ເມື່ອບໍ່ດົນມານີ້ ສານເບເລສ ມາລາກ້າ (Velez-Malaga) ທີ່ຢູ່ທາງຕອນໃຕ້ຂອງປະເທດສະເປນ ໄດ້ມີຄຳສັ່ງຕັດສິນໃຫ້ ນາງ ອີວານາ ໂມຣັລ (Ivana Moral) ແມ່ຍິງອາຍຸ 48 ປີ ໄດ້ຮັບເງິນຊົດເຊີຍຈຳນວນ 204.624,86 ຢູໂຣ ຈາກອະດີດສາມີ ເພື່ອເປັນຄ່າຕອບແທນທີ່ ນາງຕ້ອງທົນເຮັດວຽກເຮືອນວຽກຊານມາຕະຫຼອດໄລຍະເວລາທີ່ແຕ່ງງານກັນ.
ໂດຍສານລະບຸວ່າໃນການແຕ່ງງານຂອງພວກເຂົາລະຫວ່າງເດືອນມິຖຸນາ 1995 ຫາ 2020, ໂມຣັລ ແມ່ນຕ້ອງຮັບໜ້າທີ່ດູແລເຮືອນຊານແຕ່ພຽງຜູ້ດຽວ ຜູ້ພິພາກສາໄດ້ຄິດໄລ່ການຈ່າຍເງິນໂດຍອີງໃສ່ຄ່າແຮງຂັ້ນຕໍ່າຂອງປະເທດສະເປນ.
ສ່ວນເຫດຜົນທີ່ສົມບັດໄດ້ຮັບຄ່າຊົດເຊີຍແມ່ນຍ້ອນສານພິຈາລະນາແລ້ວວ່າ ນາງບໍ່ສາມາດປະກອບອາຊີບອື່ນໄດ້ ຍ້ອນນາງອຸທິດຕົນທັງຊີວິດເພື່ອຄອບຄົວ.
ໂມຣັລ ກ່າວວ່າ: “ໃນຂະນະທີ່ຄວາມຮັ່ງມີຂອງອະດີດສາມີຂອງນາງເພີ່ມຂຶ້ນ. ຈົນສາມາດຊື້ລົດຫຼູ ຫຼາຍຄັນ ແລະ ຟາມນ້ໍາມັນໝາກກອກ ຈາກເງິນທຸລະກິດຫ້ອງອອກກໍາລັງກາຍຂອງຄອບຄົວ. ແຕ່ນາງ ບໍ່ສາມາດຊື້ໄດ້ແມ່ນແຕ່ປຶ້ມບົດເຝິກຫັດໃຫ້ລູກສາວໄດ້”.

ໂມຣັລ ລະບຸຕື່ມວ່າ: “ຂ້ອຍສະໜັບສະໜູນວຽກງານຂອງຜົວ ແລະ ຄອບຄົວຂອງຂ້ອຍ. ແຕ່ຂ້ອຍບໍ່ເຄີຍໄດ້ຮັບອະນຸຍາດໃຫ້ເຂົ້າເຖິງວຽກງານທາງດ້ານການເງິນຂອງລາວເລີຍ ຊັບສິນທຸກຢ່າງນັ້ນແມ່ນຂຶ້ນຊື່ຂອງຜົວຂ້ອຍໝົດ”
ໃນຕອນທຳອິດ ທີ່ພວກເຂົາແຕ່ງງານກັນໃນ ປີ 1995, ອະດີດສາມີ ແລະ ໂມຣັລ ໄດ້ເຊັນສັນຍາແບ່ງຊັບສິນ. ໂດຍໃນສັນຍາລະບຸວ່າ ຊັບສິນໃດກໍຕາມທີ່ໄດ້ມາໃນລະຫວ່າງການແຕ່ງງານ ຊັບສິນນັ້ນຈະເປັນຊັບສິນສ່ວນຕົວຂອງທັງຜົວ ເມຍ. ເຊິ່ງ ໂມຣັລ ກ່າວວ່າ: “ນີ້ແມ່ນການກີດກັ້ນທາງການເງິນຢ່າງສົມບູນ ຂ້ອຍບໍ່ເຫຼືອຫຍັງແລ້ວຫຼັງຈາກງານແຕ່ງງານຈົບລົງ, ຂ້ອຍ ແລະ ລູກສາວຂອງຂ້ອຍບໍ່ເຫຼືອຫຍັງເລີຍຫຼັງຈາກໄດ້ໃຫ້ເວລາ, ພະລັງງານ ແລະ ຄວາມຮັກທັງໝົດໃຫ້ແກ່ຄອບຄົວຂອງຂ້ອຍໃນຫຼາຍປີຜ່ານມາ.”

ນອກຈາກນີ້, ອີງຕາມຄໍາຕັດສິນຂອງສານ ອະດີດສາມີຂອງ ໂມຣັລ ຍັງຕ້ອງຈ່າຍຄ່າຊົດເຊີຍໃຫ້ນາງ 500 ຢູໂຣ ຕໍ່ເດືອນ, ເຊັ່ນດຽວກັນກັບອີກ 400 ຢູໂຣ ແລະ 600 ຢູໂຣ ໃຫ້ກັບລູກສາວທັງສອງຂອງລາວເຊັ່ນກັນ.
ຢ່າງໃດກໍຕາມ, ເຫດຜົນວ່າເປັນຫຍັງ ໂມຣັລ ອອກມາເວົ້າໃນເລື່ອງນີ້ ແມ່ນນາງຕ້ອງການໃຫ້ແມ່ຍິງຮູ້ວ່າພວກເຂົາສາມາດຂໍຄ່າຈ້າງສໍາລັບການເຮັດວຽກພາຍໃນເຮືອນ, ມາຕ້າ ຟູເອນເຕັສ (Marta Fuentes) ທະນາຍຄວາມຂອງ ໂມຣັລ ກ່າວວ່າ: “ຄໍາຕັດສິນດັ່ງກ່າວເປັນໄຊຊະນະສໍາລັບແມ່ຍິງຜູ້ທີ່ຕ້ອງເຮັດວຽກຢູ່ໃນ ‘ເງົາ’ ຂອງຜູ້ຊາຍ ຫຼື ສາມີ”.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/