ປັດຈຸບັນ ກະເເສຄວາມນິຍົມຂອງ AI ກຳລັງມາເເຮງ, ເຮັດໃຫ້ມີຄົນສວຍໂອກາດໂດຍໃຊ້ຄວາມສາມາດຂອງ AI ນີ້ໃຫ້ເປັນປະໂຫຍດໃນການຫຼອກລວງບັນດານັກລົງທຶນ ໂດຍການສ້າງ CEO ຂຶ້ນມາເພື່ອຫຼອກລວງນັກລົງທຶນ Crypto ຜ່ານ YouTube.
ໃນອາທິດນີ້ ໜ່ວຍງານ California Department of Financial Protection and Innovation (DFPI) ຂອງລັດ California ໄດ້ອອກມາເວົ້່າເຖິງມາດຕະການການຄຸ້ມຄອງດູເເລຈາກການຫຼອກລວງເອົາ Crypto ໂດຍສົ່ງຈົດໝາຍໃຫ້ຍຸຕິ ເເລະ ຍົກເລິກໄປຫາ 5 ບໍລິສັດທີ່ອ້າງວ່າພະຍາຍາມສະເເຫວງຫາຜົນກຳໄລຈາກກະເເສຂອງ AI ທີ່ມາເເຮງ.

ໂດຍເປົ້າໝາຍຫຼ້າສຸດຂອງໜ່ວຍງານຄື Maxpread Technologies, Harvest Keeper, Visque Capital, Coinbot ເເລະ QuantFund ເຊິ່ງ DFPI ກ່າວຫາວ່າ ເເຕ່ລະລາຍສະເໜີຫຼັກຊັບທີ່ບໍ່ມີເງື່ອນໄຂ ເເລະ ເຮັດສັນຍາທີ່ບໍ່ຖືກຕ້ອງກັບນັກລົງທຶນ.
DFPI ກ່າວວ່າ ບໍລິສັດຕ່າງໆ ຍັງເວົ້າເກີນຄວາມເປັນຈິງກ່ຽວກັບຜົນຕອບເເທນທີ່ຈະໄດ້ຮັບຈາກ AI ໃນການຊື້ຂາຍ Crypto ເເລະ ການໃຊ້ AI ເພື່ອສ້າງກົນລະຍຸດທາງການຕະຫຼາດເພື່ອຫຼອກລວງເຫຍື່ອທີ່ບໍ່ມີຄວາມຮູ້ທາງດ້ານນີ້.
ນອກເໜືອຈາກການພະຍາຍາມຫຼອກລວງໃຫ້ລົງທຶນເເລ້ວນັກ, Maxpread Technologies ຍັງຖືກກ່າວຫາວ່າ “ພະຍາຍາມຫລອກລວງນັກລົງທຶນກ່ຽວກັບຕົວຕົນຂອງ CEO ໂດຍໃຊ້ AI ໃນການສ້າງ CEO ຕົວປອມຂຶ້ນມາ ເເລະ ຕັ້ງໂປຣເເກມໃຫ້ອ່ານຕາມ script”
ໃນວິດີໂອທີ່ລົງໃນ YouTube ຂອງບໍລິສັດ Maxpread ເມື່ອວັນທີ 8 ເດືອນເມສາ, CEO ທີ່ອ້າງຊື່ວ່າ “Michael Vanes” ໄດ້ອອກມາເວົ້າກ່ຽວກັບການເປີດຕົວຂອງບໍລິສັດ. ແຕ່ເຈົ້າໜ້າທີ່ບອກວ່າບຸກຄົນທີ່ຢູ່ໃນວີດີໂອນັ້ນບໍ່ແມ່ນ CEO ເເທ້. ໂດຍ CEO ເເທ້ຂອງບໍລິສັດ Maxpread ແມ່ນ Jan Gregory ເຊິ່ງຮັບຕຳເເໜ່ງເປັນ CMO ເເລະ CBM ຂອງບໍລິສັດ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/