ຫຼາຍພື້ນທີ່ໃນ ສປປ ລາວ ມີຄ່າດັດຊະນີຄຸນະພາບອາກາດຢູ່ໃນໂຊນສີແດງ ເຊິ່ງເລີ່ມສົ່ງຜົນຕໍ່ສຸຂະພາບຂອງມະນຸດ

ຫຼາຍພື້ນທີ່ໃນ-ສປປ-ລາວ

ວັນທີ 11 ມີນາ 2023 ອີງຕາມການວັດແທກຄ່າດັດຊະນີຄຸນະພາບອາກາດຂອງ IQAir ພົບວ່າຫຼາຍແຂວງ ໃນ ສປປ ລາວ ມີຄ່າດັດຊະນີຄຸນະພາບອາກາດຢູ່ໃນໂຊນສີແດງເຊິ່ງອາດເລີ່ມສົ່ງຜົນກະທົບຕໍ່ສຸຂະພາບຂອງມະນຸດ ພ້ອມກັບ ຄ່າວັດແທກ PM 2.5 ທີ່ສູງເກີນມາດຕະຖານ ໃນແຕ່ລະທ້ອງຖິ່ນ.

ໂດຍບັນດາແຂວງທີ່ມີຄ່າດັດຊະນີຄຸນະພາບອາກາດຢູ່ໃນໂຊນສີແດງ ໄດ້ແກ່ ນະຄອນຫຼວງວຽງຈັນ ວັດແທກໄດ້ທີ່ 174 ແລະ ສາມາດວັດແທກຄ່າຝຸ່ນ PM 2.5 ໄດ້ຢູ່ທີ່ 97.2 μg/m3 (ໄມໂຄຣກຣາມຕໍ່ແມັດກ້ອນ) ເຊິ່ງຖືວ່າສູງຫຼາຍກັບມາດຕະຖານທີ່ WHO ຕັ້ງໄວ້ ທີ່ກຳນົດໄວ້ບໍ່ໃຫ້ກາຍ 10 μg/m3.

    ປາກເຊ ສາມາດວັດແທກຄ່າດັດຊະນີຄຸນະພາບອາກາດໄດ້ຢູ່ທີ່ 191 ແລະ ມີຄ່າຝຸ່ນ PM 2.5 ຢູ່ທີ່ 132.3 μg/m3.

ຫຼາຍພື້ນທີ່ໃນ-ສປປ-ລາວ

    ທ່າແຂກ ວັດແທກຄ່າດັດຊະນີຄຸນະພາບອາກາດໄດ້ຢູ່ທີ່ 188 ແລະ ສາມາດວັດແທກຄ່າຝຸ່ນ PM 2.5 ໄດ້ຢູ່ທີ່ 126.5 μg/m3.

ຫຼາຍພື້ນທີ່ໃນ-ສປປ-ລາວ

ແຂວງ ສາລະວັນ  ວັດແທກຄ່າດັດຊະນີຄຸນະພາບອາກາດໄດ້ຢູ່ທີ່ 153 ແລະ ສາມາດວັດແທກຄ່າຝຸ່ນ PM 2.5 ໄດ້ຢູ່ທີ່ 60.2 μg/m3.

ຫຼາຍພື້ນທີ່ໃນ-ສປປ-ລາວ

ດ້ວຍມົນລະພິດໃນອາກາດລະດັບນີ້ແມ່ນເລີ່ມສົ່ງຜົນໃຫ້ເຮົາມີອາການເຊັ່ນ: ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ ແລະ ລະຄາຍເຄືອງຕາເປັນຕົ້ນ. ຜົນວິໄຈຍັງຊີ້ໃຫ້ເຫັນວ່າ ການສຳຜັດກັບມົນລະພິດໃນອາກາດເປັນເວລາດົນ ຍັງເພີ່ມຄວາມສ່ຽງຕໍ່ການເປັນ Emphysema (ຖົງລົມປອດໂພງ) ຫຼາຍກວ່າການສູບຢາມື້ລະ 1 ຊອງອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/