີດຕົວໂທລະພາບຂອງ LG ທັງໝົດໃນງານ CES 2021 ມີໂທລະທັດທັງຮຸ່ນ OLED ແລະ QNED mini LED


ໃນງານ CES 2021 ທີ່ຄັ້ງນີ້ຈັດຂຶ້ນຜ່ານທາງ Live ສົດທາງ LG ກໍໄດ້ຂົນເອົາບັນດາເຕັກໂນໂລຊີທີ່ສຸດລ້ຳມາເປີດຕົວຫຼາກຫຼາຍ ເຊິ່ງໜຶ່ງໃນນັ້ນກໍເປັນ Lineup TV ໃໝ່ໆ ທີ່ຈະວາງຂາຍໃນປີ 2021 ນີ້ບໍ່ວ່າຈະເປັນ OLED ຫຼື QNED Mini LED ເຊິ່ງຖືວ່າ Series ຕົວທຳອິດທີ່ນຳເອົາເຕັກໂນໂລຊີ mini LED ມາໃຊ້ເພື່ອຊ່ວຍໃຫ້ TV LED ມີຄຸນະພາບການສະແດງຜົນທີ່ດີຂຶ້ນ.

LG OLED TV ທີ່ຈະເປີດຕົວໃນປີ 2021

ໃນ Live CES 2021 ທາງ LG ກໍໄດ້ເປີດເຜີຍຂໍ້ມູນກ່ຽວກັບ Lineup TV OLED ທີ່ຈະເປີດຕົວໃນປີ 2021 ມາພໍສົມຄວນເຊິ່ງສະຫຼຸບໄດ້ວ່າຈະເປີດມາດ້ວຍກັນທັງໝົດ 5 ຮຸ່ນໄດ້ແກ່ LG Z1, G1, C1, B1 ແລະ A1.

ໃນທັງໝົດຕົວ LG G1 ທີ່ຈະເປີດຕົວມາພ້ອມກັບເຕັກໂນໂລຊີ OLED ແບບໃໝ່ທີ່ໃຊ້ຊື່ວ່າ OLED evo ເຊິ່ງທາງ LG ເວົ້າວ່າ Panel ໃໝ່ຕົວນີ້ຈະມາພ້ອມກັບລະດັບຄວາມສະຫວ່າງທີ່ສູງຂຶ້ນເຊິ່ງເປັນສິ່ງທີ່ TV OLED ເຮັດໄດ້ຍາກທີ່ສຸດໂດຍຈະມາເປີດຕົວມາໃຫ້ເລືອກທັງໝົດ 3 ຂະໜາດດ້ວຍກັນໄດ້ແກ່ 55 ນິ້ວ, 65 ນິ້ວ ແລະ ໃຫຍ່ທີ່ສຸດ 77 ນິ້ວ.

ສ່ວນ LG C1  ທີ່ເບິ່ງຄືຈະເປັນຮຸ່ນຕໍ່ຈາກ LG CX ຂອງປີ 2020 ມາໃນຂະໜາດຕັ້ງແຕ່ 48 – 83 ນິ້ວ ເຊິ່ງນີ້ກໍເປັນຄັ້ງທຳອິດຂອງ Series ນີ້ທີ່ມາພ້ອມ size ໃຫຍ່ຂະໜາດນີ້ ແຕ່ຮຸ່ນ C1 ຈະບໍ່ໄດ້ມາພ້ອມກັບເຕັກໂນໂລຊີ OLED evo ເຮັດໃຫ້ເບິ່ງຄືວ່າຈະເປັນ Feature ພິເສດທີ່ຖືກນຳໄປໃຊ້ໃນຮຸ່ນ G1 ທີ່ກ່າວມາໃນເບື້ອງຕົ້ນເທົ່ານັ້ນ.

ຖັດມາໃນຮຸ່ນຂອງ Z1 ທີ່ຄາດວ່າຈະເປັນຮຸ່ນຄວາມລະອຽດ 8K ທີ່ມາໃຫ້ເລືອກ 2 ຂະໜາດດ້ວຍກັນໄດ້ແກ່ 77 ນິ້ວ ແລະ 88 ນິ້ວ ສ່ວນທາງດ້ານຂອງຮຸ່ນ A1 ແລະ B1 ກໍຍັງບໍ່ມີຂໍ້ມູນອີຫຍັງຫຼາຍນອກຈາກວ່າຈະມີຂະໜາດ 55 ນິ້ວ ແລະ 65 ນິ້ວ ທີ່ຈະເຮັດມາວາງຂາຍ.

ເຕັກໂນໂລຊີປະມວນຜົນພາບ ALPHA9 GEN4

ໃນຮຸ່ນ Z1, G1 ແລະ C1 ກໍມາພ້ອມກັບເຕັກໂນໂລຊີປະມວນຜົນພາບຮຸ່ນໃໝ່ Alpha9 Gen 4 ທີ່ທາງ LG ໄດ້ເວົ້າວ່າຕົວຊິບຈະເຮັດຈະເຮັດການປະມວນຜົນພາບຜ່ານ Algorithm Deep Learning ໃນການ upscale ພາບທີ່ສະແດງຜົນຢູ່ເທິງຈໍໃຫ້ມີຄວາມຄົມຊັດ ລາຍລະອຽດດີຂຶ້ນ ມາພ້ອມ Feature ທີ່ເອີ້ນວ່າ AI Picture Pro ທີ່ເຮັດໃຫ້ຕົວ TV ທີ່ສາມາດກວດຈັບສິ່ງຂອງຕ່າງໆ ເທິງພາບບໍ່ວ່າຈະເປັນໜ້າຄົນ ຫຼື ຕົວຄົນໄດ້ ແຖມຍັງສາມາດແຍກ Foreground ແລະ Background ຂອງຕົວພາບແລ້ວປັບຮູບພາບໃຫ້ເໝາະສົມໄດ້ອີກດ້ວຍ.

Features ດ້ານສຽງທີ່ໄດ້ຮັບການອັບເກຣດ.

TV ທີ່ໄດ້ຮັບເຕັກໂນໂລຊີ Alpha9 Gen4 ນອກຈາກຈະໄດ້ການປະມວນຜົນພາບທີ່ດີຂຶ້ນ ຍັງໄດ້ຮັບລະບົບສຽງທີ່ໄດ້ຮັບການພັດທະນາໃໝ່ຢ່າງ AI Sound Pro ທີ່ຊ່ວຍໃຫ້ລຳໂພງສາມາດຂັບສຽງ Surround 5.1.2 ຮອບທິດແຖມຍັງຮອງຮັບ Feature Dolby Atmos ໃນອີກດ້ວຍ.

ລວມເຖິງ Feature Auto Volume Leveling ທີ່ຈະຊ່ວຍປັບລະດັບໂດຍອັດຕະໂນມັດເມື່ອຜູ້ໃຊ້ງານປ່ຽນຊ່ອງຕ່າງເພື່ອໃຫ້ລະດັບສຽງຄົງທີ່ບໍ່ຕ້ອງຄອຍເພີ່ມລົດລະດັບ Volume.

ສຳລັບ TV LG ຮຸ່ນປີ 2021 ທັງໝົດກໍຈະໄດ້ຮັບການອັບເດດ webOS 6.0 ພ້ອມໜ້າ Home ແບບໃໝ່ທີ່ມາພ້ອມແອັບຫຼາກຫຼາຍ ອີກທັງຕົວ Magic Remote ກໍໄດ້ຖືກ Design ໃໝ່, ຮູບຮ່າງທີ່ຈັບຖືງ່າຍຂຶ້ນ ແລະ ປຸ່ມ Hotkey ທີ່ໃຫ້ຜູ້ໃຊ້ງານສາມາດເຂົ້າແອັບສະຕີມມິ່ງຍອດນິຍົມໄດ້ພາຍໃນຄິກບາດດຽວ ບໍ່ວ່າຈະເປັນ Netflix, Prime Video, Disney Plus ແລະ LG Channel.

ໂດຍຕົວຣີໂໝດຈະມາພ້ອມກັບ Feature NFC ເພື່ອໃຫ້ຜູ້ໃຊ້ງານສາມາດ ເຊື່ອມຕໍ່ກັບມືຖືໄດ້ແບບງ່າຍໆ ແລະ ວ່ອງໄວເພື່ອເປີດໃຊ້ງານ Screen Mirroring ເພື່ອໃຫ້ຈໍມືຖືໂຜ່ຂຶ້ນໄປເທິງ TV ຫຼື ຈະ Reverse Mirroring ເພື່ອເອົາ Content ທີ່ຫຼິ້ນຢູ່ເທິງ TV ມາເບິ່ງຕໍ່ໃນໂທລະສັບຂອງເຮົາກໍໄດ້.

ຮອງຮັບ Feature HDMI 2.1

ໃນຮຸ່ນ Z1, G1 ແລະ C1 ກໍຍັງມາພ້ອມກັບຊ່ອງສຽບ HDMI 2.1 ເຮັດໃຫ້ສາມາດໃຊ້ Feature ຄືການຫຼິ້ນເກມພາບ 4K / 120FPS ຫຼື 8K / 60FPS ໄດ້ແຖມ TV ທັ້ງ 3 ເຄື່ອງຍັງຮອງຮັບ Feature NVIDIA GSYNC ແລະ AMD FreeSync ເພື່ອລົດຄວາມໜ່ວງການສະແດງຜົນເປັນ 1ms ເພື່ອທີ່ສຸດຂອງອາລົມໃນການຫຼິ້ນເກມນັ້ນເອງເຮັດໃຫ້ TV LG ທັງສາມຮຸ່ນນີ້ເປັນຮຸ່ນທີ່ໜ້າສົນໃຈຫຼາຍສຳລັບຄນທີ່ເລັງວ່າຈະຊື້ PS5 ມາຫຼິ້ນ.

ສຸດທ້າຍໃນສ່ວນຮຸ່ນຂອງ G1, C1, B1 ແລະ A1 ກໍໄດ້ຮັບອຸປະກອນເສີມໃໝ່ທີ່ຊື່ Gallery Stand ທີ່ມາໃນລັກສະນະໜ້າຕາຄືກັບຂາຕັ້ງຮູບເອົາໄວ້ສຳລັບວາງ TV ແທນການຫ້ອຍໄວ້ຝາຄືຮຸ່ນກ່ອນໆ.

TV LG QNED MINI LED

ນອກຈາກ Lineup TV OLED ແລ້ວທາງ LG ກໍໄດ້ເປີດຕົວ TV Series ໃໝ່ທີ່ໃຊ້ເຕັກໂນໂລຊີ mini LED ຂອງຕົວເອງເປັນຄັ້ງທຳອິດມາໃນຊື່ LG QNED mini LED ມາພ້ອມ LED ຈຳນວນຫຼາຍເຖິງ 30,000 ຕົວພ້ອມທັ້ງ Dimming Zones ເຖິງ 2,500 ໂຊນ ເຮັດໃຫ້ຈໍ QNED mini LED ເປັນຈໍພາບທີ່ມີ Contrast Ratio ສູງກວ່າ TV LED ທົ່ວໄປນັ້ນເອງ.

TV QNED mini LED ຍັງມາພ້ອມກັບເຕັກໂນໂລຊີ Quantum dot ຫຼື ຊື່ເຕັມໆວ່າ Quantum NanoCell Emitting Diode ທີ່ຊ່ວຍເພີ່ມຄວາມສະຫວ່າງໃຫ້ກັບໜ້າຈໍ ພ້ອມທັ້ງເຮັດໃຫ້ສີສັນສວຍງາມຫຼາຍຂຶ້ນ ເຮັດໃຫ້ LG QNED mini LED ເປັນໂທລະພາບທີ່ສາມາດຈັບມາສູ້ກັບທາງ OLED ໄດ້ໃນລາຄາທີ່ຈັບຕ້ອງໄດ້ຫຼາຍຂຶ້ນ.

ໂດຍ LG QNED mini LED ຈະເປີດຕົວ TV ອອກມາດ້ວຍກັນທັງໝົດ 4 ຮຸ່ນ 4 ຂະໜາດດ້ວຍກັນໄດ້ແກ່ QNED 58, QNED 90, QNED 95 ແລະ QNED 99 ສ່ວນຈະເປີດຕົວໃນມື້ໃດ ແລະ ຄາເທົ່າໃດນັ້ນກໍຕ້ອງຖ້າເບິ່ງກັນຕໍ່ໄປ.

ທີ່ມາ: https://droidsans.com/lg-announced-new-oled-andqned-tv-line-up-in-ces-2021-live-conference/