26 ສິງຫາ ວັນບຸນຫໍ່ເຂົ້າປະດັບດິນ


ບຸນຫໍ່ເຂົ້າປະດັບດິນ: ອີງຕາມຄວາມເຊື່ອຕາມນິທານທຳມະບົດ ໂດຍກ່າວເຖິງຍາດຂອງພະເຈົ້າພິມພິສານ ທີ່ເກີດມີການລັກເງິນຂອງວັດມາເປັນຂອງຕົນເອງ ແລະ ລັກສິ່ງຂອງທີ່ຈະທານໃຫ້ແກ່ພະສົງ, ຖ້າຫາກຕາຍໄປຈະກາຍໄປເປັນເຜດຕົກນະຮົກຕະຫຼອດໃນພຸດທະພັນດອນ ຫຼື ທຽບເທົ່າ 15 ພັນປີ. ເຈົ້າພິມພິສານ ໄດ້ມີການຖວາຍທານໃຫ້ແກ່ພະສົງເທື່ອໃດ ກໍບໍ່ໄດ້ມີການຢາດນ້ຳ ຫຼື ອຸທິດບຸນກຸສົນໄປຫາຍາດເຫຼົ່ານັ້ນ, ເມື່ອຮອດກາງຄືນມາດວງວິນຍານຍາດເຫຼົ່ານັ້ນ ຈຶ່ງໄດ້ສົ່ງສຽງໂຫຍຫວນ ຢູ່ໃກ້ກັບພະລາຊະວັງທີ່ພະອົງປະທັບຢູ່, ໂດຍສະແດງກິລິຍາ ແລະ ຮູບຮ່າງ ເປັນຕາຢ້ານໃຫ້ພະອົງໄດ້ຮັບຮູ້ ແລະ ພົບເຫັນ.

ເມື່ອເປັນດັ່ງນັ້ນ ໃນຕອນເຊົ້າ ພະອົງຈຶ່ງໄດ້ໄປຖາມສະເດັດພະພຸດທະເຈົ້າ ແລະ ພະພຸດທະເຈົ້າກໍໄດ້ເລົ່າເລື່ອງລາວທັງໝົດ ໃຫ້ພະເຈົ້າພິມພິສານໄດ້ຮັບຊາບ, ຫຼັງຈາກທີ່ຮັບຮູ້ແລ້ວ ແລ້ວໄດ້ເຮັດພິທີທານຂຶ້ນ ພ້ອມອຸທິດກຸສົນໄປຫາພວກຍາດທີ່ຕາຍໄປແລ້ວ, ເມື່ອຍາດທີ່ຕາຍໄປແລ້ວໄດ້ຮັບສ່ວນບຸນ ກໍໄດ້ມາສະແດງຕົນເອງໃຫ້ພະເຈົ້າພິມພິສານເຫັນ ແລະ ຊາບວ່າ ຄວາມທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ເບົາລົງ, ເປັນເພາະບຸນກຸສົນ ທີ່ພະເຈົ້າພິມພິສານ ໄດ້ອຸທິດໃຫ້ນັ້ນເອງ.

ຍ້ອນອີງຕາມຄວາມເຊື່ອດັ່ງກ່າວ ຄົນລາວເຮົາກໍໄດ້ສືບທອດປະຕິບັດຮີດຄອງມາຕັ້ງແຕ່ບູຮານຈົນມາຮອດປັດຈຸບັນ. ກ່ອນຈະຮອດມື້ຫໍ່ເຂົ້າ ກໍໄດ້ມີການກະກຽມເຄື່ອງຂອງເພື່ອໄປໃສ່ບາດຢາດນ້ຳ ແລະ ທີ່ສຳຄັນແມ່ນກະກຽມຫໍ່ເຂົ້າ ໂດຍເອົາໃບຕອງມາຫຍິບເປັນ 4 ແຈ (ເຊິ່ງປັດຈຸບັນກໍມີການປັບປ່ຽນຕາມຄວາມສະດວກ) ແລ້ວນຳເອົາເຂົ້າປາອາຫານແຫ້ງ, ຄຳໝາກຄຳພູ, ເຜືອກ, ມັນ, ອ້ອຍ ແລະ ໝາກໄມ້ຕາມລະດູການຕ່າງໆມາໃສ່. ຈາກນັ້ນກໍເອົາໄປຢາຍຕາມອ້ອມແອ້ມເຮືອນ ຫຼື ວັດວາອາຮາມ, ເຊິ່ງຈະຢາຍກັນລະຫວ່າງ 3-4 ໂມງເຊົ້າ ໂດຍທີ່ຟ້າຍັງບໍ່ທັນແຈ້ງຂອງມື້ແຮມ 14 ຄໍ່າ ເພາະເຊື່ອກັນວ່າ ເປັນມື້ທີ່ເທວະດາປ່ອຍຜີເຜດອອກມາ ຫຼື ດວງວິນຍານທີ່ບໍ່ໄດ້ໄປຜຸດໄປເກີດ ອອກມາກິນຂອງທານທີ່ລູກຫຼານທານໃຫ້.

•ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
•Apple Podcast: https://apple.co/31NgrWY
•Google Podcast: https://bit.ly/3fEiWD3

No comment

Leave a Reply