2 ບໍລິສັດລົດໄຟຫົວລູກປືນ ຂອງຍີ່ປຸ່ນຢ່າງ Central Japan Railway Co ແລະ East Japan Railway Co ເດີນໜ້າພັດທະນາໄປສູ່ ລົດໄຟໄຮ້ຄົນຂັບ ແນໃສ່ການລົດຕົ້ນທຶນຂອງບໍລິສັດ ແລະ ຄາດຈະໃຫ້ບໍລິການໃນປີ 2028 ສໍາລັບ ຂະບວນ Tokaido Shinkansen ແລະ ກາງປີ 2030 ສໍາລັບຂະບວນ Joetsu Shinkansen ຕາມລໍາດັບ.
ເມື່ອເດືອນພຶດສະພາທີ່ຜ່ານມາ ລົດໄຟທົດລອງໃນສາຍ Tokaido Shinkansen ທີ່ພ້ອມດ້ວຍລະບົບປະຕິບັດການລົດໄຟອັດຕະໂນມັດ ຫຼື ATO ໄດ້ອອກຈາກສະຖານີ Hamamatsu ໃນແຂວງ Shizuoka ທາງພາກກາງຂອງຍີ່ປຸ່ນ. ໂດຍລົດໄຟໄດ້ເລັ່ງເມື່ອຜູ້ຂັບກົດປຸ່ມສີຂຽວ, ຫຼັງຈາກນັ້ນຈະຊ້າລົງອັດຕະໂນມັດເມື່ອຮອດສະຖານີ ແລະ ເລັ່ງຄືນໃໝ່ຕາມຄຳສັ່ງຂອງຫໍຄວບຄຸມ ແລະ ຕໍ່ມາກໍຢຸດຢູ່ສະຖານີ Shizuoka. ມີຄວາມຄາດເຄື່ອນຕອນຈອດປະມານ 9 ມິນລີແມັດໃນຕໍາແໜ່ງທີ່ກຳນົດໄວ້ ແລະ ຊ້າກວ່າເວລາທີ່ກຳນົດປະມານ 2ວິນາທີ.

ເຈົ້າໜ້າທີ່ຂອງ JR Central ເປີດເຜີຍວ່າ ການທົດລອງດັ່ງກ່າວ ເປັນຄວາມສຳເລັດທີ່ສຳຄັນ ແຕ່ສິ່ງທ້າທາຍຕົ້ນຕໍສໍາລັບ ATO ທີ່ຖືກພັດທະນາໂດຍ JR Central ແມ່ນຕິດກັບເວລາອອກເດີນທາງມາດຕະຖານ, ການໂດຍສານ ແລະ ເວລາມາຮອດທີ່ກໍານົດໄວ້ບໍ່ໃຫ້ກາຍ 15 ວິນາທີໃນແຕ່ລະສະຖານີ, ປັບປຸງຄວາມສະດວກສະບາຍຂອງຜູ້ໂດຍສານ ແລະ ການປະຕິບັດການປະຢັດພະລັງງານໂດຍການປັບຈໍານວນຮອບວຽນຂອງການເລັ່ງເຄື່ອງ, ການລົດຄວາມໄວລົງ ແລະ ການເໜັງຕີງຂອງຄວາມໄວໃນຂະນະການເດີນທາງ.
ລະບົບເຄິ່ງອັດຕະໂນມັດປະກອບມີຄຸນສົມບັດຂັ້ນສູງທີ່ອະນຸຍາດໃຫ້ລົດໄຟແລ່ນດ້ວຍຄວາມໄວສູງກວ່າປົກກະຕິຈົນກວ່າມັນມາຮອດພາກສ່ວນທີ່ຕ້ອງຊ້າລົງ ຫຼື ໃນກໍລະນີສະພາບອາກາດທີ່ບໍ່ດີຕາມເສັ້ນທາງ ຫຼື ສໍາລັບເຫດຜົນອື່ນໆ.

JR Central ໄດ້ກໍານົດເປົ້າໝາຍອັດຕະໂນມັດຊັ້ນທີ 2 ໂດຍອີງຕາມການຈັດປະເພດທີ່ໄດ້ຮັບການຍອມຮັບໂດຍອົງການຈັດຕັ້ງສາກົນ, ເຊິ່ງຮຽກຮ້ອງໃຫ້ຜູ້ປະຕິບັດງານຕ້ອງຢູ່ໃນບ່ອນນັ່ງຄົນຂັບສະເໝີ. ການປະຕິບັດການລົດໄຟອັດຕະໂນມັດຊັ້ນທີ 2 ໄດ້ຖືກນໍາສະເໜີແລ້ວ ໂດຍລະບົບລົດໄຟໃຕ້ດິນ Tokyo Metro ແລະ ບໍລິສັດອື່ນໆ. ໃນປັດຈຸບັນ, ບໍລິສັດບໍ່ມີຄວາມຕັ້ງໃຈທີ່ຈະມຸ່ງໄປສູ່ລະດັບອັດຕະໂນມັດທີ່ສູງຂຶ້ນ. ໂດຍຊັ້ນທີ 4 ເປັນຊັ້ນທີໃນທີ່ລົດໄຟຖືກຄວບຄຸມອັດຕະໂນມັດໂດຍບໍ່ມີພະນັກງານຢູ່ໃນລົດ ເຊິ່ງເປັນຊັ້ນທີ່ສູງທີ່ສຸດໃນຕອນນີ້.
ເຈົ້າໜ້າທີ່ JR Central ກ່າວວ່າ “ພວກເຮົາຕ້ອງການຄົນຂັບລົດເພື່ອຕິດຕໍ່ສື່ສານກັບສູນບັນຊາການ ແລະ ເພື່ອຕອບສະໜອງເຫດການສຸກເສີນ”

ໃນຂະນະດຽວກັນ, JR East ແນໄປເຖິງການນໍາສະເໜີລະບົບອັດຕະໂນມັດຊັ້ນຮຽນທີ 3 ໃນຂະບວນ Joetsu Shinkansen, ເຊິ່ງຈະອະນຸຍາດໃຫ້ດໍາເນີນງານໂດຍຜູ້ເຂົ້າຮ່ວມການເຝິກອົບຮົມຜູ້ທີ່ບໍ່ຈໍາເປັນຕ້ອງມີຄຸນສົມບັດເປັນຄົນຂັບ. ແຕ່ໃນລົດໄຟຍັງຕ້ອງການພະນັກງານຢູ່ໃນລົດເພື່ອດໍາເນີນການ.
ເຈົ້າໜ້າທີ່ JR East ກ່າວວ່າ: “ນີ້ຈະລົດຜ່ອນຄ່າໃຊ້ຈ່າຍໃນການເຝິກອົບຮົມຄົນຂັບ. ລະບົບອັດຕະໂນມັດຊັ້ນທີ 2 ຮຽກຮ້ອງໃຫ້ຜູ້ປະຕິບັດການຢູ່ໃນບ່ອນນັ່ງຂອງຜູ້ຂັບຂີ່ຕະຫຼອດເວລາ ເຖິງແມ່ນວ່າຈະຢູ່ໃນເວລາຂັບຂີ່ອັດຕະໂນມັດ, ເຊິ່ງເຮັດໃຫ້ສະພາບການເຮັດວຽກຍາກຂຶ້ນ”
ຂອບໃຈຂໍ້ມູນຈາກ: japantoday
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/