ຊາເວຍ ແລະ ເອຣິກ ເປັນໝູ່ທີ່ສະໜິດກັນ ໄປໃສກໍໄປນຳກັນ ຫຼິ້ນຫຍັງກໍຫຼິ້ນນຳກັນ, ເມື່ອມີການແຂ່ງຂັນເຕະບານກໍຈະຢູ່ທີມດຽວກັນ, ແຕ່ວ່າເອຣິກ ເປັນເດັກນ້ອຍທີ່ຖານະທາງບ້ານບໍ່ອຳນວຍດ້ານການເງິນພໍປານໃດ ໄປເຕະບານທຸກຄັ້ງກໍໃສ່ພຽງເກີບຄູ່ດຽວກັນກັບເກີບທີ່ໃສ່ໄປໂຮງຮຽນ, ບໍ່ມີເກີບງາມໆດີໆໃສ່ຄືກັບຄົນອື່ນ ບາງຄັ້ງໃສ່ເຕະບານຈົນເກີບນັ້ນຂາດ ເພາະບໍ່ມີເງິນຊື້.
ເມື່ອເປັນດັ່ງນັ້ນ ຊາເວຍ ຜູ້ທີ່ເປັນໝູ່ສະໜິດຂອງ ເອຣິກ ຈຶ່ງຕັດສິນໃຈຊື້ເກີບເຕະບານໃໝ່ໃຫ້ເພາະເນື່ອງຈາກວ່າ ເອຣິກ ໃສ່ເກີບເຕະບານຂາດລົງສະໜາມຕະຫຼອດ, ເງິນທີ່ ຊາເວຍ ຊື້ເກີບນັ້ນເປັນເງິນທີ່ແມ່ເຖົ້າຂອງລາວເອົາໃຫ້ ແລ້ວລາວເກັບເງິນຈຳນວນນັ້ນໄວ້ ທ້ອນໄວ້ເມື່ອເວລາຢາກໄດ້ສິ່ງຂອງຕ່າງໆ ແລະ ເມື່ອເຫັນໝູ່ປະສົບບັນຫາ ຈຶ່ງເອົາເງິນຈຳນວນນັ້ນມາຊື້ເກີບໃຫ້ໝູ່ ແລ້ວກໍມອບເປັນຂອງຂວັນວັນເກີດໃຫ້ເລີຍ.

ເກີບເຕະບານມີລາຄາປະມານ 17 ປອນ, ໃນຂະນະທີ່ມອບຂອງຂວັນໃຫ້ ຜູ້ເປັນພໍ່ຂອງ ຊາເວຍ ກໍໄດ້ຖ່າຍວີດີໂອໄວ້ ເຊິ່ງວີດີໂອດັ່ງກ່າວນັ້ນກໍໄດ້ຖືກເຜີຍແຜ່ຢ່າງໄວວາ ໃນເວລາບໍ່ພໍເທົ່າໃດນາທີ. ນອກຈາກນີ້ ຊາເວຍ ຍັງໄດ້ເວົ້າວ່າການທີ່ລາວປະຕິບັດຕົນແບບນີ້ ກໍເພາະວ່າມີນັກເຕະທີ່ມັກ ແລະ ນັບຖືເປັນຂວັນໃຈ ແລະແຮງບັນດານໃຈ ນັ້ນກໍຄື ມາຄັສ ແຣສຟອດ ນັກເຕະຂອງສະໂມສອນ ແມນເຊສເຕີ ຢູນາຍເຕັດ ທີມມັກຂອງ ຊາເວຍ.
ຖືວ່າເປັນອີກເລື່ອງດີໆທີ່ເດັກນ້ອຍພຽງ 9 ປີ ກໍຮູ້ເຖິງການມີນ້ຳໃຈຕໍ່ໝູ່, ຊ່ວຍເຫຼືອຍາມເວລາທີ່ໝູ່ທຸກຍາກຂາດເຂີນ ແລະ ບໍ່ວ່າໝູ່ຂອງຕົນຈະເປັນຄົນສັນຊາດໃດ, ປະເທດໃດ ທຸກ ຫຼື ລວຍ ກໍຍັງຮັກ ແລະ ນັບຖືເປັນໝູ່ຢູ່ສະເໝີ.
ຂອບໃຈຂໍ້ມູນຈາກ:
– https://www.sportbible.com/football/news-take-a-bow-community-legends-schoolboy-9-surprises-friend-with-new-pair-of-football-boots-20210325?fbclid=IwAR2s6bU9Vfvgwo6sRtLHQFUbdvp7m6ERchg96IUHf7J-AUhezPqqHBjNlb4
– https://www.facebook.com/MainStandTH/posts/886672245225805
– https://www.manchestereveningnews.co.uk/news/parenting/schoolboy-who-stolen-peoples-hearts-20243211