ໜ່ວຍງານທາງການແພດໃນສະກັອດແລນເລີ່ມທົດສອບໃຊ້ໂດຣນຂົນສົ່ງເຄື່ອງມື ແລະ ອຸປະກອນທາງການແພດ

ໜ່ວຍງານທາງການແພດ

ໜ່ວຍງານທາງການແພດ

ຕໍ່ໄປການຂົນສົ່ງອຸປະກອນທາງການແພດຈະກາຍເປັນເລື່ອງວ່ອງໄວ ແລະ ສະດວກຂຶ້ນ. ເມື່ອວັນທີ 30 ກັນຍາ 2022 ທີ່ຜ່ານມາ BBC ໄດ້ລາຍງານວ່າໜ່ວຍງານທາງການແພດໃນສະກັອດແລນເລີ່ມທົດສອບໃຊ້ໂດຣນຂົນສົ່ງເຄື່ອງມືແລະອຸປະກອນທາງການແພດຈາກໂຮງໝໍສະຕຣາຄາໂທຣ (Stracathro) ໃນເມືອງເບຣຊິນ (Brechin) ໄປທີ່ບ້ານອິນເວີໂກວຣີ (Invergowrie) ທີ່ຢູ່ໃກ້ກັບໂຮງໝໍໄນເວລ (Ninewells) ໃນເມືອງດັນດີ (Dundee) ເພື່ອໃຫ້ໜ່ວຍງານບໍລິການສຸຂະພາບຂອງເຂດເທໄຊ (NHS Tayside) ນໍາບໍລິການນີ້ມາໃຊ້ ເພື່ອລົດໄລຍະທາງໃນການຂົນສົ່ງໃຫ້ໄວຂຶ້ນ.

ໜ່ວຍງານທາງການແພດ

ໂດຍການທົດລອງຂົນສົ່ງອຸປະກອນທາງການແພດດ້ວຍໂດຣນນີ້ ຈະທົດລອງໂດຍຄະນະກໍາມະການສຸຂະພາບ ແລະໂຄງການ Mercury Drone Port ໂດຍເປັນເສັ້ນທາງບິນທີ່ໄດ້ຮັບອະນຸຍາດຈາກສຳນັກການບິນແຫ່ງຊາດ ເຊິ່ງໃນອະນາຄົດຈະມີການຂົນສົ່ງອຸປະກອນທາງການແພດລະຫວ່າງຖານພະຍາບານອື່ນໆ ໃນເມືອງດັນດີ ແລະ ເມືອງແອງກັສ (Angus). ທາງດ້ານ ເບດ ໄວໄຊ (Beth Whiteside) ຫົວໜ້າສະພາຂອງເມືອງແອງກັສ ຄາດວ່າການທົດລອງໃຊ້ໂດຣນຂົນສົ່ງອຸປະກອນທາງການແພດແລະເຄື່ອງມືທາງການແພດຈະຊ່ວຍລົດເວລາໃນການກວດ ແລະ ວິເຄາະຜູ້ປ່ວຍໃຫ້ໄດ້ໄວຂຶ້ນ ໃນຂະນະໜ່ວຍງານບໍລິການສຸຂະພາບຂອງເມືອງເທໄຊ ກໍຄາດຫວັງວ່າການທົດສອບໃນຄັ້ງນີ້ຈະຊ່ວຍພັດທະນາແລະປັບປຸງໃຫ້ຜູ້ປ່ວຍທຸກຄົນໄດ້ຮັບບໍລິການທີ່ເທົ່າທຽມ ບໍ່ວ່າຈະອາໄສຢູ່ໃນພື້ນທີ່ໃດກໍຕາມ.

ໜ່ວຍງານທາງການແພດ
ໜ່ວຍງານທາງການແພດ

ພ້ອມນີ້ ໜ່ວຍງານບໍລິການສຸຂະພາບຂອງເມືອງເທໄຊ ຍັງໄດ້ວາງແຜນຂະຫຍາຍການຂົນສົ່ງໂດຍນໍາໄປໃຊ້ກັບການເກັບຕົວຢ່າງເລືອດຂອງຜູ້ປ່ວຍ ໂດຍຈະເຮັດໃຫ້ເກັບຕົວຢ່າງເພື່ອຈັດສົ່ງໄປກວດທີ່ຫ້ອງປະຕິບັດການທີ່ໂຮງໝໍໄນເວລທີ່ຢູ່ຫ່າງອອກໄປໄດ້ໄວຂຶ້ນ.

ການທົດລອງບິນໂດຣນຄັ້ງນີ້ເປັນຄວາມຮ່ວມມືລະຫວ່າງໜ່ວຍງານພາກລັດຂອງສະພາເມືອງແອງກັສ ແລະບໍລິສັດໂດຣນ DTLX ເຊິ່ງໄດ້ຮັບທຶນສະໜັບສະໜູນມາຈາກກອງທຶນແອງກັສ ຂອງລັດຖະບານອັງກິດມູນຄ່າກວ່າ 26,5 ລ້ານປອນ ຕາມຂໍ້ຕົກລົງຂອງເມືອງເທໄຊ.

ຖືໄດ້ວ່າເປັນຄວາມກ້າວໜ້າອີກໜຶ່ງລະດັບຂອງວົງການແພດໝໍ ທີ່ຕໍ່ຈາກນີ້ໄປເຮົາອາດເຫັນປະເທດລາວເຮົານຳໃຊ້ໂດຣນໃນການຂົນສົ່ງອຸປະກອນ-ເຄື່ອງມືທາງການແພດ ເຊັ່ນດຽວກັນກັບທາງສະກັອດແລນທີ່ໄດ້ເລີ່ມລົງມືທົດລອງໄປແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply