ລາຍງານສະບັບຫຼ້າສຸດຂອງ Goldman Sachs ທະນາຄານທຸລະກິດແຫ່ງການລົງທຶນລາຍໃຫຍ່ຂອງໂລກຈາກສະຫະລັດອາເມຣິກາ ເຜີຍໃຫ້ເຫັນວ່າ ອິນເດຍຈະກາຍເປັນປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ຮອງຈາກຈີນ ພາຍໃນປີ 2075, ແຊງໜ້າສະຫະລັດອາເມຣິກາ, ຍີ່ປຸ່ນ ແລະ ເຢຍລະມັນ.
ໂດຍປັດຈຸບັນ, ອິນເດຍເປັນປະເທດທີ່ມີເສດຖະກິດໃຫຍ່ອັນດັບ 5 ໃນໂລກຮອງຈາກເຢຍລະມັນທີ່ເປັນອັນ 4, ຍີ່ປຸ່ນ ອັນດັບ 3, ຈີນອັນດັບ 2 ແລະ ສະຫະລັດອາເມຣິກາ ອັນດັບ 1.
ການປະເມີນຄັ້ງໃໝ່ຂອງ Goldman Sachs ໃນຄັ້ງນີ້ ເກີດຂຶ້ນທ່າມກາງ ການເພີ່ມຂຶ້ນຂອງປະຊາກອນອິນເດຍ ທີ່ປັດຈຸບັນມີປະຊາກອນຫຼາຍທີ່ສຸດເປັນອັນດັບ 1 ຂອງໂລກ ແຊງໜ້າຈີນ ທີ່ຄອງຕຳແໜ່ງນີ້ມາເປັນເວລາຫຼາຍທົດສະວັດ ບວກກັບຄວາມກ້າວໜ້າທາງດ້ານນະວັດຕະກໍາ ແລະ ເທັກໂນໂລຢີ ການລົງທຶນທີ່ສູງຂຶ້ນ ແລະ ປະສິດທິພາບການຜະລິດຂອງກໍາລັງແຮງງານທີ່ເພີ່ມຂຶ້ນຂອງອິນເດຍ ເຮັດໃຫ້ Goldman Sachs ປະເມີນວ່າອິນເດຍຈະກ້າວຂຶ້ນມາມີບົດບາດສໍາຄັນໃນເສດຖະກິດໂລກ ພາຍໃນປີ 2075.

ຂໍ້ມູນຈາກ Nasscom ສະມາຄົມການຄ້ານອກພາກລັດຂອງອິນເດຍ ເຜີຍໃຫ້ເຫັນວ່າ ລາຍຮັບຈາກອຸດສາຫະກຳເທັກໂນໂລຢີຂອງອິນເດຍຄາດວ່າຈະເພີ່ມຂຶ້ນ 245 ຕື້ໂດລາໃນທ້າຍປີ 2023.
ຂະນະທີ່ Santanu Sengupta, ນັກເສດຖະສາດອິນເດຍຂອງ Goldman Sachs Research, ກ່າວວ່າ, “ໃນສອງທົດສະວັດຂ້າງໜ້າ, ອັດຕາສ່ວນການເພິ່ງພາອາໄສຂອງອິນເດຍ (Dependency Ratio) ຫຼື ຈໍານວນຄົນທີ່ບໍ່ມີການເຄື່ອນໄຫວທາງດ້ານເສດຖະກິດຕໍ່ກັບຈໍານວນຄົນໃນອາຍຸການເຮັດວຽກທາງດ້ານເສດຖະກິດ ຈະຕ່ຳທີ່ສຸດໃນພາກພື້ນດັ່ງກ່າວ”.
ທ່ານ Sengupta ກ່າວຕື່ມວ່າ ປັດໄຈສໍາຄັນໃນການດຶງສັກກະຍະພາບ ຂອງປະຊາກອນທີ່ເພີ່ມຂຶ້ນຢ່າງໄວວາຂອງອິນເດຍ ແມ່ນການສົ່ງເສີມການມີສ່ວນຮ່ວມຂອງກໍາລັງແຮງງານ.

ລັດຖະບານອິນເດຍຍັງໄດ້ສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງ. ໂດຍສະເພາະ ການກໍ່ສ້າງທາງ ແລະ ລົດໄຟ ງົບປະມານຫຼ້າສຸດຂອງປະເທດມີເປົ້າໝາຍເພື່ອຈັດຕັ້ງປະຕິບັດໂຄງການກູ້ຢືມແບບບໍ່ມີດອກເບ້ຍ 50 ປີໃຫ້ແກ່ອຳນາດການປົກຄອງສ່ວນທ້ອງຖິ່ນ ເພື່ອກະຕຸ້ນການລົງທຶນໃນພື້ນຖານໂຄງລ່າງ.
ນອກຈາກນີ້ ສະຖານະ ແລະ ຈຸດຢືນທາງດ້ານການເມືອງລະຫວ່າງປະເທດຂອງ ອິນເດຍ ທີ່ດຳເນີນນະໂຍບານເປັນກາງມາຕະຫຼອດ ທ່າມກາງຄວາມຂັດແຍ້ງ ລະຫວ່າງໂລກຕາເວັນຕົກ ແລະ ຕາເວັນອອກ ທີ່ເຄັ່ງຕຶງຂຶ້ນທຸກມື້ ກໍເປັນອີກໜຶ່ງສິ່ງທີ່ເປັນທ່າແຮງສຳຄັນໃນການຊຸກຍູ້ໃຫ້ເສດຖະກິດອິນເດຍມີການຈະເລີນເຕີບໂຕຢູ່ຕະຫຼອດ.

ດ້ວຍສະຖານະທາງການເມືອງລະຫວ່າງປະເທດ-ພາຍໃນ ແລະ ນະໂຍບາຍຕ່າງໆ ຂອງທາງລັດຖະບານອິນເດຍ ແລະ ຄວາມຮູ້ຄວາມສາມາດຂອງຄົນອິນເດຍ ເຮັດໃຫ້ບໍລິສັດຜູ້ນຳດ້ານເທັກໂນໂລຢີຫຼາຍໆບໍລິສັດຍັກໃຫຍ່ຂອງໂລກ ຕ່າງຫັນມາລົງທຶນໃນອິນເດຍ ເຊັ່ນ: Microsoft, Apple, IBM, Google, Amazon ແລະ ອື່ນໆອີກຫຼາຍບໍລິສັດ ຈຶ່ງບໍ່ແປກທີ່ອິນເດຍຈະກ້າວຂຶ້ນມາເປັນຜູ້ນຳດ້ານເທັກໂນໂລຢີ ແລະ ເສດຖະກິດໂລກ ໃນອະນາຄົດ.
ຂອບໃຈຂໍ້ມູນຈາກ: thestandard, cnbc, goldmansachs, stepupstudent
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/