ໄຟໄໝ້ໂຮງໝໍປິ່ນປົວໂຄວິດທີ່ປະເທດແມເຊີໂດເນຍເໜືອ ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ


ເວລາ 9 ໂມງແລງຂອງພື້ນທີ່ປະເທດແມເຊີໂດເນຍເໜືອ (North Macedonia), ທາງນັກດັບເພີງໄດ້ສຳເລັດການດັບໄຟທີ່ລາມໄໝ້ຕຶກຂອງໂຮງໝໍທີ່ສ້າງຂຶ້ນມາເພື່ອປິ່ນປົວຜູ້ປ່ວຍໂຄວິດໄລຍະຮຸນແຮງໂດຍສະເພາະ ພວກເຂົາໄດ້ຮີບດັບໄຟລົງຢ່າງໄວ ແຕ່ກໍຕ້ອງສູນເສຍຜູ້ປ່ວຍໄປຢ່າງໜ້ອຍ 10 ຄົນ ແລະ ມີບຸກຄະລາກອນແພດທີ່ບາດເຈັບຈາກເຫດການດັ່ງກ່າວນຳ.

ສຳລັບໂຮງໝໍນີ້ຖືກສ້າງຂຶ້ນໃນປີ 2020 ທີ່ທາງຕາເວັນຕົກຂອງເມືອງ Tetovo ເພື່ອຈັດການປິ່ນປົວຜູ້ປ່ວຍໂຄວິດໄລຍະຮຸນແຮງໂດຍສະເພາະ ແຕ່ໃນວັນພຸດຕອນຄ່ຳກໍໄດ້ເກີດແປວໄຟລະເບີດຂຶ້ນ ກ່ອນຈະລາມໄປທົ່ວຕຶກຢ່າງໄວວາ ຫຼັງຈາກເກີດເຫດ ທາງໜ່ວຍກູ້ໄພກໍໄດ້ຮີບອົບພະຍົບທັງຄະນະແພດ ແລະ ຜູ້ປ່ວຍ ໄປທີ່ເມືອງຫຼວງ Skopje. ເຖິງແມ່ນວ່າຈະອົບພະຍົບມາໄດ້ ແຕ່ທາງ Venko Filipce ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄດ້ເຕືອນວ່າຈຳນວນຜູ້ບາດເຈັບ ແລະ ຜູ້ເສຍຊີວິດຍັງມີໂອກາດເພີ່ມຂຶ້ນໄດ້ ຕອນນີ້ທາງຄະນະແພດກຳລັງຊ່ວຍເຫຼືອຊີວິດພວກເຂົາຢ່າງເຕັມທີ່.

ປະເທດແມເຊີໂດເນຍເໜືອມີປະຊາກອນຈຳນວນສອງລ້ານຄົນ ມີບໍ່ຮອດ 30% ຂອງປະຊາກອນທີ່ໄດ້ສັກວັກຊີນຄົບສອງເຂັມ. ອ້າງອີງຈາກຂໍ້ມູນຂອງມະຫາວິທະຍາໄລຮັອບກິນ, ໃນປະເທດໄດ້ມີຜູ້ຕິດເຊື້ອໂຄວິດສູງເຖິງ 180,000 ກໍລະນີ ແລະ ມີຜູ້ເສຍຊີວິດຈາກໄວຣັສດັ່ງກ່າວສູງເຖິງ 6,153 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/