3 ສາເຫດຫຼັກໆທີ່ວ່າເປັນຫຍັງລາຄາຂອງ Bitcoin ຫຼຸດລົງຫຼາຍກວ່າ 63,000 ໂດລາໃນມື້ນີ້


ລາຄາຂອງ Bitcoin ເຊິ່ງເປັນສະກຸນເງິນດິຈິຕອນອັນດັບໜຶ່ງຂອງໂລກ, ໄດ້ຫຼຸດລົງຕໍ່າກວ່າ 63,000 ໂດລາໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ. ຫຼັງ​ຈາກ​ທີ່​ບໍ່​ດົນ​ມາ​ນີ້​ໄດ້​ເຮັດ​ລາ​ຄາ​ສູງ​ສຸດ​ຕະຫຼອດການ (ATH) ທີ່ 73,750 ໂດລາ, ໂດຍການ​ຫຼຸດ​ລົງ​ໃນຄັ້ງນີ້ແມ່ນ​ເຊື່ອ​ກັນ​ວ່າ​ເປັນ​ຍ້ອນ​ປັດ​ໄຈ​ຈໍາ​ນວນ​ໜຶ່ງ, ລວມທັງເຫດການ Bitcoin Halving ທີ່ຈະມາເຖິງໃນໄວໆນີ້. ໂດຍເຮົາຈະມາສະຫຼຸບງ່າຍໆໃຫ້ທຸກຄົນເຂົ້າໃຈກັນ.

  • ລາຄາຂອງ Bitcoin ແມ່ນຢູ່ໃນໄລຍະທີ 2 ຂອງກະແສ halving

4 ໄລຍະຂອງກະແສ halving:

  1. Pre-Halving Accumulation: ລາຄາ Bitcoin ມີແນວໂນ້ມທີ່ຈະເພີ່ມຂຶ້ນສູງ.
  2. Pre-Halving Rally: ລາຄາ Bitcoin ເພີ່ມຂຶ້ນຢ່າງຫຼວງຫຼາຍ
  3. Final Pre-Halving Retrace: ລາຄາຂອງ Bitcoin ຈະມີການປັບຖານ
  4. Post-Halving Consolidation: ລາຄາ Bitcoin ຊອກຫາຈຸດສົມດຸນໃໝ່

ໃນປັດຈຸບັນ Bitcoin ກໍາລັງຢູ່ໃນໄລຍະ “Final Pre-Halving Retrace” :

  • ໂດຍຈະເກີດຂຶ້ນປະມານ 28-14 ມື້ກ່ອນການ halving, ເຊິ່ງໃນຄັ້ງນີ້ແມ່ນມາໄວກວ່າປົກກະຕິ (28-30 ມື້).
  • Rekt Capital ນັກເທຣດ ແລະ ນັກວິເຄາະ crypto ຄາດການວ່າ:

ການປັບຖານຈະແກ່ຍາວເຖິງ ຫຼາຍອາທິດ, ສູງສຸດເຖິງ 77 ມື້ ຫຼືຶ ອາດຈະສັ້ນກວ່າໄລຍະຜ່ານມາ (40-50 ມື້ໃນປີ 2016 ແລະ 2020). ແລະການປັບຖານກ່ອນການ halving ໃນຄັ້ງນີ້ອາດມັນອາດຈະຕື້ນກວ່າ (38% ໃນປີ 2016 ແລະ 20% ໃນປີ 2020).

ຜູ້ຖື Bitcoin ໄລຍະຍາວກຳລັງຂາຍ

ອີງຂໍ້ມູນຈາກ Glassnode:

  • ຜູ້ຖື Bitcoin ຫຼາຍກວ່າ 1,000 BTC ມີການເທຂາຫຼາຍຂຶ້ນ
  • ຈໍານວນບັນຊີ BTC ຂອງປະເພດນີ້ຫຼຸດລົງ 4.83% ໃນສອງສາມອາທິດທີ່ຜ່າມາ.

ສາເຫດທີ່ອາດເປັນໄປໄດ້:

  • ກໍາໄລຈາກລາຄາທີ່ສູງຂຶ້ນ
  • ກັງວົນກ່ຽວກັບຄວາມສ່ຽງ
  • ຕ້ອງການທຶນສໍາລັບການລົງທຶນອື່ນໆ

ແນວໂນ້ມຂອງ Bitcoin ກຳລັງຢູ່ໃນໄລຍະຂາລົງ

ອີງຂໍ້ມູນຈາກຈາກ Coinglass:

  • ພົບເຫັນມີການຊຳລະບັນຊີໃນຕໍາແໜ່ງ long positions ມູນຄ່າ 82 ລ້ານໂດລາ
  • ພົບເຫັນມີການຊຳລະບັນຊີໃນຕໍາແໜ່ງ short positions 23 ລ້ານກວ່າໂດລາ

ປະລິມານຂອງ open interest ຫຼຸດລົງ:

  • ຊີ້ໃຫ້ເຫັນວ່ານັກເທຣດກຳລັງທະຍອຍອອກຈາກຕະຫຼາດ.
  • ສາເຫດທີ່ເປັນໄປໄດ້: ກັບວົນກ່ຽວກັບແນວໂນ້ມຂາລົງ ແລະ ຕ້ອງການຫຼຸດຜ່ອນຄວາມສ່ຽງ

ກິດຈະກໍາໃນຕະຫຼາດອະນຸພັນສະແດງໃຫ້ເຫັນວ່າ:

  • Bitcoin ຢູ່ໃນພາວະຂາລົງ.
  • ນັກວິເຄາະຄາດການວ່າລາຄາຈະຫຼຸດລົງ.

ປັດໄຈອື່ນໆເພີ່ມເຕີມ:

ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ໂລກ​:

  • ເສດຖະກິດໂລກທີ່ຊະລໍຕົວອາດຈະສົ່ງຜົນກະທົບຕໍ່ລາຄາ Bitcoin
  • ນັກລົງທຶນອາດຈະຫັນໄປສູ່ການລົງທຶນໃນສິນຊັບທີ່ປອດໄພ.

ນະໂຍບາຍການເງິນຂອງທະນາຄານກາງ:

  • ການຂຶ້ນອັດຕາດອກເບ້ຍອາດຈະສົ່ງຜົນກະທົບຕໍ່ລາຄາ Bitcoin
  • ທະນາຄານກາງອາດຈະເຂັ້ມງວດນະໂຍບາຍການເງິນ.

ກົດລະບຽບ Cryptocurrency:

  • ກົດລະບຽບທີ່ເຂັ້ມງວດອາດຈະສົ່ງຜົນກະທົບຕໍ່ລາຄາ Bitcoin
  • ໜ່ວຍງານຄຸ້ມຄອງດູແລອາດຈະອອກກົດລະບຽບໃໝ່.

ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ໄດ້ມີການຊຶື້ຂາຍກັນຢູ່ທີ່ 62,800 ໂດລາ , ເຊິ່ງຫຼຸດລົງ 0.68 % ໃນ 24 ຊົ່ວໂມງທີີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap

ທີ່ມາ:

siamblockchain

newsbtc

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/