10 ກິດຈະກຳ ແນະນຳໃຫ້ຄົນໂສດໄດ້ເຮັດໃນວັນ Valentine ນີ້


ວັນວາເລັນທາຍໃກ້ຈະມາຮອດແລ້ວ ຄົນທີ່ມີຄູ່ກໍຄົງຈະຕັ້ງໜ້າຕັ້ງຕາໃຫ້ມັນຮີບມາຮອດໄວໆ ເພາະພວກເຂົາຈະໄດ້ໃຊ້ເວລາພິເສດນຳກັນ. ແຕ່ກັບມາເບິ່ງທີ່ຄົນໂສດ, ພວກເຂົາກໍຄົງຈະຮີບຢາກໃຫ້ມື້ນີ້ຈົບໄປໄວໆ ອາດຈະຍ້ອນຮູ້ສຶກວ່າບໍ່ແມ່ນວັນຂອງຕົນ ຫຼື ຍ້ອນຕ້ອງໄດ້ເຫັນຄົນທີ່ມີຄູ່ເຕັມໄປໝົດ. ບໍ່ວ່າຢ່າງໃດກໍຕາມ ມື້ນີ້ເຮົາໄດ້ມີກິດຈະກຳທັງ 10 ໃຫ້ຄົນໂສດໄດ້ເຮັດແບບບໍ່ຕ້ອງສົນໃຈຄົນມີຄູ່ໄປເລີຍ.

1.ເບິ່ງຮູບເງົາແບບ Marathon

ຖ້າຫາກມື້ວາເລນທາຍນີ້ເຈົ້າວ່າງໝົດມື້ ກໍສາມາດເລືອກຮູບເງົາທີ່ມັກໄວ້ແລ້ວເບິ່ງໃຫ້ມັນໝົດ ອາດຈະເປັນຮູບເງົາທີ່ມີຄວາມຍາວ ຫຼື ເປັນເລື່ອງທີ່ຕໍ່ກັນແບບຊີຣີ້ກໍໄດ້.

2.ການອອກໄປເຮັດວຽກອາສາສະໝັກ

ບໍ່ໄດ້ມີພຽງເຮົາທີ່ໂສດ, ເຮົາສາມາດອອກໄປແຈກຈ່າຍ ແລະ ແບ່ງປັນຄວາມຮັກໃຫ້ແກ່ຄົນທາງນອກທີ່ຢູ່ໂຮງໝໍ ຫຼື ບ່ອນຊ່ວຍເຫຼືອຕ່າງໆໄດ້.

3.ອອກໄປລອງຮ້ານອາຫານໃໝ່ໆ

ໃຫ້ໂອກາດຕົນເອງໄດ້ອອກໄປຈາກຈຸດເກົ່າທີ່ມັກຈະໄປ ແລ້ວລອງໄປຮ້ານອາຫານໃໝ່ໆເບິ່ງ.

4.ຂຽນບັດວັນວາເລັນທາຍໃຫ້ທຸກຄົນທີ່ຮູ້ຈັກ

ເຮົາບໍ່ຈຳເປັນທີ່ຈະຕ້ອງເຮັດໃຫ້ຕົນເອງເປັນຄົນທີ່ບໍ່ເປີດຮັບໃນວັນທີ່ບໍ່ສາມາດສະຫຼອງໄດ້, ໃນທາງກົງກັນຂ້າມອການຂຽນບັດວາເລັນທາຍ ກໍບໍ່ຈຳເປັນຈະຕ້ອງຂຽນໃຫ້ແຕ່ຄູ່ຮັກຢ່າງແຟນ ແຕ່ເຮົາສາມາດຂຽນໃຫ້ທຸກຄົນທີ່ຮັກໄດ້ເຊັ່ນກັນບໍ່ວ່າຈະເປັນໝູ່, ເພື່ອນຮ່ວມງານ ແລະ ຄອບຄົວ.

5.ໄປຮ້ານກາເຟປະຈຳ

ການໄປຮ້ານກາເຟຮ້ານປະຈຳຂອງເຮົາກໍອາດຊ່ວຍໃຫ້ໄດ້ເຫັນວ່າ ໃນມື້ທີ່ມີເທສະການພິເສດແບບນີ້ ພວກເຂົາອາດຈະຈັດຫຍັງແປກໃໝ່ຫຼືບໍ່.

6.ຈັດງານສັງສັນຄົນຕໍ່ຕ້ານວັນ Valentine’s

ການຈັດງານສັງສັນຕໍ່ຕ້ານວັນວາເລັນທາຍໃນທີ່ນີ້ບໍ່ໄດ້ມີຄວາມໝາຍໃນແງ່ລົບ ໃນເມື່ອຄົນມີຄູ່ເຂົາຈັດງານໄດ້, ເປັນຫຍັງຄົນໂສດຈະຈັດແດ່ບໍ່ໄດ້? ຊວນໝູ່ຄູ່ທີ່ໂສດນຳກັນມາຮ່ວມກັນມີຄວາມສຸກດີກວ່າ. 

7.ໄປຄົ້ນພົບຕົວເມືອງ ຫຼື ລະແວກບ້ານໃໝ່ໆ

ຖ້າເຈົ້າເປັນຄົນບໍ່ຄ່ອຍໄດ້ອອກໄປໃສໄກ ນີ້ແມ່ນໂອກາດດີທີ່ຈະໄດ້ຍ່າງອອກໄປຕາມເສັ້ນທາງທີ່ບໍ່ຮູ້ຈັກ ຫຼື ບໍ່ຄຸ້ນເຄີຍ. ເຈົ້າອາດຈະໄດ້ເຈິກັບລະແວກບ້ານໃໝ່ໆທີ່ບໍ່ເຄີຍເຫັນມາກ່ອນ, ໄດ້ເຫັນການໃຊ້ຊີວິດ ແລະ ຮ້ານຄ້າໃໝ່ໆ ທີ່ອາດຈະກາຍເປັນຮ້ານປະຈຳເຈົ້າໄດ້ໃນອະນາຄົດ.

8.ລອງອອກກຳລັງກາຍໃນຮູບແບບໃໝ່

ຖ້າຫາກເຈົ້າເປັນຄົນມັກອອກກຳລັງກາຍແບບໄປເດີ່ນກິລາໃນຮົ່ມ, ເຈົ້າກໍອາດລອງຫຼິ້ນສິ່ງຂອງໃໝ່ໆທີ່ບໍ່ເຄີຍໄດ້ຫຼິ້ນ ຫຼື ລອງການອອກກຳລັງກາຍໃນຮູບແບບໃໝ່ໄປເລີຍເຊັ່ນໂຍຄະ ແລະ ອື່ນໆ.

9.ຈັດຈັດລະບຽບຕູ້ເສື້ອຜ້າຕົນເອງ

ອາດຈະເວົ້າໄວ້ຫຼາຍເທື່ອແລ້ວ ແຕ່ເຈົ້າກໍບໍ່ມີໂອກາດໄດ້ເຮັດຈັກເທື່ອບໍ່ວ່າຈະຍ້ອນເຫດຜົນໃດ, ລອງເປີດຕູ້ເສື້ອຜ້າແລ້ວຄົ້ນເບິ່ງເຄື່ອງຂອງຕົນເອງ ເມື່ອເຫັນໂຕໃດທີ່ບໍ່ໄດ້ໃສ່ແລ້ວກໍນຳມັນໄປບໍລິຈາກ.​ ບໍ່ພຽງເທົ່ານັ້ນ ມັນຍັງຊ່ວຍຈັດການໃຫ້ຕູ້ຂອງເຈົ້າວ່າງຂຶ້ນຫຼາຍ.

10.ເຮັດໃຫ້ມື້ນັ້ນເປັນຄ່ຳຄືນແຫ່ງການຫຼິ້ນເກມ

ບໍ່ວ່າຈະຢາກຫຼິ້ນເກມດ້ວຍຕົວຄົນດຽວ ຫຼື ນັດກັບໝູ່, ມື້ວາເລັນທາຍນີ້ກໍເປັນໂອກາດທີ່ດີທີ່ຈະໄດ້ຫຼິ້ນເກມໝົດຄືນ. ເກມທີ່ກ່າວມານັ້ນບໍ່ຈຳເປັນວ່າຈະຕ້ອງເປັນພຽງການຫຼິ້ນເກມໃນໜ້າຈໍ ແຕ່ສາມາດເປັນທັງເກມໃນຮູບແບບກາຍະພາບ ເຊັ່ນ: ຫຼິ້ນເກມປິງປ່ອງ, ເກມ UNO ຫຼື Board game ອື່ນໆພ້ອມ.

ທີ່ມາ: https://cutt.ly/XPei2EM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/