ສິງກະໂປ ແຊງ ຮ່ອງກົງ ເປັນສູນກາງແຫ່ງເອເຊຍ

ສິງກະໂປ

Financial Times ໄດ້ວິເຄາະກ່ຽວກັບສັງຫາລິມະຊັບ ການຈະລາຈອນທາງອາກາດ ແລະ ຕົວຊີ້ວັດອື່ນໆ ພົບເຫັນວ່າຮ່ອງກົງ ໄດ້ເສຍຕຳແໜ່ງການເປັນສູນກາງຂອງເອເຊຍ ໃຫ້ກັບຄູ່ແຂ່ງຮ່ວມພູມີພາກຢ່າງປະເທດສິງກະໂປ ສື່ເຖິງຄວາມທ້າທາຍທີ່ຮ່ອງກົງຕ້ອງພົບ ໃນການເປີດປະເທດອີກຄັ້ງ ຫຼັງຈາກຄວບຄຸມການລະບາດຂອງໂຣກໂຄວິດ 19 ມາຫຼາຍປີ.

ຈອນ ລີ ຜູ້ບໍລິຫານເຂດປົກຄອງການລະບາດຂອງໂຄວິດ-19 ແລະ ການປາບປາມຄວາມບໍ່ສະຫງົບສຸກທາງດ້ານການເມືອງທີ່ຮຸນແຮງ ແຕ່ຮ່ອງກົງຍັງເປີດຮັບການເຮັດທຸລະກິດ ແລະ ຍັງຄົງເປັນສູນກາງທາງການເງິນຊັ້ນນຳຂອງເອເຊຍອີກດ້ວຍ.

ສິງກະໂປ

ເຖິງຢ່າງໃດກໍຕາມ ຄວາມສຳຄັນໃນລະດັບພູມີພາກຂອງຮ່ອງກົງນັ້ນລົດລົງ ເນື່ອງຈາກຕຳແໜ່ງທີ່ຕັ້ງເຊິ່ງເປັນປະຕູສູ່ຈີນ ໂດຍຮ່ອງກົງສາມາດເປີດປະເທດຕ້ອນຮັບນັກທ່ອງທ່ຽວອີກຄັ້ງຫຼັງຈາກປິດໄປ 3 ປີ. ໃນຂະນະທີ່ສິງກະໂປເປັນໜຶ່ງໃນປະເທດທຳອິດຂອງພູມີພາກເອເຊຍ ທີ່ເປີດປະເທດອີກຄັ້ງໃນໄລຍະທີ່ເກີດໂຄວິດລະບາດ.

ຂໍ້ມູນຂອງ Sobie Aviation ລະບຸວ່າ ເມື່ອປີທີ່ຜ່ານມາ ຮ່ອງກົງເສຍຕຳແໜ່ງສະໜາມບິນທີ່ມີຄົນຫຼາຍທີ່ສຸດໃນພູມີພາກໃຫ້ກັບສິງກະໂປ ໂດຍມີເຮືອບິນມາລົງຈອດທີ່ສະໜາມບິນຂອງສິງກະໂປຫຼາຍກວ່າຮ່ອງກົງໃນທຸກໆເດືອນ ຕັ້ງແຕ່ເດືອນມັງກອນ 2020, ປັດຈຸບັນ ປະເທດສິງກະໂປມີຈຳນວນຄົນເດີນທາງເຂົ້າປະເທດເຖິງ 70% ຂອງໄລຍະກ່ອນເກີດໂຄວິດ. ສ່ວນຮ່ອງກົງນັ້ນມີພຽງເຄິ່ງໜຶ່ງຂອງສິງກະໂປ.

ສິງກະໂປ

ຜູ້ປະກອບການດ້ານເທັກໂນໂລຍີຂອງຜູ້ນຳຈີນ ໄດ້ເພີ່ມຄວາມໜ້າດຶງດູດໃຈໃຫ້ສິງກະໂປໃນຖານະຈຸດໜາຍປາຍທາງ,​ ສຳລັບເສດຖະກິດຜູ້ຮັ່ງມີ ແລະ ເງິນທຶນຂອງພວກເຂົາ. ໂດຍຕັ້ງແຕ່ກາງປີ 2022 ເງິນຝາກສະກຸນເງິນຕ່າງປະເທດຂອງສິງກະໂປເພີ່ມຂຶ້ນຫຼາຍກວ່າ 1 ແສນລ້ານໂດລາສະຫະລັດ ແລະ ເງິນຝາກໂດລາສິງກະໂປຍັງມີຢ່າງສະໝ່ຳສະເໝີ.

ວຽກງານທຸລະກິດຄອບຄົວຂອງປະເທດສິງກະໂປ ເພີ່ມຂຶ້ນປະມານ 1.500 ແຫ່ງ ໃນປີຜ່ານມາ, ລວມໄປເຖິງບໍລິສັດຈັດການລົງທຶນ BlackRock ໄດ້ເພີ່ມຂະໜາດສໍານັກງານສິງກະໂປເປັນ 2 ເທົ່າ ໃນປີ 2022 ແລະ ທະນາຄານ Wells Fargo ກໍໄດ້ຍ້າຍຈາກຮ່ອງກົງໄປຍັງສິງກະໂປ. ສົ່ງຜົນໃຫ້ລາຄາຄ່າເຊົ່າສິງກະໂປສູງເຖິງ 40% ປຽບທຽບກັບ 2 ປີຫຼັງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/