ຖ້າເວົ້າເຖິງ ວົງການ MotoGP ແຟນໆນັກແຂ່ງສອງລໍ້ ຄົງຈະບໍ່ມີໃຜບໍ່ຮູ້ຈັກກັບ ວາເລັນຕິໂນ່ ຣອສຊີ່ (Valentino Rossi) ນັກບິດຈາກ ອິຕາລີ ແຊ້ມໂລກ MotoGP 9 ສະໄໝ ໝາຍເລກ 46 ຕຳນານທີ່ຍັງລົງສະໜາມໃນປັດຈຸບັນນີ້.

ປະຕິເສດບໍ່ໄດ້ວ່າ ເມື່ອເຮົານຶກເຖິງ ຣອສຊີ່ ອີກສິ່ງໜຶ່ງທີ່ເຮົາຄິດຕາມມາກໍຄົງຈະແມ່ນ ໝາຍເລກ 46 ທີ່ລາວໃຊ້ຕະຫຼອດອາຊີບການແຂ່ງລົດຂອງລາວ. ເຊິ່ງເບີດັ່ງກ່າວ ກຳລັງຈະກາຍເປັນຂອງລາວໃນ MotoGP ພຽງຜູ້ດຽວ. ເມື່ອຝ່າຍຈັດການແຂ່ງຂັນ MotoGP ໄດ້ຕັດສິນໃຈທີ່ຈະຍົກເລີກ ໝາຍເລກ 46 ບໍ່ໃຫ້ນັກແຂ່ງຄົນອື່ນໄດ້ໃຊ້ ເພື່ອເປັນກຽດໃຫ້ ຣອສຊີ່. ໂດຍຈະມີການຈັດພິທີຍົກເລີກໝາຍເລກໃຫ້ກັບລາວຢ່າງສົມກຽດ ໃນການແຂ່ງຂັນ Italian Grand Prix ທີ່ສະໜາມ Mugello ວັນທີ 27-29 ພຶດສະພາ ທີ່ຈະມາຮອດນີ້.
ທາງ MotoGP ໄດ້ລະບຸວ່າ ຈະຍົກເລີກໝາຍເລກ 46 ໃນຮຸ່ນຂອງ MotoGP ເທົ່ານັ້ນ, ສ່ວນໃນຮຸ່ນອື່ນ ບໍ່ວ່າຈະເປັນ Moto2 ແລະ Moto3 ຍັງຈະສາມາດໃຊ້ໝາຍເລກ 46 ໄດ້ຕາມປົກກະຕິ.

ຂອບໃຈຂໍ້ມູນຈາກ: https://cutt.ly/GHcgebg
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/