ຮ່າງກາຍຂອງພວກເຮົາເປັນສິ່ງທີ່ສໍາຄັນທີ່ຄວນເອົາໃຈໃສ່ ເພາະມີອາຍຸການໃຊ້ງານຄືກັບສິ່ງຂອງທົ່ວໄປ ແຕ່ອາດຈະຕ່າງກັນບ່ອນທີ່ວ່າ ເຄື່ອງໃຊ້ອາດລະບຸວັນໝົດອາຍຸໄວ້ ສໍາລັບຮ່າງກາຍຂອງພວກເຮົາຂຶ້ນຢູ່ກັບເຮົາວ່າຈະດູແລໄດ້ດົນເທົ່າໃດ.
ນອກຈາກນັ້ນ, ບາງອະໄວຍະວະຢູ່ໃນຮ່າງກາຍຂອງມະນຸດມີກົນໄກສາມາດປິ່ນປົວ ແລະ ສ້ອມແຊມດ້ວຍຕົນເອງໄດ້ ພ້ອມຍັງເປັນສ່ວນທີ່ສໍາຄັນຂອງຮ່າງກາຍອີກດ້ວຍ.
- ສະໝອງ
ສະໝອງເປັນໜຶ່ງໃນອະໄວຍະວະທີ່ສຳຄັນ, ໃນສ່ວນຂອງສະໝອງທີ່ເສຍຫາຍ ສະໝອງສາມາດສ້າງສ່ວນທີ່ເສຍໄປຂຶ້ນມາທົດແທນໄດ້. ສິ່ງທີ່ຊ່ວຍໃຫ້ສະໝອງສາມາດຟື້ນຟູໄດ້ໄວຂຶ້ນນັ້ນແມ່ນການອອກກຳລັງກາຍ ເຊິ່ງການອອກກຳລັງກາຍຈະຊ່ວຍກະຕຸ້ນໃຫ້ສະໝອງສອງຈຸດທີ່ສຳຄັນຄື Hypothalamus ກັບ ປະສາດຮັບກິ່ນເຊິ່ງເປັນເຊລປະສາມາດທີ່ສາມາດສ້າງຕົນເອງໄດ້.

- ກະດູກ
ກະດູກປຽບສະເໝືອນແກນຫຼັກທີ່ຊ່ວຍປະຄັບປະຄອງຮ່າງກາຍ ແລະ ຍັງຊ່ວຍສ້າງເມັດເລືອດທີ່ສຳຄັນ, ເຊິ່ງໃນກະດູກມີເຊລນ້ອຍໆທີ່ສາມາດສ້າງຕົນເອງຂຶ້ນມາໃໝ່ ເຮັດໃຫ້ກະດູກທີ່ຫັກ ຫຼື ມີຮອຍແຕກ ສາມາດກັບມາແຂງແຮງໄດ້ຄືເກົ່າ, ຄວນກິນອາຫານທີ່ມີວິຕາມິນເຄເຊັ່ນ ຜັກໃບຂຽວ, ແຄລຊຽມຈາກງາດຳເພື່ອບຳລຸງກະດູກ
- ຕັບ
ຫາກມີຄວາມຜິດປົກກະຕິຢູ່ຕັບ ບໍ່ວ່າຈະເປັນໄຂມັນໂອບຕັບ ຫຼື ມີສານພິດຕົກຄ້າງໃນຕັບຈາກການດື່ມແອລກໍຮໍ ຫຼື ຢາຕ້ານເຊື້ອ, ເຮົາກໍສາມາດຟື້ນຟູຕັບໄດ້ໂດຍການປັບປ່ຽນການກິນ, ການດື່ມ, ຫຼີກເວັ້ນອາຫານທີ່ທໍາຮ້າຍຕັບ. ນອກຈາກນີ້ ຕັບຍັງສາມາດສ້າງ glutathione ທີ່ຊ່ວຍໃນການຟື້ນຟູສ້ອມແຊມຕົນເອງ.

- ລຳໄສ້
ລຳໄສ້ເຮັດໜ້າທີ່ລຳລຽງອາຫານ ແລະ ສົ່ງຕໍ່ໄປຍັງອະໄວຍະວະອື່ນໆ, ຫາກມີອາຫານເກາະຢູ່ຕາມລຳໄສ້ ຫຼື ມີບາດແຜໃນລຳໄສ້ ລຳໄສ້ຮີບຈະສ້າງເຊລມາທົດແທນໄດ້ຢ່າງວ່ອງໄວ ຖ້າເຄີຍລົບກວນຈາກຢາເຄມີບຳບັດ ຫຼື ໂຣກລຳໄສ້ອັກເສບຊ້ຳເຮຶ້ອມາກ່ອນ.
ເຖິງແມ່ນວ່າຮ່າງກາຍຈະສາມາດສ້ອມແຊມຕົນເອງໄດ້ ແຕ່ກໍບໍ່ແມ່ນວ່າເຮົາຈະປ່ອຍປະລະເລີຍ ບໍ່ໃສ່ໃຈດູແລຮ່າງກາຍ, ອາດເປັນໄປໄດ້ວ່າຮ່າງກາຍອາດຈະສ້ອມແຊມຕົນເອງບໍ່ໄຫວໃນມື້ໃດມື້ໜຶ່ງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/