ໜ້າຂອງເຮົາຈະໃສ ແລະ ໜຸ່ມຂຶ້ນຫຼັງຈາກມີເພດສຳພັນ


ການມີເພດສຳພັນຈະຊ່ວຍໃຫ້ຜິວຂອງເຮົາໃສຂຶ້ນ, ບໍ່ພຽງແຕ່ບໍລິເວນໜ້າເທົ່ານັ້ນ ທີ່ຈະໃສ ແລະ ສະຫວ່າງຂຶ້ນ ນອກຈາກນັ້ນແລ້ວຍັງເບິ່ງໜຸ່ມຂຶ້ນອີກ. ມັນອາດຈະຟັງເບິ່ງບໍ່ໜ້າເຊື່ອ ແຕ່ນັ້ນແມ່ນຄວາມຈິງ, ທາງນັກວິທະຍາສາດໄດ້ມີການສຶກສາຫາປັດໄຈທີ່ເຮັດໃຫ້ເກີດຜົນນັ້ນ.

ຜ່ານການວິໄຈໃນການຫາໄລຍະເວລາຂອງການທີ່ໃບໜ້າສະຫວ່າງຂຶ້ນຫຼັງຈາກມີເພດສຳພັນ. ພວກເຂົາໄດ້ຮວບຮວມເອົາອາສາສະໝັກທີ່ເປັນກຸ່ມແຕ່ງງານໃໝ່ມາ 200 ຄູ່ ເພື່ອທົດສອບການທີ່ໃບໜ້າໃສດັ່ງກ່າວນັ້ນ. ນັກວິໄຈໄດ້ຂໍໃຫ້ບັນດາອາສາສະໝັກຈົດບັນທຶກກິດຈະກຳທາງເພດໃນແຕ່ລະມື້ຂອງພວກເຂົາ ເປັນເວລາ 2 ອາທິດເຕັມ. ພ້ອມທັງຍັງໄດ້ລາຍງານເຖິງຄວາມພໍໃຈຂອງພວກເຂົາຕໍ່ຄູ່ຮັກ ແລະ ຄວາມສຳພັນຂອງພວກເຂົາໃນແຕ່ລະມື້ພ້ອມ ໂດຍທີ່ບໍ່ຈຳເປັນວ່າຈະມື້ນັ້ນຈະຕ້ອງມີເພດສຳພັນນຳກັນ.

ຜົນການວິໄຈໄດ້ສົ່ງອອກມາໃຫ້ເຫັນວ່າ ການມີເພດສຳພັນໜຶ່ງມື້ ສາມາດເພີ່ມລະດັບຄວາມພໍໃຈທາງເພດໄດ້ເຖິງສອງມື້ເຕັມ, ສະແດງວ່າ ການມີໜ້າທີ່ໃສ ເກີດຈາກການມີເພດສຳພັນ ແລະ ຄວາມພໍໃຈໃນຄວາມສຳພັນອັນຍາວນານເຖິງ 48 ຊົ່ວໂມງ.

ສ່ວນປັດໄຈທີ່ເຮັດໃຫ້ເກີດການໜ້າໃສນັ້ນແມ່ນ ໃນຂະນະທີ່ກຳລັງມີເພດສຳພັນຢູ່, ໃນຮ່າງກາຍຂອງພວກເຮົາໄດ້ເພີ່ມຈຳນວນການໄຫຼວຽນຂອງເລືອດ ເຊິ່ງເລືອດນັ້ນກໍໄດ້ເຄື່ອນຍ້າຍອັອກຊີເຈນເຂົ້າໄປຫາທີ່ຕຳແໜ່ງໃບໜ້າຫຼາຍຂຶ້ນ. ເມື່ອຫຼອດເລືອດມີການຂະຫຍາຍຂຶ້ນ, ໜ້າຂອງເຮົາກໍຈະມີສີແດງ ແລະ ການໄດ້ຮັບອັອກຊິເຈນຫຼາຍ ມັນໄດ້ໄປກະຕຸ້ນຄໍລາເຈນໃຫ້ຜະລິດຫຼາຍຂຶ້ນ. ຕົວຄໍລາເຈນກໍຈະໄປບຳລຸງຜິວຂອງເຮົາໃຫ້ແຂງແຮງຂຶ້ນຕື່ມ. ບໍ່ພຽງເທົ່ານັ້ນ, ອ້າງອີງອີກຈາກການວິໄຈປີ 2009 ໄດ້ລາຍງານວ່າ ການໄດ້ຮອດຈຸດສຸດຍອດທາງເພດ ຈະເພີ່ມລະດັບເອສໂຕຣເຈນ (Estrogen) ໃນຮ່າງກາຍ. ເຊິ່ງຕົວເອສໂຕຣເຈນນັ້ນຈະຊ່ວຍປ້ອງກັນບໍ່ໃຫ້ຜິວໜັງແກ່ຕົວລົງ ພ້ອມທັງຍັງປ້ອງກັນບໍ່ໃຫ້ຄໍລາເຈນລົດລົງອີກ.

ບໍ່ແມ່ນແຕ່ສຳລັບຜູ້ທີ່ມີເພດສຳພັນ ແຕ່ຜູ້ທີ່ຊ່ວຍຕົນເອງ ຫຼື ກໍຄືຜູ້ທີ່ໄດ້ສຳເລັດຕົນເອງໄປຮອດຈຸດສຸດຍອດທາງເພດນັ້ນ (Orgasm) ຈະຊ່ວຍກະຕຸ້ນໃຫ້ຮ່າງກາຍປ່ອຍກົດໄນຕຣິກ (Nitric Acid) ໃນການຊ່ວຍໄຫຼວຽນຂອງເລືອດໃນຮ່າງກາຍ ເຊິ່ງຈະຊ່ວຍໃຫ້ໄດ້ຮັບອັອກຊິເຈນ ແລະ ຍັງຊ່ວຍກະຕຸ້ນສານໂດປາມີນ (Dopamine) ທີ່ເປັນສານໃນສະໝອງ ເຮັດໃຫ້ເຮົາຮູ້ສຶກພໍໃຈ. ສະຫຼຸບແລ້ວ, ການມີເພດສຳພັນກັບຄູ່ຮັກ ຫຼື ຈະເປັນການລຸຍດ່ຽວ. ເມື່ອໄດ້ຮອດຈຸດສຸດຍອດແລ້ວ ກໍຈະຊ່ວຍໃຫ້ເກີດໃບໜ້າທີ່ໃສສະຫວ່າງຂຶ້ນ ແລະ ຍັງສາມາດຊ່ວຍໃຫ້ເບິ່ງໜຸ່ມຂຶ້ນໄດ້ພ້ອມ.

ນອກຈາກນີ້ແລ້ວ, ການໄດ້ຮອດຈຸດສຸດຍອດທາງເພດຍັງເຮັດໃຫ້ຮ່າງກາຍຜ່ອນຄາຍລົງ. ຜ່ານການສຳຫຼວດ, ມີ 39% ຈາກ 2,632 ຄົນ ທີ່ເປັນແມ່ຍິງຊາວອາເມຣິກາໄດ້ໃຫ້ລາຍງານວ່າພວກເຂົາຊ່ວຍຕົນເອງເພື່ອຜ່ອນຄາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/