ໝາກູ້ໄພ ທີ່ຖືກເຝິກຝົນຢ່າງດີ ກຽມພ້ອມຊ່ວຍຄົ້ນຫາຜູ້ປະສົບໄພທີ່ຕຸຣເຄຍ-ຊີເຣຍ

ໝາກູ້ໄພ

ຈາກເຫດການແຜ່ນດິນໄຫວໃນຕອນເຊົ້າຂອງວັນທີ 6 ກຸມພາ ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 7,8 ຣິກເຕີ້ ທີ່ປະເທດ ຕຸຣເຄຍ ແລະ ຊີເຣຍ. ປັດຈຸບັນ ມີຍອດຜູ້ເສຍຊີວິດຫຼາຍກວ່າ 12.000 ແລະ ຄາດວ່າຈະເພີ່ມຂຶ້ນອີກ. ໜ່ວຍກູ້ໄພ ແລະ ຫຼາຍພາກສ່ວນ ໄດ້ອອກຄົ້ນຫາຜູ້ໄດ້ຮັບບາດເຈັບ ແລະ ຜູ້ເສຍຊີວິດ ຢູ່ຕະຫຼອດເວລາ ແລະ ພົບຄົນຈຳນວນຫຼາຍທີ່ຍັງຕິດຢູ່ໃນຕຶກອາຄານທີ່ພັງທະລາຍຈາກໄພທຳມະຊາດໃນຄັ້ງນີ້.

ໝາກູ້ໄພ

ໜຶ່ງໃນນັ້ນ ຍັງມໜ່ວຍກູ້ໄພອີກກຸ່ມທີ່ມາຊ່ວຍໜ່ວຍກູ້ໄພທີ່ເປັນມະນຸດ ນັ້ນກໍຄືໝານັ້ນເອງ. ໝາກູ້ໄພຈຳນວນດັ່ງກ່າວ ແມ່ນເປັນ ໝາທີ່ຖືກເຝິກຝົນມາເປັນຢ່າງດີ ສະຫຼາດ ວ່ອງໄວ ມີຄວາມສາມາດໃນການດົມກິ່ນທີ່ລະອຽດ ພ້ອມທັງມີໄຫວພິບທີ່ເດັດຂາດ.

ດ້ວຍເຫດຜົນນີ້ ໝາຈຶ່ງເປັນປັດໄຈສຳຄັນອີກອັນໜຶ່ງ ທີ່ກູ້ໄພທີ່ເປັນມະນຸດຕ້ອງການຄວາມຊ່ວຍເຫຼືອຈາກພວກນ້ອງໝາ ແລະ ກໍຊ່ວຍໄດ້ເປັນຢ່າງດີ. ມັນສາມາດຄົ້ນຫາຜູ້ລອດຊີວິດ ແລະ ຜູ້ທີ່ມີຍັງມີຊີວິດຢູ່ ໂດຍການຄົ້ນຫາແບບດົມກິ່ນ ຫຼື ໃຊ້ສາຍຕາທີ່ແຫຼມຄົມ ເມື່ອເຫັນຄົນໃນສະຖານທີ່ປະສົບໄພ ໝາກໍຈະໃຊ້ສັນຍານດ້ວຍການເຫົ່າສຽງດັງ.

ໝາກູ້ໄພ

ການທີ່ມີໝາເປັນໜ່ວຍກູ້ໄພ ມັນສົ່ງຜົນດີ ແລະ ໄດ້ຜົນຕອບຮັບດີ ເພາະສາມາດຊ່ວຍເຫຼືອຄົນໄດ້ ບໍ່ແມ່ນໝາທຳມະດາທົ່ວໄປແຕ່ເປັນໝາທີ່ມີຄວາມສາມາດ ທີ່ຜ່ານການເຝິກຝົນຫຼໍ່ຫຼອມຈາກມະນຸດນັ້ນເອງ, ເມື່ອຂ່າວນີ້ເຜີຍແຜ່ອອກໄປ ເຮັດໃຫ້ຫຼາຍຄົນທົ່ວໂລກທີ່ພັບເຫັນ ຕ່າງກໍພາກັນຍິ້ມແຍ້ມດີໃຈ ທີ່ໄດ້ເຫັນກູ້ໄພທີ່ເປັນນ້ອງໝາອັນແສນຈະໜ້າຮັກ ອອກມາຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວ.

ໝາກູ້ໄພ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/