“ຂີ້ເຫຍື້ອກຳພ້າ” ແມ່ນຂີ້ເຫຍື້ອທີ່ບໍ່ຜ່ານຂະບວນການລວບລວມ, ຄັດແຍກ ແລະ ປັບປຸງສະພາບໃຫ້ມີຄຸນລັກສະນະເໝາະສົມຕໍ່ການຈັດການ. ເນື່ອງຈາກຂີ້ເຫຍື້ອເຫຼົ້ານີ້ບໍ່ເປັນທີ່ຕ້ອງການຂອງໃຜ, ບ່ໍສາມາດຣີໄຊເຄິນໄດ້ ຫຼື ບໍ່ກຸ້ມຄ່າທີ່ຈະນຳໄປຣີໄຊເຄິນ ເຮັດໃຫ້ປະລິມານຂອງຂີ້ເຫຍື້ອກຳພ້າເພີ່ມສູງຂຶ້ນ ແລະ ເກີດເປັນບັນຫາຂີ້ເຫຍື້ອຕົກຄ້າງ
ອີງຕາມການສຶກສາປີ 2021 ກ່ຽວກັບອົງປະກອບຂອງຂີ້ເຫຍື້ອໃນທົ່ວປະເທດ ຈາກພະແນກຄຸ້ມຄອງສິ່ງເສດເຫຼືອ ແລະ ສານອັນຕະລາຍ ກົມຄວບຄຸມມົນລະພິດພົບວ່າ “ຂີ້ເຫຍື້ອກຳພ້າກວມເອົາ 20% ຂອງນ້ຳໜັກທັງໝົດຂອງກອງຂີ້ເຫຍື້ອ” ແລະ ປາຍທາງຂອງຂີ້ເຫຍື້ອດັ່ງກ່າວກໍມັກຈະຢູ່ທີ່ຫຼຸມທີ່ເອົາໄວ້ຝັງຂີ້ເຫຍື້ອ ທີ່ນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ມີກິ່ນເໝັນ, ມີບັນຫານ້ຳເສຍ ແລະ ກ໊າສທີ່ປ່ອຍອອກມາຈາກຂີ້ເຫຍື້ອ ເຊິ່ງກວ່າຂີ້ເຫຍື້ອກຳພ້າຈະຍ່ອຍສະຫຼາຍກໍຕ້ອງໃຊ້ເວລາເຖິງ 100 – 500 ປີ.

ຖ້າຫາກປະຊາຊົນທຸກໃຫ້ຄວາມຮ່ວມມື ແລະ ໃຫ້ຄວາມສຳຄັນໃນການຄັດແຍກຂີ້ເຫຍື້ອ ຂີ້ເຫຍື້ອເຫຼົ່ານີ້ຈະບໍ່ຖືກຖິ້ມໃຫ້ເປັນຂີ້ເຫຍື້ອກຳພ້າ ເນື່ອງຈາກວ່າໃນປັດຈຸບັນ ພວກເຮົາໄດ້ມີເທັກໂນໂລຢີທີ່ກ້າວໜ້າ ເຮັດໃຫ້ສາມາດນໍາເອົາຂີ້້ເຫຍື້ອກໍາພ້າກັບມາແປຮູບຄືນເປັນພະລັງງານເຊື້ອໄຟເພື່ອນໍາໃຊ້ປະໂຫຍດໄດ້.
ໂດຍວີທີການດັ່ງກ່າວແມ່ນຈະນຳເອົາຂີ້ເຫຍື້ອມາແປຮູບເປັນພະລັງງານ (Waste to Energy) ໃນຮູບແບບຂອງເຊື້ອໄຟຂີ້ເຫຍື້ອອັດແທ່ງ (Refuse Derived Fuel; RDF) ເຊິ່ງຈະເປັນພະລັງງານທົດແທນທີ່ໃຊ້ຜະລິດໄຟຟ້າ ແທນການໃຊ້ເຊື້ອໄຟຟອສຊິລທີ່ມີຈຳກັດ ໃຊ້ແລ້ວໝົດໄປເຊັ່ນ: ຖ່ານຫີນ, ນ້ໍາມັນ ແລະ ອາຍແກ໊ສທໍາມະຊາດ.

ຂີ້ເຫຍື້ອກຳພ້າທີ່ຖືກປັບສະພາບແລ້ວເຊັ່ນ ທໍາຄວາມສະອາດ, ຕາກແດດໃຫ້ແຫ້ງ, ຄັດແຍກ ແລະ ຕັດໃຫ້ເປັນຕ່ອນນ້ອຍ ຈະມີພະລັງງານຄວາມຮ້ອນສູງຂຶ້ນຫຼາຍກ່ວາ 5.000 kcal/kg. ນອກຈາກນີ້ຂີ້ເຫຍື້ອກຳພ້າຍັງມີນ້ຳໜັກທີ່ເບົາ ເຮັດໃຫ້ສາມາດບີບອັດເພືຶ່ອເພີ່ມຄວາມໜາແໜ້ນ ຊ່ວຍໃຫ້ຂົນສົ່ງໄດ້ສະດວກຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/