ໜຸ່ມສະຖາປັດຮັບອອກແບບຜັງເມືອງໃນເກມ ລາຍໄດ້ດີຈົນເກືອບບໍ່ມີເວລາສອບເສັງ


ເປັນເລື່ອງປົກກະຕິທົ່ວໄປທີ່ນັກສຶກສາທີ່ກຳລັງຮຽນຢູ່ຈະຫາລາຍໄດ້ເສີມໃຫ້ຕົວເອງ ໂດຍການເຮັດວຽກ Part time ເປັນສ່ວນໃຫຍ່ ເຊັ່ນດຽວກັນກັບໜຸ່ມນັກສຶກສາຄົນໜຶ່ງທີ່ເຮັດວຽກເສີມດ້ວຍການອອກແບບຜັງເມືອງໃນເກມ Cookie Run: Kingdom ເຊິ່ງໄດ້ຜົນຕອບຮັບດີເກີນທີ່ລາວຄາດໄວ້ຈົນເກືອບຈະບໍ່ມີເວລາສອບເສັງ.

ໜຸ່ມນັກສຶກສາຄົນນີ້ຊື່ ນິວ ວໍຣະພົນ ກໍສຸວັນ (นิว วรพล กอสุวรรณ) ເປັນນັກສຶກສາສະຖາປັດປີ 2 ກຳລັງສຶກສາຢູ່ມະຫາວິທະຍາໄລລັງສິດ ໃນປະເທດໄທ ໄດ້ກ່າວວ່າ ຕົນເອງນັ້ນເປັນນັກສຶກສາສະຖາປັດ ຕອນທີ່ເກມນີ້ອອກມາ ເປັນໄລຍະດຽວກັນກັບທີ່ຕົນເອງເລີ່ມເຮັດໂຄງການຂອງມະຫາໄລ ຕອນທຳອິດກໍຫຼິ້ນປົກກະຕິ ແຕ່ຈຸດປ່ຽນແມ່ນຫຼັງຈາກທີ່ລາວໄດ້ໂພສການອອກແບບອານາຈັກໃນເກມຂອງລາວເປັນແບບໃຫ້ຄົນໃນກຸ່ມຫຼິ້ນເກມເບິ່ງ ແລ້ວກໍມີຄົນທັກມາ ຍ້ອນວ່າຢາກໃຫ້ອອກແບບອານາຈັກໃຫ້ ໂດຍລາຄາທີ່ລາວສະເໜີໄປແມ່ນ 200 ບາດເທົ່ານັ້ນ.

ລາວເບິ່ງວ່າການອອກແບບອານາຈັກເກມກໍເປັນງານສີລະປະແບບໜຶ່ງ ຫຼັງຈາກນັ້ນລາວກໍຄິດວ່າສາມາດຫາລາຍໄດ້ເສີມຈາກສິ່ງນີ້ໄດ້ ເພາະຕອນນີ້ຍັງບໍ່ມີໃຜເຮັດມາກ່ອນ ລາວຈຶ່ງໂພສຮູບການອອກແບບໄປອີກ 6-7 ຮູບ ປາກົດວ່າມີຄົນສົນໃຈເປັນຈຳນວນຫຼາຍຈົນເຮັດໃຫ້ລາວເກືອບບໍ່ມີເວລາເຮັດວຽກຂອງມະຫາໄລເລີຍ.

ນິວ ຍັງໄດ້ກ່າວໄວ້ວ່າ ຕົນເອງເປັນຄົນທີ່ຫາລາຍໄດ້ຈາກເກມດົນແລ້ວ ຖ້າໃຫ້ແນະນຳນ້ອງໆກໍອາດຈະແມ່ນ ເຮົາເຮັດຫຍັງກໍໄດ້ທີ່ເຮົາມັກ ຖ້າເຮົາມັກເຮົາຈະເຂົ້າໃຈມັນແທ້ໆ ແລ້ວພະຍາຍາມຫາທາງຫາລາຍໄດ້ຈາກມັນ, ໃນທຸກໆເກມຈະມີແບບນີ້ຢູ່ຕະຫຼອດຢູ່ທີ່ວ່າໃຜຈະເລີ່ມເຮັດມັນກ່ອນເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/GamingDose/posts/3665101860253296