ໜ້າສົນໃຈ! ອອສເຕເລຍ ເປີດຕົວ Climate Ticket ປີ້ລົດໂດຍສານທີ່ເດີນທາງໄດ້ກັບລົດສາທາລະນະທຸກສາຍ


ຖ້າຢາກເດີນທາງໄປໄກໆ ຫຼາຍໆບ່ອນ ເຮົາອາດຈະຕ້ອງເສຍເງິນຄ່າລົດຫຼາຍຕໍ່ ເຮັດໃຫ້ມີຄ່າໃຊ້ຈ່າຍເພີ່ມຂຶ້ນ ແຕ່ບໍ່ແມ່ນກັບ Klimaticket ຫຼື Climate Ticket ປີ້ທີ່ສາມາດໃຊ້ເດີນທາງກັບລົດສາທາລະນະໄດ້ທຸກປະເພດ-ທຸກສາຍໃນປະເທດ ພາຍໃນມື້ດຽວ ທີ່ມີລາຄາສຸດກຸ້ມປະມານ 40,000 ກີບ ຫຼື 3 ຢູໂຣ ເທົ່ານັ້ນ.

ຫຼັງຈາກທີ່ມີການວາງແຜນກັນເຖິງ 15 ປີ ອອສເຕເລຍ ກໍໄດ້ເປີດຕົວ Climate Ticket ຢ່າງເປັນທາງການ. ການເປີດຕົວປີ້ດັ່ງກ່າວປະກາດອອກມາ ຫຼັງຈາກທີ່ທາງການອອສເຕເລຍປະກາດໃຊ້ພາສີຄາບອນ ຫຼື Carbon Tax ທີ່ເກັບຈາກກການຜະລິດ, ການຈຳໜ່າຍ ແລະ ການໃຊ້ເຊື້ອໄຟ. ພວກເຂົາຢາກໃຫ້ການເຂົ້າເຖິງລົດສາທາລະນະມີລາຄາບໍ່ສູງ ເພື່ອເຮັດໃຫ້ປະຊາຊົນຫັນມານຳໃຊ້ລົດສາທາລະນະຫຼາຍຂຶ້ນ ຫຼຸດຜ່ອນການໃຊ້ລົດສ່ວນຕົວ ເພື່ອຫຼຸດຜ່ອນການປ່ອຍຄາບອນ ແລະ ມົນລະພິດຕ່າງໆ, ເຊິ່ງກ່ອນໜ້ານີ້ ລັດຖະບານອອສເຕເລຍເຄີຍໃຫ້ຄຳໝັ້ນວ່າ ຈະເປັນກາງທາງດ້ານຄາບອນໃນປີ 2040.

ປີ້ດັ່ງກ່າວ ຍັງມີແບບເໝົາຈ່າຍເປັນປີໄດ້ພ້ອມ ສຳລັບຄົນທີ່ເດີນທາງຕະຫຼອດ ແລະ ສົນໃຈຈ່າຍເປັນປີບາດດຽວ ຈະມີລາຄາຢູ່ທີ່ 1,095 ຢູໂຣ ເຊິ່ງຖືກກວ່າປະເທດທາງແຖບຢູໂຣບທີ່ມີນະໂຍບາຍຄ້າຍກັນ.

ປັດຈຸບັນ ມີຫຼາຍປະເທດທີ່ກຳລັງສຶກສານະໂຍບາຍດັ່ງກ່າວ ແລະ ມີແຜນຈະເລີ່ມນຳໄປລອງໃຊ້ ເຊັ່ນ: ເຢຍລະມັນ… ໃນອະນາຄົດ ຖ້າຫາກວ່າເສັ້ນທາງລົດໄຟປະເທດລາວເປີດໃຊ້ບໍລິການ ແລະ ເພີ່ມເສັ້ນທາງຫຼາຍຂຶ້ນ ເຮົາອາດຈະໄດ້ເຫັນນະໂຍບາຍດັ່ງກ່າວກໍເປັນໄດ້ ຄົງຈະຖືກໃຈສາຍເດີນທາງ-ທ່ອງທ່ຽວຢູ່ບໍ່ໜ້ອຍເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/