ຊຽງຂວາງເກມ ຄາດວ່າຈະຈັດຂຶ້ນທ້າຍປີນີ້ ຫຼັງຈາກເລື່ອນເປັນເວລາ 2 ປີ


ທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໄດ້ລາຍງານໃຫ້ຮູ້ວ່າ: ແຂວງຊຽງຂວາງ ຈະຈັດງານກິລາມະຫະກຳຂຶ້ນເປັນຄັ້ງທີ 11 ເນື່ອງຈາກວ່າເລື່ອນມາເປັນເວລາ 2 ປີແລ້ວ ເຫດຜົນເພາະການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ວ່າແຜນການຈັດງານກິລານັ້ນ ຈະຈັດກິລາພຽງ 2 ຫຼື 3 ປະເພດໃນແຕ່ລະອາທິດ ເພື່ອເປັນການແກ້ໄຂຫຼຸດຜ່ອນການແອອັດ, ປ້ອງກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ ເຊິ່ງເຮົາກໍຮູ້ດີຢູ່ແລ້ວວ່າ ປັດຈຸບັນພະຍາດນີ້ຍັງບໍ່ທັນໝົດໄປຢ່າງຖາວອນ.

ນອກຈາກນີ້ ຍັງໄດ້ຕັດກິລາອອກຈາກຈຳນວນທັງໝົດ 28 ປະເພດທີ່ວາງແຜນໄວ້ ຍ້ອນວ່າຜູ້ສະໜັບສະໜູນກິດຈະກຳກິລາໃນຄັ້ງນີ້ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ບໍ່ສາມາດສະໜອງຈຳນວນເງິນໄດ້ຮອດ 100% ຕາມທີ່ຜູ້ສະໜັບສະໜູນໄດ້ສະເໜີມາກ່ອນໜ້ານີ້.

ພິທີການເປີດ-ປິດ ງານມະຫະກຳກິລາແຫ່ງຊາດ ແຂວງຊຽງຂວາງ ແມ່ນໄດ້ກະກຽມກຳລັງສວນສະໜາມ ແລະ ການສະແດງສິລະປະຈຳນວນ 200 ຄົນ ພ້ອມຈະໄດ້ຈຳກັດຈຳນວນຄົນທີ່ເຂົ້າຮ່ວມງານ ເພື່ອຫຼຸດຜ່ອນການແອອັດ.

ໜັງສືພິມວຽງຈັນທາຍ ໄດ້ລາຍງານອີກວ່າ: ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ (ຊຽງຂວາງເກມ) ຈະເປັນເຈົ້າພາບນັ້ນ ຈະຈັດຂຶ້ນໃນລະຫວ່າງເດືອນຕຸລາ ຫາ ເດືອນພະຈິກ ປີ 2021. ສຳລັບກິລາແຫ່ງຊາດ ແມ່ນຈັດຂຶ້ນໃນທຸກໆ 4 ປີ ເຊິ່ງຄັ້ງຫຼ້າສຸດນັັ້ນແມ່ນ ອຸດົມໄຊເກມ ໃນປີ 2014 ພ້ອມງານສຳເລັດຈົບງາມໄປດ້ວຍດີ ແຕ່ມາຮອດປີທີ່ແຂວງຊຽງຂວາງເປັນເຈົ້າພາບ ຈຳເປັນຕ້ອງໄດ້ເລື່ອນເພາະພະຍາດໂຄວິດ-19.

ພາບ:
https://www.facebook.com/media/set/?set=a.2924611040913905&type=3

ຂອບໃຈຂໍ້ມູນຈາກ:
Sport Update