ສະເທືອນວົງການໂຈນ! FBI ແຊກຊຶມອາຊະຍາກອນທົ່ວໂລກ ດ້ວຍການຂາຍໂທລະສັບເຂົ້າລະຫັດໃຫ້ໂຈນໃຊ້


ວັນທີ 8 ມິຖຸນາ 2021 ທີ່ຜ່ານມາ ເຈົ້າຫນ້າຕຳຫລວດ ອົດສະຕາລີ, ນິວຊີແລນ, ຢູໂຣບ ແລະອາເມຣິກາ ໄດ້ຖະແຫລງຂ່າວການຮ່ວມມືໃນປະຕິບັດການທີ່ຊື່ວ່າ “Operation Trojan Shield” ໂດຍການຕົວະຂາຍໂທລະສັບເຂົ້າລະຫັດ ທີ່ນິຍົມໃຊ້ໃນກຸ່ມພວກເຮັດຜິດກົດຫມາຍ ໂດຍສາມາດຈັບຄົນຮ້າຍໄດ້ເກືອບພັນຄົນຈາກໃນ 18 ປະເທດ.

ປະຕິບັດການນີ້ເລີ່ມຂຶ້ນຈາກ FBI ທີ່ໄດ້ສືບແລະຈັບຜູ່ບໍລິຫານບໍລິສັດ Phantom Secure ເຊິ່ງເປັນບໍລິສັດທີ່ໃຫ້ບໍລິການແຊັດເຂົ້າລະຫັດຜ່ານໂທລະສັບ (ຫມາຍຄວາມວ່າການສື່ສານຜ່ານໂທລະສັບແບບພິເສດທີ່ເຂົ້າລະຫັດນີ້ ຈະມີສະເພາະເຄື່ອງທີ່ອອກແບບມາພິເສດເທົ່ານັ້ນຈຶ່ງອ່ານຂໍ້ມູນໄດ້ ເຮັດໃຫ້ບໍ່ຖືກດັກຟັງຫລືດັກອ່ານຂໍ້ຄວາມ) ເຊິ່ງໂທລະສັບແບບນີ້ ຈະຂາຍພ້ອມຄ່າບໍລິການ 6 ເດືອນ ຕົກເຄື່ອງນຶ່ງປະມານ 1,500-2,000 ໂດລາ ໂດຍ FBI ສືບຮູ້ມາວ່າ ມີກຸ່ມອາຊະຍາກອນ ໃຊ້ບໍລິການຫລາຍ ພ້ອມນັ້ນຍັງສືບຮູ້ວ່າບໍລິສັດດັ່ງກ່າວ ຍັງພົວພັນກັບການລັກນຳຢາເສບຕິດເຂົ້າປະເທດນຳອີກ ຈຶ່ງນຳສູ່ການເຂົ້າຈັບຜູ່ບໍລິຫານຂອງບໍລິສັດດັ່ງກ່າວ.

ຫລັງຈາກຈັບໄດ້ສຳເລັດ ທາງ FBI ໄດ້ຕົກລົງກັບນັກພັດທະນາໃນບໍລິສັດດັ່ງກ່າວ ໃຫ້ພັດທະນາລະບົບໃຫມ່ຂຶ້ນມາ ເຊິ່ງໂທລະສັບເຂົ້າລະຫັດທີ່ໃຊ້ລະບົບໃຫມ່ນີ້ ຈະລັກສົ່ງຂໍ້ມູນການສື່ສານມາໄວ້ທີ່ເຊີບເວີຂອງ FBI ໂດຍບໍ່ໃຫ້ໂຈນຮູ້ຕົວ ຈາກນັ້ນໄດ້ປ່ອຍຊື່ໂທລະສັບຮຸ່ນໃຫມ່ນີ້ວ່າ Anom ແລະເລີ່ມກະຈາຍຂາຍສູ່ວົງການຕາມຊ່ອງທາງການຂາຍເກົ່າຂອງບໍລິສັດ Phantom Secure ແລະໂທລະສັບດັ່ງກ່າວກໍໄດ້ຖືກຂາຍອອກສູ່ວົງການມືດນັບແຕ່ປີ 2018 ແລະໃຫ້ບໍລິການຕັ້ງແຕ່ນັ້ນເປັນຕົ້ນມາ ຈາກສະຖິຕິລາຍງານວ່າມີໂທລະສັບດັ່ງກ່າວປະມານ 11,800 ເຄື່ອງທີ່ນຳໃຊ້ໃນທົ່ວໂລກ.

ຈົນມາປີ 2019 ຫລັງຈາກຮ່ວມມືກັບຫລາຍປະເທດ ແລະຂໍຫມາຍສານໄດ້ ເຈົ້າຫນ້າທີ່ຈຶ່ງໄດ້ມີສິດເຂົ້າເບິ່ງຂໍ້ມູນທີ່ລັກເກັບມາ ແລະໄດ້ຂໍ້ມູນອາຊະຍາກອນທົ່ວໂລກ ທີ່ໃຊ້ໂທລະສັບດັ່ງກ່າວ. ຈາກນັ້ນຈຶ່ງຄ່ອຍໆຕິດຕາມ ແລະເລີ່ມຂະບວນການຈັບກຸ່ມດັ່ງທີ່ເກີດຂຶ້ນ. ຜົນຈາກການຈັບຄັ້ງນີ້ ສາມາດຈັບຜູ່ທີ່ມີສ່ວນພົວພັນກັບຄະດີຜິດກົດຫມາຍຕ່າງໆເຊັ່ນ: ຢາເສບຕິດ, ຟອກເງິນ, ຄ້າອາວຸດ… ຫລາຍກວ່າ 800 ຄົນ ຈາກ 18 ປະເທດ ພ້ອມຍຶດຂອງກາງ ແລະເງິນຜິດກົດຫມາຍໄດ້ຫລາຍລ້ານໂດລາສະຫະລັດ.

ຫລັງຈາກມ້າງກຸ່ມຜິດກົດຫມາຍຄັ້ງໃຫຍ່ນີ້ໄດ້ ທາງທີມນັກພັດທະນາຂອງບໍລິສັດດັ່ງກ່າວໄດ້ຮັບເງິນຄ່າຈ້າງ 120,000 ໂດລາ ແຕ່ເນື່ອງຈາກພະນັກງານເຫລົ່ານັ້ນເຮັດວຽກໃນບໍລິສັດທີ່ເຮັດຜິດກົດຫມາຍ ເຊິ່ງມີໂທດຕິດຄຸກ ແຕ່ຈາກຜົນງານຄັ້ງນີ້ກໍຈະມີການພິຈາລະນາລົດໂທດໃຫ້ກັບຜູ່ທີ່ໃຫ້ຄວາມຮ່ວມມືໃນປະຕິບັດການຄັ້ງນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/