ທ່າມກາງການຕໍ່ສູ້ກັບສະພາວະເງິນເຟີ້ໃນອາເຈນຕິນາ, ທະນາຄານກາງໃນປະເທດຈຶ່ງໄດ້ປັບອັດຕາດອກເບ້ຍຂຶ້ນເປັນ 97% ແລະ ເພີ່ມອັດຕາດອກເບ້ຍຂຶ້ນ 600 ຈຸດ ເພື່ອກຽມພ້ອມໃນການຮັບມືກັບວິກິດການເງິນເຟີ້ທີ່ເພີ່ມທະວີຄວາມຮຸນແຮງຂຶ້ນສູ່ລະດັບສູງສຸດໃນຮອບ 30 ປີ.
ໃນຖະແຫຼງການຂອງທະນາຄານກາງອາເຈນຕິນາ ທະນາຄານໄດ້ປະກາດການຕັດສິນໃຈທີ່ຈະແຊກແຊງໃນທັນທີເພື່ອປ້ອງກັນ “ຄວາມຜັນຜວນທາງການເງິນ” ໃນຖານະທີ່ເປັນຕົວແປສໍາຄັນທີ່ເຮັດໃຫ້ເກີດສະພາວະເງິນເຟີ້. ໃນປັດຈຸບັນ, ອາເຈນຕິນາກໍາລັງປະສົບກັບຄວາມບໍ່ແນ່ນອນທາງດ້ານເສດຖະກິດ ແລະ ການເລືອກຕັ້ງປະທານາທິບໍດີທີ່ກຳລັງຈະມາເຖິງ.

ທະນາຄານກາງອາເຈນຕິນາໄດ້ປະກາດເປົ້າໝາຍຂອງຕົນໃນການເພີ່ມອັດຕາດອກເບ້ຍຂຶ້ນເປັນ 97%.
ທາງທະນາຄານກາງລະບຸວ່າ “BRCA ຍັງສືບຕໍ່ຕິດຕາມການປ່ຽນແປງຂອງລະດັບລາຄາທົ່ວໄປ. ການປ່ຽນແປງໃນຕະຫຼາດການເງິນ ແລະ ຕະຫຼາດເງິນຕາຕ່າງປະເທດ ແລະ ນະໂຍບາຍການເງິນລວມເພື່ອປັບອັດຕາດອກເບ້ຍ”
ໂດຍການເຄື່ອນໄຫວດັ່ງກ່າວມີຂຶ້ນໃນລະຫວ່າງດັດຊະນີລາຄາບໍລິໂພກອາເຈນຕິນາທີ່ສູງຂຶ້ນແຕະ 102,5% ໃນເດືອນກຸມພາ. ຂະນະທີ່ຕົວເລກອັດຕາເງິນເຟີ້ຂອງປະເທດຂຶ້ນສູ່ລະດັບສູງສຸດນັບຕັ້ງແຕ່ປີ 1991.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/