ໃນເມື່ອກ່ອນຕາມສວນສັດ ຫຼື ແຫຼ່ງທ່ອງທ່ຽວຕາມທຳມະຊາດ ເຮົາມັກຈະເຫັນການນຳໃຊ້ຊ້າງມາເປັນພາຫະນະ ໃນການນຳທ່ຽວ ຫຼື ເປັນການຂີ່ຫຼັງຊ້າງເພື່ອຄວາມບັນເທີງ ໂດຍສະເພາະໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ຂອງພວກເຮົາ. ແຕ່ທຸກຄົນຮູ້ຫຼືບໍ່ວ່າການບັງຄັບຊ້າງໃຫ້ເຮັດແບບນັ້ນເປັນເວລາດົນ ແມ່ນສາມາດສົ່ງຜົນກະທົບຕໍ່ຊ້າງຢ່າງຮ້າຍແຮງ ແລະ ຄາດບໍ່ເຖິງ.
ຫຼ້າສຸດ ອົງການມູນນິທິໝູ່ສັດປ່າແຫ່ງປະເທດໄທ Wild Life Friends Foundation Thailand (WFFT) ໄດ້ເຜີຍພາບຂອງຊ້າງເພດແມ່ອາຍຸ 71 ປີ ຊື່ໄພລິນ ເປັນຊ້າງທີ່ມີແນວສັນຫຼັງໂຄ້ງຕໍ່າລົງຢ່າງຜິດປົກກະຕິ ຈາກການຮັບໃຊ້ອຸດສາຫະກຳ ການທ່ອງທ່ຽວມາເປັນເວລາຫຼາຍກວ່າ 25 ປີ.
ໂດຍທາງມູນນິທິເປີດເຜີຍວ່າ ຫຼັງຂອງໄພລິນ ຍັງມີຮອຍແປ້ວຈາກຈຸດທີ່ມີການກົດທັບເກົ່າ ການກົດທັບຢ່າງຕໍ່ເນື່ອງນີ້ຕໍ່ຮ່າງກາຍຂອງຊ້າງສາມາດທໍາລາຍເນື້ອເຍື່ອ ແລະ ກະດູກຢູ່ທາງຫຼັງຂອງພວກເຂົາ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍທາງດ້ານຮ່າງກາຍຕໍ່ກະດູກສັນຫຼັງຂອງພວກເຂົາ ຢ່າງແກ້ໄຂບໍ່ໄດ້.”

ທັອມ ເທເລີ (Tom Taylor) ຜູ້ອຳນວຍການໂຄງການດັ່ງກ່າວ ລະບຸວ່າ: “ແມ່ນຢູ່ທີ່ຊ້າງອາດຈະເປັນທີ່ຮູ້ຈັກຍ້ອນຄວາມເຂັ້ມແຂງ ແລະ ຂະໜາດຂອງພວກມັນ, ແຕ່ຫຼັງຂອງພວກມັນບໍ່ໄດ້ຖືກອອກແບບຕາມທໍາມະຊາດເພື່ອຮັບນ້ໍາໜັກອັນໜັກໜ່ວງ, ຍ້ອນວ່າກະດູກສັນຫຼັງຂອງພວກມັນມີການຂະຫຍາຍຂຶ້ນ. ການແບກນໍ້າໜັກຢ່າງຕໍ່ເນື່ອງຈາກນັກທ່ອງທ່ຽວ ສາມາດສົ່ງຜົນເສຍຫາຍທາງດ້ານຮ່າງກາຍຢ່າງຖາວອນ ເຊິ່ງສາມາດເຫັນໄດ້ໃນ ໄພລິນ”

ເອັດວິນ ວິກ (Edwin Wiek) ຜູ້ອໍານວຍການ WFFT ໃຫ້ຮູ້ວ່າ: “ພວກເຮົາໄດ້ແບ່ງປັນເລື່ອງຂອງ ໄພລິນ ເພື່ອປູກຈິດສໍານຶກກ່ຽວກັບຄວາມໂຫດຮ້າຍນຳໃຊ້ຊ້າງເປັນພາຫະນະ ແລະ ເຕືອນປະຊາຊົນບໍ່ໃຫ້ຂີ່ພວກມັນ. ມັນເປັນເລື່ອງສຳຄັນທີ່ຈະເຂົ້າໃຈວ່າ ຊ້າງ ບໍ່ໄດ້ມີໂຄງສ້າງຮ່າງກາຍທີ່ຄືກັບມ້າ, ມັນບໍ່ໄດ້ຖືກອອກແບບມາໃຫ້ແບກຂອງໜັກ ແລະ ເຄື່ອນທີ່. ພວກມັນບໍ່ແມ່ນສັດທີ່ລ້ຽງຢູ່ໃນເຮືອນ ແຕ່ຖືກເອົາມາຈາກປ່າ ແລະ ຖືກຮັກສາໄວ້ໃນສະພາບແວດລ້ອມທີ່ຮຸນແຮງ”

ນອກຈາກນີ້ ນັກເຄື່ອນໄຫວ ກ່ຽວກັບບັນຫາດັ່ງກ່າວ ຍັງໄດ້ອອກມາລະບຸວ່າ ພຶດຕິກໍາດັ່ງກ່າວເປັນການທາລຸນສັດໃນອີກຮູບແບບໜຶ່ງ ເພາະວ່າຮ່າງກາຍຂອງພວກມັນບໍ່ໄດ້ຖືກອອກແບບເພື່ອມາໃຫ້ເຮົາຂີ່. ພວກເຂົາກ່າວວ່າ ສັດເຫຼົ່ານີ້ຍັງຖືກທາລຸນ ແລະ ຂູດຮີດໃນອຸດສາຫະກໍາການທ່ອງທ່ຽວເຊັ່ນ ການຍ່າງປ່າ ແລະການຕັດໄມ້-ການລາກໄມ້, ໂດຍມີຈໍານວນຫຼາຍເສຍຊີວິດຍ້ອນຄວາມອິດເມື່ອຍ ແລະ ຂາດສານອາຫານ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/