ໂຣກຊຶມເສົ້າ (Depression) ແມ່ນຄວາມຜິດປົກກະຕິຂອງການຫຼັ່ງສານເຄມີໃນສະໝອງທີ່ສົ່ງຜົນເຮັດໃຫ້ເກີດຄວາມຜິດປົກກະຕິທາງດ້ານອາລົມ, ເຮັດໃຫ້ພຶດຕິກຳຂອງຜູ້ປ່ວຍປ່ຽນໄປຈົນກະທົບເຖິງການໃຊ້ຊີວິດປະຈຳວັນ, ກາຍເປັນຄົນເບິ່ງໂລກໃນແງ່ລົບ, ໂສກເສົ້າ, ໝົ່ນໝອງ ແລະ ວິຕົກກັງວົນ, ມັກທີ່ຈະເກັບຕົວຢູ່ຄົນດຽວ ຮູ້ສຶກເບື່ອໜ່າຍກັບສິ່ງທີ່ເຄີຍເຮັດແລ້ວມີຄວາມສຸກ ຫຼື ສະບາຍໃຈ.
ໂຣກຊຶມເສົ້າໄດ້ກາຍເປັນບັນຫາໃຫຍ່ສໍາລັບຄົນທົ່ວໂລກ. ໃນປັດຈຸບັນ ພົບວ່າ 10% ຂອງປະຊາກອນຂອງສະຫະລັດອາເມຣິກາມີບັນຫາກ່ຽວກັບການປ່ວຍເປັນໂຣກຊຶມເສົ້າ, ການປ່ວຍເປັນໂຣກຊຶມເສົ້າຕ້ອງໄດ້ຮັບການປິ່ນປົວທີ່ເໝາະສົມ ເຊິ່ງຜູ້ປ່ວຍຈະຕ້ອງໄດ້ໃຊ້ຢາ, ເຮັດກິດຈະກໍາເພື່ອບຳບັດ ແລະ ຕິດຕາມຢ່າງຕໍ່ເນື່ອງ. ນອກຈາກນັ້ນການປັບປ່ຽນວິຖີຊີວິດການເປັນຢູ່ໃນປັດຈຸບັນເຊັ່ນ ການພັກຜ່ອນໃຫ້ພຽງພໍ ແລະ ການອອກກຳລັງກາຍ ກໍເປັນວິທີທີ່ແພດແນະນໍາ.

ຫຼ້າສຸດ, ການສຶກສາຂະໜາດໃຫຍ່ທີ່ໄດ້ຖືກລວບລວມຂໍ້ມູນເຂົ້າດ້ວຍກັນ ຈາກການສຶກສາແບບທົບທວນກວ່າ 97 ບົດ (ການຈາກຄົ້ນຄວ້າກວ່າ 1,039 ຊິ້ນງານໂດຍມີກຸ່ມຕົວຢ່າງເຖິງ 128.119 ຄົນ) ພົບວ່າ ການອອກກໍາລັງກາຍນັ້ນນອກຈາກຈະດີຕໍ່ສຸຂະພາບແລ້ວ ມັນຍັງຊ່ວຍໃນການປິ່ນປົວໂຣກຕ່າງໆ ໂດຍສະເພາະແມ່ນໂຣກທາງດ້ານອາລົມ ຍິ່ງເປັນການອອກກຳລັງກາຍທີ່ເຮັດເປັນປະຈຳ ແລະ ເພີ່ມໃຫ້ມີຄວາມໜັກແໜ້ນຂຶ້ນ ຍິ່ງສົ່ງຜົນດີຕໍ່ຜູ້ປ່ວຍຫຼາຍ, ໂດຍໃນການສຶກສາໃນຄັ້ງນີ້ຈະລວມມີຄົນທົ່ວໄປທີ່ມີສຸຂະພາບດີ ຈົນຮອດຄົນທີ່ປ່ວຍເປັນໂຣກຊຶມເສົ້າ ມີພາວະວິຕົກກັງວົນ, ແມ່ຍິງຖືພາ, ແມ່ຍິງຫຼັງໃຫ້ກຳເນີດລູກ ແລະ ຜູ້ປ່ວຍໃນໂຣກຕ່າງໆເຂົ້າຮ່ວມໃນການທົດລອງນຳ.
ສຳລັບຜູ້ປ່ວຍໂຣກຊຶມເສົ້າ, ຂໍ້ມູນການຄົ້ນຄວ້າຊີ້ໃຫ້ເຫັນວ່າການອອກກໍາລັງກາຍນັ້ນເຮັດໃຫ້ອາການຂອງຜູ້ປ່ວຍດີຂຶ້ນເຖິງ 43%, ໂດຍໄລຍະເວລາທີ່ດີທີ່ສຸດຂອງການອອກກໍາລັງກາຍແມ່ນ 150 ນາທີ/ອາທິດ, ເຊິ່ງກົງກັບຂໍ້ມູນເກົ່າທີ່ໄດ້ແນະນຳໃຫ້ທຸກຄົນອອກກຳລັງກາຍໃນໄລຍະເວລາຕາມນີ້.

ເຮົາສາມາດອອກກຳລັງກາຍໃນຮູບແບບໃດກໍໄດ້ ແຕ່ຖ້າຫາກບໍ່ມີເວລາອອກກຳລັງກາຍຕາມຄຳແນະນຳທີ່ໃຫ້ມາ ກໍຄວນຫາເວລາອອກກຳລັງກາຍເພື່ອສຸຂະພາບຂອງຕົນເອງ ເພາະບໍ່ວ່າຈະອອກໜ້ອຍ ຫຼື ຫຼາຍກໍໃຫ້ຜົນທີ່ດີຕໍ່ຕົວເຮົາເຊັ່ນກັນ ແຕ່ຕ້ອງອອກເປັນປະຈຳຢ່າງສະໝ່ຳສະເໝີ.
ທັງນີ້ ການອອກກຳລັງກາຍບໍ່ວ່າຈະເປັນໃນຮູບແບບໃດ ແລະ ໃຊ້ເວລາໃນການອອກກຳລັງກາຍຫຼາຍເທົ່າໃດກໍລ້ວນແຕ່ດີຕໍ່ສຸຂະພາບ ແຖມຍັງມີສ່ວນຊ່ວຍໃນການລົດຜ່ອນອາການຂອງຜູ້ປ່ວຍທີ່ເປັນໂຣກຊຶມເສົ້າທີ່ບໍ່ຮຸນແຮງເຖິງຮຸນແຮງປານກາງໄດ້ປະມານ 20–60 % . ໂດຍໃນໄລຍະ 3 ເດືອນທຳອິດໃນການອອກກຳລັງກາຍນັ້ນຈະມີປະສິດທິພາບຫຼາຍທີ່ສຸດ ແລະ ຫຼັງຈາກນັ້ນກໍຈະລົດລົງ ເນື່ອງຈາກວ່າອາການໂດຍສ່ວນໃຫຍ່ອາດຈະດີຂຶ້ນ ຈຶ່ງເຫັນການປ່ຽນແປງທີ່ໜ້ອຍລົງ.
ຢ່າງໃດກໍຕາມ, ຄົນທີ່ມີຄວາມຜິດປົກກະຕິທາງດ້ານອາລົມຈຳເປັນຕ້ອງໄດ້ຮັບຄໍາແນະນໍາຈາກແພດ ແລະ ໃຊ້ຢາປິ່ນປົວຄວບຄູ່ໄປກັບການອອກກຳລັງກາຍຢ່າງສະໝໍ່າສະເໝີ ເພາະການອອກກຳລັງກາຍຢ່າງດຽວບໍ່ສາມາດປິ່ນປົວໂຣກນີ້ໄດ້ ມັນເປັນພຽງແຕ່ສ່ວນໜຶ່ງທີ່ຈະຊ່ວຍໃຫ້ອາການຂອງຜູ້ປ່ວຍດີຂຶ້ນເທົ່ານັ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/