ທ່ານຮູ້ບໍ່ວ່າ ເປັນຫຍັງ ຄຳສັບທີ່ມີຕົ້ນກຳເນີດຈາກພາສາເກົາຫຼີ ຈຶ່ງຖືກເພີ່ມເຂົ້າໃນວັດຈະນານຸກົມພາສາອັງກິດ?
ວັດທະນະທຳເກົາຫຼີ ເຊິ່ງລວມມີທັງ ເພງ, ຮູບເງົາ, ຄວາມງາມ, ອາຫານ, ການແຕ່ງຕົວ ໃນເວທີສາກົນ ໄດ້ມີຄຳສັບທີ່ໃຊ້ສະເພາະເພື່ອເອີ້ນສິ່ງເຫຼົ່ານີ້ ເຊັ່ນ: K-pop,K-drama, K-beauty, K-food, K-style. ເວົ້າລວມແລ້ວ ການມີຄໍານໍາໜ້າດ້ວຍ K ເພື່ອສື່ໃຫ້ເຫັນວ່າແມ່ນວັດທະນະທຳຂອງ ສ.ເກົາຫຼີ. ໃນຍຸກປະຈຸບັນ ເປັນເລື່ອງທີ່ປະຕິເສດບໍ່ໄດ້ວ່າ ວັດທະນະທຳເກົາຫຼີນີ້ຍັງຄົງສືບຕໍ່ໄດ້ຮັບຄວາມນິຍົມຊົມຊອບໃນເວທີສາກົນ.
ທ່ານ ປອ Hye-Kyung Lee ຈາກມະຫາວິທະຍາໄລ King’s College London ທີ່ກໍາລັງຄົ້ນຄວ້າກ່ຽວກັບວັດທະນະທໍາ ແລະ ສິລະປະ ໄດ້ໃຫ້ຄຳເຫັນວ່າ ມັນເປັນຍ້ອນຄວາມສຳເລັດຂອງສິ່ງທີ່ ສ.ເກົາຫຼີ ສົ່ງອອກ ເຊັ່ນ: ຊີຣີ້ Squid Game, ຮູບເງົາເລື່ອງ Parasite ມັນສາມາດເຂົ້າເຖິງຄວາມຄິດແບບສາກົນ. ຄົນອັງກິດ ແລະ ຄົນຕ່າງປະເທດຕ່າງກໍສາມາດເຂົ້າໃຈຕົວລະຄອນໃນຮູບເງົາ K-drama ເຖິງແມ່ນວ່າຈະມີຄວາມແຕກຕ່າງກັນທາງດ້ານພູມສາດ ແລະ ພາສາ. ນອກຈາກນີ້ ເກົາຫຼີຍັງມີເທັກໂນໂລຢີ, ຄວາມສາມາດທີ່ໂດດເດັ່ນ ແລະ ຄວາມສາມາດໃນການສ້າງສັນຜະລິດຕະພັນທີ່ມີຄຸນະພາບສູງ.
ວັດທະນະທຳຂອງເກົາຫຼີເປັນທີ່ຮັບຮູ້ ແລະ ຍອມຮັບ ໃນສະຫະລາຊະອານາຈັກ ມາດົນກວ່າ 10 ປີແລ້ວ. ດັ່ງນັ້ນ ການຮຽນຮູ້ ແລະ ນຳໃຊ້ ຄຳສັບພາສາເກົາຫຼີຈຶ່ງເປັນເລື່ອງທີ່ກຳລັງຮັບຄວາມນິຍົມເພີ່ມຂຶ້ນໃນສັງຄົມທີ່ນຳໃຊ້ພາສາອັງກິດ.

- ໃນປີ 2012 ນັກຮ້ອງຊື່ວ່າ Psy ທີ່ຮ້ອງເພງ Gangnam Style ຖືວ່າເປັນນັກຮ້ອງຄົນທໍາອິດຈາກ ສ.ເກົາຫຼີ ທີ່ສາມາດເຮັດໃຫ້ເພງຕິດ chart ຂອງສະຫະລາຊະອານາຈັກ.
- ຮູບເງົາເລື່ອງ Parasite ທີ່ໄດ້ຮັບລາງວັນອັອສກ້າ ກໍເປັນຮູບເງົາທີ່ບໍ່ໃຊ້ພາສາອັງກິດ ທີ່ສ້າງລາຍໄດ້ສູງສຸດໃນສະຫະລາຊະອານາຈັກ.
- ກຸ່ມນັກຮ້ອງຊາຍ ວົງ BTS ກໍເປັນກຸ່ມນັກຮ້ອງທໍາອິດທີ່ມີຊຸດເພງຕິດ chart ໃນສະຫະລາຊະອານາຈັກ.
- ຫຼ້າສຸດ ຊີຣີ້ Squid Game ກໍເປັນເລື່ອງທີ່ມີຄົນເບິ່ງຫຼາຍທີ່ສຸດໃນປະຫວັດສາດຂອງ Netflix ແລະ ຍັງຕິດ ທັອບ 10 ອັນດັບ ໃນສະຫະລາຊະອານາຈັກ ແລະ 95% ຂອງຜູ້ທີ່ຮັບຊົມຊີຣີ້ດັ່ງກ່າວແມ່ນບໍ່ໄດ້ຢູ່ເກົາຫຼີ.
The Oxford English Dictionary ຫຼື OED ແມ່ນວັດຈະນານຸກົມພາສາອັງກິດ ທີ່ຖືວ່າເປັນໜ່ວຍງານດ້ານພາສາອັງກິດທີ່ຖືກຍອມຮັບຢ່າງກວ້າງຂວາງ ໃນໂລກຂອງການນຳໃຊ້ພາສາອັງກິດ.
ຄຳສັບເກົາຫຼີຄຳທຳອິດທີ່ຢູ່ໃນວັດຈະນານຸກົມນັ້ນ ແມ່ນ ຄຳວ່າ Korean ເຊິ່ງມີຕົວຫຍໍ້ວ່າ K. ຕົວຫຍໍ້ K ແມ່ນນຳໃຊ້ເພື່ອຕໍ່ກັບຄຳສັບອື່ນເພື່ອສ້າງເປັນຄຳນາມທີ່ສື່ເຖິງປະເທດ ສ.ເກົາຫຼີ ແລະ ວັດທະນະທຳຂອງປະເທດນັ້ນ. ຄຳສັບລັກສະນະນີ້ທີ່ເກົ່າແແກ່ທີ່ສຸດແມ່ນຄຳວ່າ K-pop ຖືກນຳໃຊ້ທຳອິດໃນບົດຄວາມໜຶ່ງຂອງວາລະສານ Billboard ໃນວັນທີ 9 ຕຸລາ 1999 ແລະ ຕໍ່ມາກໍຖືກເພີ່ມເຂົ້າໃນວັດຈະນານຸກົມ OED ໃນປີ 2016.
ຄຳສັບພາສາເກົາຫຼີທີ່ເພີ່ມເຂົ້າໃໝ່ໃນ OED ລ້ວນແລ້ວແຕ່ແມ່ນຄໍາສັບຈາກ K-drama, K-pop, K-food ແລະ ວັດທະນະທຳເກົາຫຼີ.
ປາກົດການຄວາມນິຍົມຊົມຊອບວັດທະນະທຳ ແລະ ຄວາມບັນເທີງເກົາຫຼີ ຖືວ່າເປັນປາກົດການທົ່ວໂລກ ແຕ່ມັນມີຮາກຖານມາຈາກທະວີບອາຊີ ໂດຍສະເພາະແມ່ນບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ອາຊີຕາເວັນອອກ. ຍ້ອນເຫັນວ່າ ຄົນອາຊີໃນແຕ່ລະພາກພື້ນທີ່ແຕກຕ່າງກັນນັ້ນ ໄດ້ປະດິດສ້າງ ແລະ ແລກປ່ຽນຄຳສັບໃໝ່ຂຶ້ນເພື່ອບັນຍາຍບໍລິບົດຕ່າງໆ ແລະ ຄຳສັບເຫຼົ່ານັ້ນ ກໍໄດ້ຖືກນຳສະເໜີຕໍ່ໃນໂລກທີ່ນຳໃຊ້ພາສາອັງກິດ ເຮັດໃຫ້ຄື້ນເກົາຫຼີສືບຕໍ່ຮຸ່ງເຮືອງຂຶ້ນໃນມະຫາສະໝຸດພາສາອັງກິດ.
ຄຳສັບທີ່ໄດ້ຖືກເພີ່ມເຂົ້າໃໝ່ໃນ OED ແມ່ນບັນດາຄຳສັບທີ່ຖືກນຳໃຊ້ໃນສື່ສິ່ງພິມຂອງບັນດາປະເທດອາຊີທີ່ຂຽນເປັນພາສາອັງກິດ. 26 ຄໍາສັບທີ່ຖືກເພີ່ມເຂົ້າໃນ OED ສະບັບຫຼ້າສຸດ ໃນເດືອນກັນຍາ 2021 ມີຄໍາໃດແດ່?

- aegyo, n. and adj. (ຄວາມໜ້າຮັກ)
- banchan, n. (ເຄື່ອງຄຽງເປັນຜັກ ທີ່ເສີບພ້ອມກັບເຂົ້າ ເຊິ່ງເປັນສ່ວນໜຶ່ງຂອງອາຫານເກົາຫຼີ)
- bulgogi, n. (ອາຫານປະເພດງົວ ຫຼື ໝູ ທີ່ໄດ້ຖືກໝັກ ແລະ ນໍາໄປປີ້ງ ຫຼື ຂົ້ວ)
- chimaek, n. (ອາຫານປະເພດໄກ່ທອດ ແລະ ເບຍ)
- daebak, n., int., and adj. (ຄໍາອຸທານ ເພື່ອສະແດງຄວາມກະຕືລືລົ້ນ ຄ້າຍກັບຄໍາວ່າ ສຸດຍອດ)
- dongchimi, n. (ກິມຈິຊະນິດໜຶ່ງທີ່ເຮັດດ້ວຍຜັກກາດຂາວ ແລະ ຜັກກະລ່ໍາ)
- fighting, int. (ຄໍາອຸທານເພື່ອໃຫ້ກໍາລັງໃຈວ່າ ສູ້ສູ້)
- galbi, n. (ອາຫານປະເພດກະດູກຂ້າງງົວ ສ່ວນຫຼາຍໝັກໃສ່ສະອິວ, ກະທຽມ ແລະ ນ້ຳ
ຕານ ແລະ ບາງເທື່ອກໍເອົາມາປີ້ງຢູ່ເຕົາເທິງໂຕະ) - hallyu, n. (ຄື້ນເກົາຫຼີ ຫຼື ເວົ້າລວມແມ່ນ ວັດທະນະທໍາ ແລະ ຄວາມບັນເທີງຂອງເກົາຫຼີ)
- hanbok, n. (ຊຸດປະຈໍາຊາດເກົາຫຼີ)
- japchae, n. (ອາຫານທີ່ມີ ເສັ້ນແກ້ວທີ່ເຮັດຈາກແປ້ງມັນ, ຂົ້ວຜັກ ແລະ ອື່ນໆ ໂດຍໃສ່ສະອິວ
ແລະ ນ້ຳມັນງາ) - K-, comb. Form ໂຕຫຍໍ້ K ເພື່ອໃຊ້ປະສົມກັບຄຳອື່ນ
- K-drama, n. (ລະຄອນ, ຮູບເງົາ ຫຼື ຊີຣີ້ເກົາຫຼີ)
- kimbap, n. (ອາຫານເກົາຫຼີ ທີ່ປະກອບດ້ວຍເຂົ້າ ແລະ ສ່ວນປະສົມອື່ນ ແລ້ວນໍາໄປຫໍ່ດ້ວຍ
ແຜ່ນສາຫຼ່າຍ ແລະ ຕັດເປັນຕ່ອນພໍດີຄຳ) - Konglish, n. and adj. (ພາສາເກົາຫຼີປົນອັງກິດ ຫຼື ພາສາເກົາຫຼີທີ່ຢືມຄຳສັບຈາກພາສາອັງກິດ
ແລະ ການນຳໃຊ້ສ່ວນໃຫຍ່ກໍຍັງບໍ່ເປັນທີ່ສາມາດເຂົ້າໃຈໄດ້ສຳລັບຄົນທີ່ຄົນໃຊ້ພາສາອັງກິດ) - Korean wave, n. in Korean, adj. and n. (ຄວາມໝາຍຄືກັນກັບ ຂໍ້ 9 hallyu)
- manhwa, n. (ກາຕູນປະເພດໜຶ່ງຂອງເກົາຫຼີ)
- mukbang, n. (ວິດີໂອໂຊການກິນ ແລະ ເວົ້າກັບຜູ້ຊົມ)
- noona, n. (ໃຊ້ໂດຍຜູ້ຊາຍ ເພື່ອເອີ້ນ ຫຼື ເວົ້າເຖິງ ເອື້ອຍ ຫຼື ໝູ່ຜູ້ຍິງທີ່ມີອາຍຸຫຼາຍກວ່າ)
- oppa, n. (ໃຊ້ໂດຍຜູ້ຍິງ ເພື່ອເອີ້ນ ຫຼື ເວົ້າເຖິງ ອ້າຍ, ໝູ່ຜູ້ຊາຍທີ່ມີອາຍຸຫຼາຍກວ່າ ຫຼື ແຟນ)
- PC bang, n. (ຮ້ານເກມ ຫຼື ຮ້ານອິນເຕີເນັດ)
- samgyeopsal, n. (ອາຫານປະເພດໝູແຜ່ນບາງທີ່ເສີບແບບຍັງບໍ່ສຸກ ເພື່ອໃຫ້ຜູ້ຈະກິນປີ້ງຢູ່ເຕົາ)
- skinship, n. (ຄວາມສໍາພັນແບບໃກ້ຊິດ ຫຼື ແບບສໍາຜັດ ອາດແມ່ນລະຫວ່າງຜູ້ປົກຄອງ ແລະ
ລູກ, ລະຫວ່າງຄູ່ຮັກ ຫຼື ລະຫວ່າງໝູ່ຄູ່) - tang soo do, n. (ກິລາເກົາຫຼີປະເພດໜຶ່ງ ຫຼື ມວຍເກົາຫຼີ)
- trot, n. (ປະເພດຂອງດົນຕີທີ່ໂດ່ງດັງຂອງເກົາຫຼີ)
- unni, n. (ໃຊ້ໂດຍຜູ້ຍິງ ເພື່ອເອີ້ນ ຫຼື ເວົ້າເຖິງ ເອື້ອຍ ຫຼື ໝູ່ຜູ້ຍິງທີ່ມີອາຍຸຫຼາຍກວ່າ)
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/