ກຸ່ມປະເທດ BRICS ກໍາລັງຊື້ຄໍາຈໍານວນມະຫາສານເພື່ອກຽມທີ່​ຈະ​ຢຸດ​ການ​ເພິ່ງ​ພາ​ອາ​ໄສ​ເງິນ​ໂດ​ລາ​ສະ​ຫະ​ລັດ


ຕາມລາຍງານຈາກ U.S. Global Investors ກຸ່ມປະເທດທີ່ຮູ້ຈັກກັນໃນນາມ BRICS ກຳລັງກວາດຊື້ຄຳເປັນຈຳນວນມະຫາສານ ເເລະ ຍັງຄົງເປັນ “ຜູ້ຊື້ຄຳລາຍໃຫຍ່” ໃນອະນາຄົດອັນໃກ້ນີ້.

Frank Holmes CEO ເເລະ ຫົວໜ້າເຈົ້່າໜ້າທີ່ຝ່າຍລົງທຶນຂອງບໍລິສັດກ່າວວ່າ ການສະສົມຄຳເປັນຈຳນວນຫຼາຍຂອງຈີນນັ້ນສອດຄ່ອງກັບທິດສະດີທີ່ວ່າ ໂລກກຳລັງເດີນໄປຕາມເສັ້ນທາງໄລຍະຍາວສູ່ການເເຍກທາງຂອງເສດຖະກິດ.

“ຫາກເຮົາຢ້ອນກັບໄປເບິ່ງລາຍຊື່ຂອງຜູ້ຊື້ຄຳ, ຈະເຫັນວ່າສາມປະເທດແມ່ນສະມາຊິກຂອງ BRICS (ບຣາຊິວ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້). ທີ່ຂ້ອຍຍົກປະເດັນນີ້ຄືນມາ ຍ້ອນສອງ​ສາມ​ອາທິດ​ທີ່ຜ່ານມາ, ພວກ​ເຮົາ​ອາດ​ຈະ​ເຫັນ​ການ​ເກີດຂຶ້ນຂອງ​ໂລກ​ ທີ່ຖືກເເບ່ງອອກເປັນສອງຝັ່ງອໍານາດ ໂດຍດ້ານໜຶ່ງມີສະຫະລັດເປັນສູນກາງ ເເລະ ອີກດ້ານໜຶ່ງມີຈີນເປັນສູນກາງ.

ນັບເປັນ​ຄັ້ງ​ທຳ​ອິດ, ທີ່ມີສ່ວນເເບ່ງທາງ​ເສດຖະກິດ​ໂລກ​ຂອງ​ກຸ່ມປະ​ເທດ BRICS ​ເເຊງໜ້າກຸ່ມ​ປະ​ເທດ G7 (ແຄນາດາ, ຝຣັັ່ງ, ​ເຢຍລະ​ມັນ, ອິຕາ​ລີ, ຍີ່ປຸ່ນ, ອັງກິດ ​ແລະ ອາ​ເມ​ຣິ​ກາ) ໃນດ້ານການຊື້ຂາຍ”

ແລະ ຄໍາແມ່ນກະແຈທີ່ສໍາຄັນທີ່ເຮັດໃຫ້ເກີດການເເບ່ງຂວັ້ນອຳນາດເສດຖະກິດ, ເປັນໄປໄດ້ວ່າຄໍາອາດຈະຖືກນໍາໃຊ້ເພື່ອສະໜັບສະໜູນການສ້າງສະກຸນເງິນໃໝ່ນອກເໜືອຈາກເງິນໂດລາສະຫະລັດ.

“BRICS ຕ້ອງການຄຳເພື່ອຮອງຮັບສະກຸນເງິນຂອງພວກເຂົາ ແລະ ຢຸດໃຊ້ເງິນໂດລາສະຫະລັດ, ເຊິ່ງເຮັດໜ້າທີ່ເປັນ Reserve currency ຂອງໂລກມາກວ່າໜຶ່ງສະຕະວັດເເລ້ວ”

ໃນຂະນະນີ້ການ​ຄ້າ​ທົ່ວ​ໂລກ​ກຳລັງຫັນມາໃຊ້ເງິນ​ຢວນຂອງຈີນເພີ່ມຂຶ້ນເລື້ອຍໆ ​ແລະ​ ມີ​ລາຍ​ງານ​ວ່າ BRICS ເຊິ່ງອາດ​ຈະ​ລວມ​ເຖິງ​ບັນດາ​ປະ​ເທດ​ເສດຖະກິດ​ທີ່​ພົ້ນ​ເດັ່ນ​ໃໝ່​ທີ່​ສຳຄັນ​ອື່ນໆ​ເຊັ່ນ: ຊາ​ອຸ​ດີອາ​ຣະ​ເບຍ, ອີຣານ ​ແລະ​ອື່ນໆ ທີ່ກຳລັງ​ພັດທະນາ​ສື່​ກາງ​ໃນ​ການ​ຊຳລະ​ເງິນ​ຂອງ​ຕົນ”

ໃນຕອນນີ້ກຸ່ມປະເທດ BRICS ຍັງຢູ່ໃນຂັ້ນຕອນຂອງການອອກແບບສະກຸນເງິນໃໝ່ເພື່ອມາເເທນເງິນໂດລາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/