3 ສະພາ ກຳປູເຈຍ-ລາວ-ຫວຽດນາມ ເຫັນດີເອກະພາບໃນການສົ່ງເສີມພັດທະນາແບບຍືນຍົງ ແລະ ການຮັບມືວິກິດການລະບາດໂຄວິດ-19


ຄະນະກຳມາທິການຕ່າງປະເທດຂອງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມ ເຫັນດີເປັນເອກະພາບ ໃນການສົ່ງເສີມພັດທະນາແບບຍືນຍົງ ແລະ ການຮັບມືວິກິດການພະຍາດໂຄວິດ-19 ໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຮູບແບບປະຊຸມທາງໄກ ໂດຍແມ່ນລາຊະອານາຈັກ ກຳປູເຈຍເປັນເຈົ້າພາບ, ໃນກອງປະຊຸມໄດ້ມີການປຶກສາຫາລືຜັນປ່ຽນສົນທະນາກັນ ໃນຫົວຂໍ້ການຮ່ວມມືກັບລັດຖະສະພາ ໃນການສົ່ງເສີມພັດທະນາແບບຍືນຍົງ ແລະ ການຮັບມືກັບວິກິດການ ການລະບາດຂອງພະຍາດໂຄວິດ-19 ໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ.

ນອກຈາກນີ້ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ການພັດທະນາ ການດຳເນີນໂຄງການຮ່ວມມືການລົງທຶນຂອງລັດຖະບານສາມປະເທດ, ການຮ່ວມມືວິກິດການລະບາດໂຄວິດ-19 ໃນເຂດສາມຫຼ່ຽມພັດທະນາ ພ້ອມທັງໄດ້ທົບທວນຄືນຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານ ການຕ່າງປະເທດ ໃນຂົງເຂດສາມຫຼ່ຽມພັດທະນາສະບັບແຫ່ງຊາດ ກຳປູເຈຍ, ລາວ, ຫວຽດນາມ.

ໃນໂອກາດນີ້ ທ່ານ ສັນຍາ ປະເສີດ ປະທານກຳມະການກຳມາທິການຕ່າງປະເທດ ຫົວໜ້າຄະນະຜູ້ແທນລາວ ໄດ້ສະໜັບສະໜູນຕໍ່ຫົວຂໍ້ກອງປະຊຸມ ແລະ ໄດ້ຕີລາຄາສູງຕໍ່ກັບໝາກຜົນຂອງ ການຮ່ວມມືຕ່າງປະເທດ ໃນການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ໃນເຂດສາມຫຼ່ຽມພັດທະນາຂອງປະຊາທິປະໄຕ ປະຊາຊົນລາວ.

ຂອບໃຈຂໍ້ມູນຈາກ: https://bit.ly/3ui1OrQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/