ຄົນອາເມຣິກາ ເລີ່ມບໍ່ຢາກໃຊ້ Instagram ຫຼັງພົບວ່າມີການຄົ້ນຫາວິທີລຶບແອັບຫຼາຍ

ຄົນອາເມຣິກາ ເລີ່ມບໍ່ຢາກໃຊ້ Instagram

Instagram ແອັບທີ່ຫຼາຍຄົນທົ່ວໂລກມັກໃຊ້ ກວມເອົາທຸກເພດທຸກໄວ ຫຼາຍຄົນຈະນິຍົມໃຊ້ກັນຢ່າງແຜ່ຫຼາຍ ເພາະສາມາດສ້າງລາຍໄດ້ຜ່ານແອັບນີ້ໄດ້ ໂດຍການໂຄສະນາສິນຄ້າ ຫຼື ອື່ນໆ. ເຫັນຄົນໃຊ້ຫຼາຍແບບນີ້ ກໍເປັນການດີສຳລັບຜົນກຳໄລຂອງຜູ້ຜະລິດ, ແຕ່ກໍຍັງມີຫຼາຍຄົນທີ່ລຶບແອັບນີ້ໄປ ຫຼື ປິດບັນຊີໄປຫຼາຍພໍສົມຄວນ.

ໃນໄລຍະ 6 ເດືອນທີ່ຜ່ານມາມີການຄົ້ນຫາວິທີລຶບແອັບ Instagram ຫຼາຍທີ່ສຸດ ຕາມມາດ້ວຍ Facebook ເນື່ອງຈາກໃນເວລາດັ່ງກ່າວມີຄົນຄົ້ນຫາຫຼາຍກວ່າ 900.000 ຄັ້ງສຳລັບວິທີລຶບ ຫຼື ປິດການໃຊ້ງານ Instagram ເຊິ່ງຫຼາຍກວ່າ 2 ເທົ່າ ຂອງຈໍານວນການຄົ້ນຫາການລຶບ ຫຼື ປິດ ໃຊ້ງານ Facebook ເຊິ່ງມີການຄົ້ນຫາຫຼາຍກວ່າ 385.000 ຄັ້ງ ໃນໄລຍະ 6 ເດືອນ.

ຄົນອາເມຣິກາ ເລີ່ມບໍ່ຢາກໃຊ້ Instagram

ສຳລັບ 2 ແອັບນີ້ແລ້ວ ປາສະຈາກບໍ່ໄດ້ເລີຍວ່າເປັນແອັບທີ່ມີຄວາມນິຍົມສູງສຸດຂອງຄົນອາເມຣິກາ ລວມເຖິງ Snapchat ທີ່ພວກເຂົາມັກໃຊ້. ຈາກການວິເຄາະທ່າອ່ຽງການຄົ້ນຫາຈາກເວັບໄຊຄວາມປອດໄພທາງໄຊເບີ ແມ່ນພິສູດໄດ້ວ່າຜູ້ຄົນຄົ້ນຫາວິທີລຶບບັນຊີ ແລະ ລຶບແອັບຫຼາຍທີ່ສຸດ.

ຄົນອາເມຣິກາ ເລີ່ມບໍ່ຢາກໃຊ້ Instagram

ຖືໄດ້ວ່າເປັນເລື່ອງທີ່ໜ້າຕົກໃຈພໍສົມຄວນ ເນື່ອງຈາກ Instagram ເປັນແອັບທີ່ຄົນໂຫຼດຫຼາຍທີ່ສຸດເປັນອັນດັບ​​ 2 ຂອງປີ 2022 ໂດຍມີການໂຫຼດຫຼາຍກວ່າ 548 ລ້ານຄັ້ງທົ່ວໂລກ ແຕ່ກໍຍັງສູ້ TikTok ບໍ່ໄດ້ ເຊິ່ງມີຄົນໂຫຼດຈຳນວນ 672 ລ້ານຄັ້ງ.

ຜົນສຳຫຼວດນີ້ສະແດງໃຫ້ເຫັນເຖິງຄວາມບໍ່ໄວ້ວາງໃຈຫຼາຍຂຶ້ນຕໍ່ກັບແພລັດຟອມດັ່ງກ່າວ ກ່ຽວກັບປະເດັນຕ່າງໆ ເຊັ່ນ: ຂໍ້ມູນບິດເບືອນ ການຕົວະຍົວະທາງອິນເຕີເນັດ ການຫຼອກລວງ ແລະ ຄວາມກັງວົນດ້ານຄວາມເປັນສ່ວນຕົວ.

ຂອບໃຈຂໍ້ມູນຈາກ:

https://bit.ly/3yqrxkG

https://bit.ly/3J3nSyd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/