ວັກຊີນ ຊີໂນຟາມ (Sinopharm) ແມ່ນວັກຊີນໜຶ່ງທີ່ການແພດລາວນຳໃຊ້ໃນວຽກງານປ້ອງກັນພະຍາດໂຄວິດ-19 ແລະ ວັກຊີນນີ້ ຍັງມີຊື່ຢູ່ໃນບັນຊີວັກຊີນທີ່ນຳໃຊ້ໃນກໍລະນີສຸກເສີນຂອງອົງການອະນາໄມໂລກ (WHO).
- ບໍລິສັດທີ່ຜະລິດວັກຊີນນີ້ ມີຊື່ວ່າ ບໍລິສັດ ຊາຍນາ ເນຊັນແນວ ຟານມາຊູຕິຄໍ ກຣຸບ ຄໍເປີເລຊັນ (China National Pharmaceutical Group Corporation) ຫຼືຊື່ທີ່ຮູ້ຈັກກັນໂດຍທົ່ວໄປຄື ຊີໂນຟາມ (Sinopharm) ເປັນລັດວິສາຫະກິດທີ່ຜະລິດຢາ ແລະ ອຸປະກອນການແພດອັນດັບຕົ້ນໆຂອງ ສປ.ຈີນ ເຊິ່ງຢູ່ພາຍໃຕ້ການກຳກັບດູແລຂອງຄະນະກຳມະການຊັບສິນແຫ່ງລັດ ເຊິ່ງເປັນໜ່ວຍງານຂອງສະພາແຫ່ງລັດທີ່ດູແລບັນດາວິສາຫະກິດທັງໝົດໂດຍມີ ທ່ານ ຫຼິວ ຈິ່ງເຈິນ (Liu Jingzhen) ເປັນປະທານ ແລະ ມີພະນັກງານທັງໝົດ 128,000 ຄົນ ພ້ອມກັບມີສຳນັກງານໃຫຍ່ຢູ່ທີ່ນະຄອນຊຽງໄຮ້. ລັດວິສາຫະກິດນີ້ມີຕັ້ງແຕ່ການວິໄຈ ແລະ ພັດທະນາ ໄປຈົນຮອດການຜະລິດ, ຂົນສົ່ງ ແລະ ຈຳໜ່າຍ ພ້ອມກັບ ບໍລິການດ້ານສຸຂະພາບ, ວິສະວະກຳ, ຮ້ານຄ້າ, ການຈັດປະຊຸມ ແລະ ການເງິນ.

- ວັກຊີນປ້ອງກັນໂຄວິດ-19 ຊີໂນຟາມ ມີຊື່ທາງວິທະຍາສາດວ່າ BBIBP-CorV ເປັນວັນຊີນຊະນິດເຊື້ອຕາຍ ທີ່ໃຊ້ເຕັກໂນໂລຊີການຜະລິດແບບດຽວກັນກັບ ວັກຊີນໂຄໂລນາແວັກ ຫຼື ໃນຊື່ທີ່ເຮົາຄຸ້ນຫູກໍຄື ຊີໂນແວັກ (Sinovac) ຂອງບໍລິສັດ ຊີໂນແວັກ ແລະ ວັກຊີນ BBV 152 ຫຼື ໂຄວາຊິນ (Covaxin) ຂອງບໍລິສັດ ພາລັດ ໄບໂອເທັກ.
- ປະເທດຮັງກາລີ ເປັນປະເທດທຳອິດໃນສະຫະພາບເອີຣົບ ທີ່ອະນຸມັດໃຊ້ວັກຊີນຂອງຊີໂນຟາມ ໂດຍອະນຸມັດໃນເດືອນກຸມພາ ປີ 2021 ທີ່ຜ່ານມາ ເຊິ່ງຮັງກາລີໄດ້ສັ່ງວັກຊີນຊີໂນຟາມນີ້ 5.000.000 ໂດສ ເຊິ່ງກວມທັງໝົດ 21,3% ຂອງວັກຊີນທັງໝົດໃນຮັງກາລີ.
- ເມື່ອວັນທີ 21 ມີນາ 2021 ວາລະສານທາງການແພດ The Lancet ເຊິ່ງເປັນທີ່ຍອມຮັບໃນວົງກວ້າງ ໄດ້ຕີພິມເຜີຍແຜ່ຜົນການສຶກສາທີ່ໃຫ້ຜົນສະຫຼຸບວ່າ ວັກຊີນ BBIBP-CorV ຂອງຊີໂນຟາມ ແມ່ນມີປະສິດທິພາບສູງໃຫ້ການສ້າງພູມຕ້ານທານເມື່ອສັກຄົບສອງໂດສ.

- ອົງການອະນາໄມໂລກ (WHO) ໄດ້ຮັບເອົາ ວັກຊີນຊີໂນຟາມເຂົ້າໃນບັນຊີ ການໃຊ້ວັກຊີນໃນກໍລະນີສຸກເສີນ ເມື່ອວັນທີ 7 ພຶດສະພາ ປີ 2021 ທີ່ຜ່ານມາ ນັບເປັນວັກຊີນລຳດັບທີ 6 ທີ່ ອົງການອະນາໄມໂລກໄດ້ຮັບເອົາ ແລະ ຍັງເປັນວັກຊີນທຳອິດຈາກ ສປ.ຈີນ ທີ່ຖືກຮັບເອົາເຂົ້າບັນຊີກໍລະນີສຸກເສີນ.
ທີ່ມາ: https://bit.ly/2SZJKEZ
ພາບ: thansettakij
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/