ໃນຕອນແລງຂອງວັນທີ 7 ມິຖຸນາ ປີ 2021 ທີ່ຜ່ານມາ ໄດ້ມີການກັບມາຂອງວົງໄອດອລເກົາຫຼີທີ່ມີຊື່ສຽງໂດ່ງດັງທີ່ມີຊື່ວ່າ EXO ສິລະປິນຈາກ SM Entertainment ໂດຍປັດຈຸບັນມີສະມາຊິກວົງ 9 ຄົນ.
ວົງ EXO ໄດ້ກັບມາຫຼ້າສຸດແມ່ນປີ 2019 ກັບເພງ Obsession ແລະ ໄດ້ກັບມາອີກຄັ້ງໃນປີ 2021, ເຮັດໃຫ້ວົງການບັນເທີງ ສ.ເກົາຫຼີຄຶກຄື້ນຂຶ້ນຕື່ມ ໂດຍ EXO ໄດ້ປ່ອຍຄິບສະປອຍອອກມາກ່ອນແລ້ວເມື່ອເດືອນເມສາ ແລະ ບອກໃບ້ວ່າພວກເຂົາຢູ່ເທິງເຮືອຂົນສົ່ງເຮືອບິນ ຮວມທັງ MV ເພງນີ້ແມ່ນຈະໃຊ້ຄອມພິວເຕີກຣາຟຟິກເປັນຈຳນວນຫຼາຍ.

ຢ່າງໃດກໍຕາມ, ກໍຂໍໃຫ້ແຟນຄັບຕິດຕາມການກັບມາຄັ້ງໃໝ່ຂອງ EXO ເພາະວ່າການກັບມາຄັ້ງນີ້ຕົ້ນສັງກັດສະປອຍມາວ່າສຸດຍອດຍອດອີ່ຫຼີ ແລະ ລາຍລະອຽດຈະເປັນແນວໃດກໍຕິດຕາມກັນຕໍ່ໄປ.

ທີ່ມາ: https://www.komchadluek.net/news/ent/469498
ພາບ: https://www.facebook.com/weareoneEXO
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/