ມາແລ້ວ! ກັບການຈັດອັນດັບ Boy – Girl Group K-POP ຍອດນິຍົມປະຈຳເດືອນ ກໍລະກົດ 2023 ໂດຍການຈັດອັນດັບເກີດຂຶ້ນຈາກອົງການ The Korean Business Research Institute ຈາກການເກັບຂໍ້ມູນ Big data ລະຫວ່າງວັນທີ 8 ມິຖຸນາ – 9 ກໍລະກົດ 2023.
ຈາກຜົນການຈັດອັນດັບ Girl Group K-POP ຍອດນິຍົມປະຈຳເດືອນ ກໍລະກົດ 2023 ອັນດັບ 1 ເປັນຂອງນ້ອງໃໝ່ມາແຮງຢ່າງວົງ NewJeans ທີ່ໄດ້ກັບມາຄອງອັນດັນ 1 ດ້ວຍດັດຊະນີຊື່ສຽງຢູ່ທີ່ 5.704.051 ເຊິ່ງເພິ່ມຂຶ້ນຮອດ 27,82% ຈາກເດືອນກ່ອນໜ້ານີ້ ແລະ ອັນດັນ 2 ຍັງຄົງຕົກເປັນຂອງວົງ (G)I-DLE ນັ້ນເອງ ດ້ວຍດັດຊະນີຕົວເລກຢູ່ທີ່ 4.347.392. ຕາມມາຕິດໆກັບວົງອັນດັບ 3 ທີ່ບໍ່ເຄີຍຫຼຸດໄປໃສນັ້ນກໍຄື BLACKPINK ທີ່ມີດັດຊະນີຊື່ສຽງຢູ່ທີ່ 4.150.384. ໃນສ່ວນອັນດັບທີ 4 ຕົກເປັນຂອງ aespa ດ້ວຍດັດຊະນີຊື່ສຽງຢູ່ທີ່ 3.531.314 ແລະ ອັນດັບ 5 ເປັນຂອງ IVE ທີ່ຂຶ້ນມາຈາກອັນດັບທີ 7 ດ້ວຍດັດຊະນີຊື່ສຽງ 2.938.434.
ສ່ວນທາງດ້ານຂອງຝ່າຍຊາຍ ຍອດນິຍົມປະຈຳເດືອນ ກໍລະກົດ 2023 ຍັງຄົງຕົກເປັນຂອງ BTS ທີ່ຄອງອັນດັບ 1 ມາຕະຫຼອດໄລຍະເວລາ 62 ເດືອນ ດ້ວຍດັດຊະນີຊື່ສຽງ 10.505.246 ໂດຍເພີ່ມຂຶ້ນ 5,72% ເຊິ່ງເພິ່ມຈາກເດືອນເກົ່າ. ໃນສ່ວນອັນດັບ 2 ຕົກເປັນຂອງ Stray Kids ທີ່ຄວາມນິຍົມມາແຮງຂຶ້ນ ຄອງອັນດັບ 2 ດ້ວຍດັດຊະນີຊື່ສຽງ 4.586.068 ເພີ່ມຂຶ້ນ 120,60% ຈາກເດືອນກ່ອນໜ້າ ຫຼືເປັນການເພີ່ມຂຶ້ນຮອດ 256% ໃນໄລຍະເດືອນທີ່ຜ່ານມາ, ອັນດັບ 3 ຕົກເປັນຂອງ SEVENTEEN ດ້ວຍດັດຊະນີຕົວເລກ 4.490.949 ແລະ ອັນດັບ 4 ຕົກເປັນຂອງ SHINee ດ້ວຍດັດຊະນີຊື່ສຽງ 3.085.166 ຕາມມາຕິດໆແມ່ນ NCT ໄດ້ອັນດັບທີ 5 ໄປຄອງດ້ວຍດັດຊະນີສຽງ 2.608.273.
TOP 10 Girl Group K-POP ຍອດນິຍົມປະຈຳເດືອນ ກໍລະກົດ 2023

- NewJeans
- (G)I-DLE
- BLACKPINK
- aespa
- IVE
- LE SSERAFIM
- TWICE
- OH MY GIRL
- Girls’ Generation
- Red Velvet
TOP 10 Boy Group K-POP ຍອດນິຍົມປະຈຳເດືອນ ກໍລະກົດ 2023

- BTS
- Stray Kids
- SEVENTEEN
- SHINee
- NCT
- MONSTA X
- EXO
- Super Junior
- BTOB
- WINNER
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/