ໜຸ່ມເຫັນໜ້າສົດແຟນສາວຄັ້ງທຳອິດ ຫຼັງຄົບກັນມາ 4 ປີ ຮັບບໍ່ໄດ້ ຮຽກຮ້ອງຄ່າເສຍຫາຍຫຼາຍລ້ານ


ເລື່ອງນີ້ເກີດຂຶ້ນທີ່ໄຕ້ຫວັນ ຊາຍຄົນໜຶ່ງເລົ່າວ່າ “ຫາກໍເຄີຍເຫັນໜ້າສົດແຟນສາວເປັນຄັ້ງທຳອິດຫຼັງຄົບກັນມາ 4 ປີ ແລະ ສິ່ງທີ່ເຫັນເຮັດໃຫ້ລາວຕັດສິນໃຈຟ້ອງຄ່າເສຍຫາຍຫຼາຍລ້ານ”

ຕະຫຼອດໄລຍະເວລາ 4 ປີທີ່ຜ່ານມາ ລາວ ແລະ ແຟນເຂົ້າກັນໄດ້ດີ ແຕ່ມີແຕ່ເລື່ອງດຽວຄືແຟນສາວບໍ່ເຄີຍຍອມໃຫ້ເຫັນໜ້າສົດເລີຍຈັກຄັ້ງ

ເວລານອນ ແຟນກໍຈະຫຼັບນຳຫຼັງ ແລະ ຕື່ນນອນກ່ອນ, ເຖິງຈະຂໍຮ້ອງ ແຕ່ແຟນສາວກໍບໍ່ຍອມໃຫ້ລາວເຫັນໜ້າສົດເລີຍ ຈົນກາຍເປັນເລື່ອງດຽວທີ່ລາວຄາໃຈ, ເຊິ່ງມັນກາຍເປັນເຫດຜົນທີ່ຍັງບໍ່ຂໍແຟນແຕ່ງງານ.

ແຟນໜຸ່ມຕັດສິນໃຈໃຊ້ແຜນທຳທ່າຫຼັບ ລໍຖ້າເວລາທີ່ແຟນສາວເຂົ້ານອນ ແລະ ນັ້ນກໍເປັນຄັ້ງທຳອິດທີ່ລາວໄດ້ເຫັນໜ້າສົດຂອງແຟນສາວ ຈົນເຮັດໃຫ້ລາວຕ້ອງລຸກອອກຈາກຕຽງໄປນອນທີ່ຫ້ອງຮັບແຂກແທນ.

ຊາຍໜຸ່ມກ່າວວ່າ ‘’ລາວແຕກຕ່າງຫຼາຍ ປານບໍ່ແມ່ນຄົນດຽວກັນ ແຕ່ກ່ອນຂ້ອຍຫົວຂວັນກັບຄລິບລົບເຄື່ອງສຳອາງ, ແຕ່ຕອນນີ້ ຮູ້ສຶກວ່າລາວຕົວະຂ້ອຍດ້ວຍການແຕ່ງໜ້າມາຕະຫຼອດ 4 ປີ’’

ພ້ອມກັບບອກວ່າໃນອະນາຄົດບໍ່ຢາກໃຫ້ລູກມີໃບໜ້າຄືກັບແຟນສາວຂອງລາວ ຢ້ານລູກຈະຖືກເຢີ້ຍ ເພາະປັດຈຸບັນສັງຄົມໃຫ້ຄວາມສຳຄັນກັບຮູບຮ່າງໜ້າຕາ.

ຫຼັງຈາກທີ່ເຫັນໜ້າຂອງແຟນສາວ ລາວຕັດສິນໃຈບໍ່ເມືອເຮືອນເປັນເວລາ 1 ເດືອນ ແລະ ຂໍຢຸດຄວາມສຳພັນໄປໃນທີ່ສຸດ.

ແຕ່ລາວຍັງຕັ້ງໃຈທີ່ຈະຮຽກຮ້ອງຄ່າເສຍຫາຍເປັນຈຳນວນ 4 ລ້ານໂດລາໄຕ້ຫວັນ (ປະມານ 2200 ລ້ານກີບ) ເພື່ອເປັນ ‘’ເງິນຊົດເຊີຍທີ່ເສຍເວລາໄປ 4 ປີ”

ໃນສັງຄົມອອນລາຍຂອງໄຕ້ຫວັນກໍຮູ້ສຶກບໍ່ເຫັນດີ ແລະ ເຫັນວ່າທັງໜົດບໍ່ແມ່ນຄວາມຜິດຂອງຝ່າຍຍິງເລີຍ ແລະ ເວລາທີ່ຝ່າຍຊາຍເສຍໄປ ຝ່າຍຍິງກໍເສຍເຊັ່ນກັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/