ສະຖາບັນ ໂຄເປີນິຄັສ Copernicus Institute ຂອງສະຫະພາບຢູໂຣບ (EU’s Copernicus Climate Change Service) ໄດ້ເຜີຍແຜ່ບົດລາຍງານຈາກສູນບໍລິການດ້ານການປ່ຽນແປງສະພາບດິນຟ້າອາກາດ ທີ່ລະບຸວ່າ ອຸນຫະພູມສະເລ່ຍຂອງໂລກມີທ່າອ່ຽງທີ່ຈະຂຶ້ນສູງເປັນສະຖິຕິໃໝ່ໃນປີນີ້ (2023) ແລະ ປີໜ້າ (2024) ເນື່ອງຈາກປາກົດການ ເອລນີໂຢ (El Nino) ຈະກັບຄືນມາໃນໄຕມາດທີ 3 ຂອງປີນີ້.
ໂດຍໃນໄລຍະທີ່ເກີດເອລນີໂຢ ລົມທີ່ພັດທາງທິດຕາເວັນຕົກຕາມແນວເສັ້ນສູນສູດຈະຄ່ອຍໆຊ້າລົງ ແລະ ກະແສນໍ້າອຸ່ນຈະຖືກພັດໄປທາງຕາເວັນອອກ ເຮັດໃຫ້ອຸນຫະພູມເທິງພື້ນຜິວມະຫາສະໝຸດອຸ່ນຂຶ້ນ.

ໃນໄລຍະ 3 ປີຜ່ານມາ, ໂລກໄດ້ປະເຊີນກັບປາກົດການ ລານີຍາ (La Nina) ທີ່ສົ່ງຜົນກະທົບຕໍ່ອຸນຫະພູມພື້ນຜິວທະເລໃນພາກກາງຂອງມະຫາສະໝຸດປາຊີຟິກ ແລະ ໃນແຖບເສັ້ນສູນສູດ ອຸນຫະພູມຕໍ່າກວ່າປົກກະຕິ 3-5 ອົງສາ
ອຸນຫະພູມສະເລ່ຍທົ່ວໂລກໄດ້ຮ້ອນຂຶ້ນຕໍ່ເນື່ອງ ນັບແຕ່ປີ 2016, ຖືເປັນສະຖິຕິຕໍ່ເນື່ອງກັນເຂົ້າສູ່ປີທີ 8 ໂດຍກົງກັບປາກົດການ ເອລນີໂຢ ທີ່ຮ້າຍແຮງ. ເຖິງແມ່ນວ່າການປ່ຽນແປງຂອງດິນຟ້າອາກາດ ຈະກະຕຸ້ນໃຫ້ອຸນຫະພູມສູງຂຶ້ນໃນໄລຍະຫຼາຍປີທີ່ຜ່ານມາ ບໍ່ມີປາກົດການນີ້ກໍຕາມ.

ຄາໂຣ ບູອອນເທມໂປ ຜູ້ອຳນວຍການໜ່ວຍບໍລິການດ້ານການປ່ຽນແປງສະພາບອາກາດຂອງ ສະຖາບັນ ໂຄເປີນິຄັສ (Copernicus Climate Change Service) ລະບຸວ່າ: “ປົກກະຕິແລ້ວປາກົດການ ເອລນີໂຢ ຈະກ່ຽວຂ້ອງກັບການທຳລາຍສະຖິຕິອຸນຫະພູມໃນລະດັບໂລກ ເຊິ່ງການທຳລາຍສະຖິຕິຂອງອຸນຫະພູມໂລກຈະເກີດຂຶ້ນໃນປີ 2023 ຫຼື 2024 ຫຼືບໍ່ນັ້ນ ຍັງບໍ່ຮູ້ຢ່າງຊັດເຈນ ແຕ່ຄິດວ່າຈະມີຄວາມເປັນໄປໄດ້ ຫຼາຍກວ່າເປັນໄປບໍ່ໄດ້”.
ດັ່ງນັ້ນ, ການຄາດຄະເນເຫຼົ່ານີ້ ໂດຍສະຖາບັນ ໂຄເປີນີຄັດສ (Copernicus) ຈຶ່ງໝາຍຄວາມວ່າ ຖ້າປາກົດການ ເອລນີໂຢ ເກີດຂຶ້ນແທ້ໃນເຄິ່ງຫຼັງຂອງປີນີ້ ອຸນຫະພູມສະເລ່ຍຂອງໂລກໃນປີ 2023 ຈະຮ້ອນຂຶ້ນກວ່າໃນປີ 2016, ໃນຂະນະທີ່ອຸນຫະພູມສະເລ່ຍໃນທົ່ວໂລກປັດຈຸບັນຍັງຢູ່ໃນປະມານ 1,2 ອົງສາ.

ຄາໂຣ ບູອອນເທມໂປ ລະບຸອີກວ່າ: “ຖ້າມັນເກີດຂຶ້ນແທ້ ປີ 2023 ນີ້ຈະຮ້ອນກວ່າປີ 2016 ໂດຍພິຈາລະນາຈາກໂລກທີ່ຍັງຮ້ອນຂຶ້ນທຸກມື້ຢ່າງຕໍ່ເນື່ອງ ໃນຂະນະທີ່ມະນຸດຍັງຄົງເຜົາຜານເຊື້ອໄຟຟອສຊິລ”
ເຖິງແມ່ນວ່າຜູ້ປ່ອຍແກ໊ສພິດລາຍໃຫຍ່ຂອງໂລກສ່ວນຫຼາຍຈະໃຫ້ຄໍາໝັ້ນສັນຍາວ່າຈະລົດການປ່ອຍແກ໊ສພິດໃຫ້ເຫຼືອສູນ. ແຕ່ການປ່ອຍອາຍພິດຄາບອນໄດອອກໄຊ (CO2) ທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນໃນປີກາຍນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/