ໄວໜຸ່ມອອສເຕເລຍສອງຄົນຖືກຈັບຂໍ້ຫາຂ້າຈິງໂຈ້ກວ່າ 14 ໂຕ


ຈິງໂຈ້ນັ້ນຖືວ່າເປັນສັນຍະລັກຂອງປະເທດອອສເຕເລຍເລີຍກໍວ່າໄດ້, ພາຍໃນມຸມມອງຂອງຄົນທົ່ວໂລກອາດຈະເບິ່ງວ່າມັນເປັນສັດທີ່ໜ້າຮັກ ແລະ ຄົນໃນປະເທດຈະຕ້ອງຮັກມັນ. ແຕ່ໃນຄວາມເປັນຈິງນັ້ນ, ຈິງໂຈ້ກໍຄືສັດທົ່ວໄປທີ່ສາມາດມີອາລົມຮຸນແຮງໄດ້ຈົນອາດຈະເປັນອັນຕະລາຍ. ເຖິງແມ່ນວ່າຈິງໂຈ້ອາດຈະມີອາລົມຮຸນແຮງ, ແຕ່ກໍບໍ່ຄວນມີໃຜເຂົ້າໄປຫຍຸ້ງກ່ຽວກັບຊີວິດຂອງພວກມັນ ຫຼື ໄປທຳຮ້າຍມັນເຊັ່ນກໍລະນີຂອງໄວໜຸ່ມທີ່ອອສເຕເລຍ.

ເຈົ້າໜ້າທີ່ໄດ້ຈັບໄວໜຸ່ມ 2 ຄົນໃນຂໍ້ຫາຂ້າຈິງໂຈ້ກວ່າ 14 ໂຕ ເຊິ່ງຊາກສັດທີ່ຕາຍຖືກພົບທີ່ຊາຍແດນໃກ້ກັບອ່າວເບທແມນ, ກຸ່ມອະນຸລັກສັດໃນເຂດພື້ນທີ່ດັ່ງກ່າວຕ່າງກໍພາກັນຕົກໃຈ ເມື່ອໄດ້ຮັບແຈ້ງໃຫ້ມາຊ່ວຍເຫຼືອຕຳຫຼວດເຂດໃນວັນເສົາຕອນເຊົ້າທີ່ຜ່ານມາ.

ເລື່ອງລາວເລີ່ມຕົ້ນທີ່ວ່າ ມີຊາວບ້ານຈາກພື້ນທີ່ນັ້ນໄດ້ພົບຊາກສັດນອນຕາຍຢູ່ຖະໜົນຈາກທັງສອງຟາກທາງລະຫວ່າງຊາຍແດນທີ່ອ່າວເບທແມນໃນວັນເສົາ ສົ່ງຜົນໃຫ້ທາງຕຳຫຼວດໄດ້ເລັ່ງການສືບສວນສອບສວນຢ່າງທັນທີ. ໃນວັນຈັນທີ່ຜ່ານມາ, ພວກເຂົາກໍໄດ້ຈັບຕົວຜູ້ກໍ່ເຫດໄດ້ ເຊິ່ງແມ່ນເດັກໜຸ່ມອາຍຸ 17 ປີ ທັງສອງຄົນ. ທັງສອງໄດ້ຖືກຈັບດ້ວຍຂໍ້ຫາຕີ ແລະ ຂ້າສັດ, ພ້ອມກຽມຕົວຂຶ້ນສານໃນເດືອນໜ້າ.

ທີມເຈົ້າໜ້າທີ່ໄດ້ພົບວ່າມີຈິງໂຈ້ໃຫຍ່ 5 ໂຕໄດ້ຕາຍທີ່ຖະໜົນ Blairs, ເມື່ອຫຍັບໄປອີກແມ່ນພົບອີກ 7 ໂຕຕາຍໃກ້ກັບພື້ນທີ່ຊາຍຫາດເມໂລນີ. ໃນຊາກສັດທີ່ຕາຍນັັ້ນລວມມີລູກຈິງໂຈ້ 2 ໂຕທີ່ໄດ້ຖືກຂ້າຕາຍນຳ ແຕ່ມີໂຕທີ 3 ເຊິ່ງໄດ້ຮັບບາດເຈັບ, ມັນລອດຕົວມາໄດ້ແລະຖືກພົບໃນມື້ຕໍ່ມາຢູ່ເຂດທີ່ພັກອາໄສຂອງຄົນໃນພື້ນທີ່ນັ້ນ ກ່ອນຈະໄດ້ສູນອະນຸລັກສັດປ່າ WIRE ເຂົ້າມາຊ່ວຍເຫຼືອ. ຈິງໂຈ້ນ້ອຍຕົວແມ່ນີ້ພາຍຫຼັງໄດ້ຖືກຕັ້ງຊື່ວ່າ Hope ທີ່ແປວ່າຄວາມຫວັງ ກໍໄດ້ເຂົ້າຮັບການປິ່ນປົວທີ່ສູນດູແລພ້ອມມີໝູ່ເປັນຈິງໂຈ້ນ້ອຍຄືກັນຊື່ວ່າ Hopper.

ໃນການຈັບກຸມຄັ້ງນີ້, ທາງເຈົ້າໜ້າທີ່ກໍບໍ່ໄດ້ໃຫ້ຂໍ້ມູນເບື້ອງເລິກຫຍັງກ່ຽວກັບຜູ້ກະທຳຜິດ. ແຕ່ເຖິງຢ່າງໃດກໍຕາມ, ພາຍໃຕ້ກົດໝາຍຂອງເມືອງນິວຊາວເວລ (New South Wales Law) ຜູ້ໃດທີ່ໄດ້ກະທຳການທາລຸນ ແລະ ທໍລະມານສັດຈະຕ້ອງໄດ້ຈຳຄຸກ 5 ປີ ພ້ອມປັບໃໝເປັນເງິນຈຳນວນ 22,000 ໂດລາອອສເຕເລຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/