5 ເທັກໂນໂລຢີ ທີ່ຖືກພັດທະນາ ເພື່ອນຳໃຊ້ໃນ Tokyo Olympics 2020


ການແຂ່ງຂັນ Tokyo Olympics 2020 ທີ່ຈະມາເຖິງນີ້ ຈະເປັນງານມະຫະກຳກິລາທີ່ຄົນທົ່ວໂລກຈັບຕາເບິ່ງ ແລະ ຕິດຕາມກັນຫຼາຍ, ທາງລັດຖະບານຍີ່ປຸ່ນເອງກໍໄດ້ມີການພັດທະນາເທັກໂນໂລຢີຕ່າງໆ ແລ້ວເອົາເຂົ້າມານຳໃຊ້ ເພື່ອອຳນວຍຄວາມສະດວກສະບາຍໃຫ້ແກ່ຜູ້ຊົມ ແລະ ນັກກິລາທີ່ຈະເຂົ້າຮ່ວມ ຫຼື ແມ່ນແຕ່ຜູ້ຮັບຊົມຢູ່ນອກສະໜາມ.

ເຊິ່ງເທັກໂນໂລຢີ 5 ຢ່າງທີ່ຈະຖືກນຳໃຊ້ຫຼັກໆມີດັ່ງນີ້:

  1. ລົດທີ່ສາມາດຂັບເຄື່ອນດ້ວຍຕົນເອງ (Self-Driving Vehicles)

ລົດທີ່ສາມາດຂັບເຄື່ອນໄດ້ດ້ວຍຕົນເອງ ຈະຖືກໃຊ້ເຂົ້າໃນການແຂ່ງຂັນ Tokyo Olympics 2020 ເຊິ່ງຈະແລ່ນໄປມາຕາມເສັ້ນທາງທີ່ກຳນົດໄວ້ຕາມພື້ນທີ່ຕ່າງໆທີ່ມີຄວາມກ່ຽວຂ້ອງກັບການແຂ່ງຂັນ, ຍັງລວມໄປເຖິງຈາກສະໜາມບິນ ແລະ ເຮືອນພັກເຊົາຂອງນັກກິລາ. ນອກຈາກນັ້ນຍັງຂັບອອກໄປສະຖານທີ່ຈັດການແຂ່ງຂັນໂອແລມປິກຕ່າງໆໃນນະຄອນໂຕກຽວ.

ຈາກການລາຍງານໄດ້ລະບຸວ່າ ທາງລັດຖະບານຢີ່ປຸ່ນໄດ້ວາງແຜນທີ່ຈະໃຫ້ບໍລິການພາຫະນະໄຮ້ຄົນຂັບນີ້ ປະມານ 100 ຄັນໃນໄລຍະທີ່ຈັດການແຂ່ງຂັນໂອແລມປິກຢູ່.

  1. ລະບົບຈົດຈຳໃບໜ້າ (Facial Recognition System)

ເທັກໂນໂລຢີ ການຈົດຈຳໃບໜ້າຈະຖືກນຳໃຊ້ໃນສະຖານທີ່ຈັດງານໂອແລມປິກ ເພື່ອປ້ອງກັນການປອມແປງລັກລອບເຂົ້າມາໃນສະຖານທີ່ຈັດງານ, ສະດວກຕໍ່ການຄັດກອງຄວາມປອດໄພສຳລັບນັກກິລາ, ພະນັກງານ ແລະ ບຸກຄົນອື່ນໆ. ນອກຈາກຈະເຮັດໃຫ້ປະຢັດເວລາແລ້ວ ຍັງມີຜົນດີໃນດ້ານຄວາມປອດໄພພ້ອມ.

ເນື່ອງຈາກການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກ, ການກວດສອບຄວາມປອດໄພດ້ວຍລະບົບຈົດຈຳໃບໜ້າຈຶ່ງເປັນອີກສິ່ງທີ່ເປັນປະໂຫຍດ ແລະ ກຸ້ມຄ່າ ໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID – 19.

  1. ຫຸ່ນຍົນຜູ້ຊ່ວຍ (Robot Assistant or Guidance)

ການແຂ່ງຂັນໂອແລມປິກຈະມີຫຸ່ນຍົນຫຼາຍຕົວທີ່ຈະມາເປັນຜູ້ຊ່ວຍບໍລິການ, ໃຫ້ຄຳແນະນຳ ແລະ ພ້ອມອຳນວຍຄວາມສະດວກໃນການປະຕິບັດງານຕ່າງໆ ເຊັ່ນ: ຈະມີຫຸ່ນຍົນຊ່ວຍເບິ່ງແຍງແຂກ, ເຮັດໜ້າທີ່ນຳທາງ ແລະ ຂົນເຄື່ອງ ພ້ອມທັງໃຫ້ຂໍ້ມູນກ່ຽວກັບກິດຈະກຳຕ່າງໆ ເຊິ່ງຫຸ່ນຍົນເຫຼົ່ານີ້ໄດ້ຖືກອອກແບບມາໃຫ້ມີລັກສະນະເດັ່ນທີ່ສະແດງອອກເຖິງການແຂ່ງຂັນໃນປີນີ້.

ມີຫຸ່ນຍົນປະມານ 8-10 ປະເພດທີ່ຖືກອອກແບບມາເພື່ອຊ່ວຍໃຫ້ການແຂ່ງຂັນໄດ້ຮັບຄວາມສະດວກສະບາຍ ແລະ ມີປະສິດທິພາບຫຼາຍຂຶ້ນ.

  1. ການຖ່າຍທອດສົດທີ່ສົມຈິງຫຼາຍຂຶ້ນ (Immersive Live Viewing)

ການແຂ່ງຂັນນີ້ຈະມີການຖ່າຍທອດສົດທີ່ຈະມອບປະສົບການສົມຈິງໃຫ້ກັບຜູ້ຮັບຊົມ ເຊິ່ງຈະເຮັດໃຫ້ພວກເຂົາມີສ່ວນຮ່ວມໄປກັບງານຫຼາຍຂຶ້ນ. ຜູ້ຊົມຈະຮູ້ສຶກມ່ວນ ແລະ ເປັນສ່ວນຮ່ວມໄປກັບ ພິທີເປີດ, ການແຂ່ງກັນຕ່າງໆ ໃນລັກສະນະທີ່ຄືກັບວ່າໄດ້ໄປນັ່ງຢູ່ທີ່ຂ້າງສະໜາມແຂ່ງ. ນອກຈາກນີ້ການແຂ່ງຂັນ Tokyo Olympic 2021 ຍັງຖືກຖ່າຍທອດສົດດ້ວຍເທັກໂນໂລຢີຄວາມລະອຽດລະດັບ 8k ເຊິ່ງຈະເຮັດໃຫ້ຜູ້ທີ່ຮັບຊົມຢູ່ໄດ້ເບິ່ງວິດີໂອທີ່ຄົມຊັດຍິ່ງຂຶ້ນ, ເປັນປະສົບການໃນການຮັບຊົມ ຖ່າຍທອດສົດທີ່ບໍ່ເຄີຍມີກ່ອນ ເນື່ອງຈາກພາບຄວາມລະອຽດ 8K ນັ້ນສູງກວ່າເທັກໂນໂລຢີພາບ 4k ເຖິງ 2 ເທົ່າ ປະມານ 7680 x 4320 pixel.

  1. ການແປພາສາແບບທັນທີ (Instant Language Translators)

ເພື່ອຫຼີກເວັ້ນອຸປະສັກທາງດ້ານກຳແພງພາສາ ໃນງານລະດັບຢ່າງໂອແລມປິກ ທາງຍີ່ປຸ່ນກໍຈະນຳໃຊ້ເທັກໂນໂລຢີການແປພາສາແບບທັນທີແບບທັນສະໄໝມາໃຊ້ແທນ ເພື່ອຮອງຮັບຜູ້ຊົມທີ່ມາຈາກຫຼາຍມຸມໂລກ. ລະບົບແປພາສາແບບ real-time ປະເພດນີ້ສາມາດຕິດຕັ້ງໄດ້ທີ່ສະມາດໂຟນ ຫຼື ອຸປະກອນທີ່ຮອງຮັບອື່ນໆ ແລະ ຜູ້ໃຊ້ສາມາດເລືອກພາສາເປົ້າໝາຍໃນອຸປະກອນນັ້ນເລີຍ ເຊິ່ງຈະເຮັດໃຫ້ການສື່ສານງ່າຍຂຶ້ນ ແລະ ມີຄວາມເຂົ້າໃຈກັນຫຼາຍຂຶ້ນລະຫວ່າງຄົນທີ່ນຳໃຊ້ພາສາແຕກຕ່າງກັນ.

ນອກຈາກເທັກໂນໂລຢີທີ່ກ່າວມານັ້ນ ຍັງມີຫຼາຍໆເທັກໂນໂລຢີທີ່ເຄີຍໃຊ້ກັບການແຂ່ງຂັນໂອແລມປິກທີ່ຜ່ານມາ ໃນປີນີ້ກໍໄດ້ຖືກນຳໃຊ້ໃນ Tokyo Olympics 2021 ເຊັ່ນກັນ. ເຊິ່ງເຮັດໃຫ້ການແຂ່ງຂັນໃນເທື່ອນີ້ ບໍ່ພຽງແຕ່ເປັນມະຫະກຳການແຂ່ງຂັນກິລາເທົ່ານັ້ນ ແຕ່ຍັງເປັນການເປີດຕົວຫຼາຍໆເທັກໂນໂລຢີທີ່ຈະສາມາດນຳໃຊ້ພັດທະນາສັງຄົມໃນຂັ້ນຕໍ່ໆໄປ.

ຂອບໃຈຂໍ້ມູນຈາກ : https://www.geeksforgeeks.org/use-of-technology-in-tokyo-olympics-2021/

#TokyoOlympic #Olympic2021 #technology

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/