ເນັ້ນໜັກ! ຍີ່ປຸ່ນເນັ້ນກວດຫາເຊື້ອໂຄວິດຈາກນັກທ່ອງທ່ຽວຈີນປະເທດດຽວ ຫຼັງມີລາຍງານວ່າຈີນກຳລັງກຽມເປີດປະເທດ

ເນັ້ນໜັກ! ຍີ່ປຸ່ນເນັ້ນກວດຫາເຊື້ອໂຄວິດ

ພາຍຫຼັງມີລາຍງານອອກມາວ່າ ສປ ຈີນ ກຳລັງກຽມທີ່ຈະເປີດປະເທດ ແລະ ຜ່ອນຄາຍມາດຕະການ ເຮັດໃຫ້ຫຼາຍປະເທດກະກຽມມາດຕະການ ແລະ ສິ່ງອຳນວຍຄວາມສະດວກໃນດ້ານຕ່າງໆເພື່ອຮັບນັກທ່ອງທ່ຽວຈາກຈີນທີ່ກຳລັງຈະຫຼັ່ງໄຫຼເຂົ້າມາ ເຊັ່ນດຽວກັນກັບປະເທດ ຍີ່ປຸ່ນ ທີ່ກຽມຈະບັງຄັບໃຫ້ຜູ້ເດີນທາງຈາກປະເທດຈີນທຸກຄົນທີ່ມາຮອດສະໜາມບິນ ຈະຕ້ອງກວດຫາເຊື້ອໂຄວິດ.

ເນັ້ນໜັກ! ຍີ່ປຸ່ນເນັ້ນກວດຫາເຊື້ອໂຄວິດ

ໂດຍ ທ່ານ ຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີ ປະເທດຍີ່ປຸ່ນ ລະບຸວ່າ ສາເຫດທີ່ເຮັດໃຫ້ຕັດສິນໃຈ ໃຊ້ມາດຕະການແບບນີ້ກັບຜູ້ເດີນທາງມາຈາກປະເທດຈີນພຽງປະເທດດຽວ ກໍຍ້ອນວ່າມີຂໍ້ມູນທີ່ລະບຸວ່າ ເຊື້ອພະຍາດໂຄວິດ-19 ໃນປະເທດຈີນນັ້ນ ມີການແຜ່ລະບາດຢ່າງໄວວາ ຂະນະດຽວກັນໃນຂໍ້ມູນທີ່ມີນັ້ນກໍຍັງບໍ່ສາມາດລະບຸໄດ້ຊັດເຈນວ່າການແຜ່ລະບາດໃນຈີນເປັນແນວໃດກັນແທ້.

ເນັ້ນໜັກ! ຍີ່ປຸ່ນເນັ້ນກວດຫາເຊື້ອໂຄວິດ

ໂດຍ ທ່ານ ຟຸມິໂອະ ຄິຊິດະ ກ່າວວ່າ: “ມັນເປັນເລື່ອງຍາກທີ່ຈະເຮັດໃຫ້ໝັ້ນໃຈວ່າສະຖານະການໃນປະເທດຈີນແທ້ໆນັ້ນ ເປັນແນວໃດ ເພາະຂໍ້ມູນລະຫວ່າງລັດຖະບານກາງ ແລະ ອຳນາດການປົກຄອງທ້ອງຖິ່ນ ລວມເຖິງຊໍ້ມູນລະຫວ່າງ ລັດຖະບານ ແລະ ເອກະຊົນ ມີຄວາມແຕກຕ່າງກັນຫຼາຍ ເລື່ອງນີ້ຈຶ່ງເຮັດໃຫ້ຄວາມກັງວົນໃນຍີ່ປຸ່ນນັ້ນເພີ່ມສູງຂຶ້ນ”

ນອກຈາກນີ້ ຟຸມິໂອະ ຄິຊິດະ ຍັງເນັ້ນອີກວ່າ ຜູ້ທີ່ເດີນທາງມາຈາກຈີນ ຫຼື ເຄີຍໄປຈີນພາຍໃນ 7 ມື້ ຈະຕ້ອງກວດຫາເຊື້ອໂຄວິດ ເມື່ອເດີນທາງມາຮອດປະເທດຍີ່ປຸ່ນ ເລີ່ມຕັ້ງແຕ່ ວັນທີ 30 ທັນວານີ້ເປັນຕົ້ນໄປ. ສ່ວນໃຜທີ່ກວດພົບວ່າຕິດເຊື້ອກໍຈະຕ້ອງກັກຕົວເປັນເວລາ 7 ມື້ ໃນສະຖານທີ່ກັກຕົວ ທີ່ລັດຖະບານຍີ່ປຸ່ນຈັດສັນໄວ້ໃຫ້.

ຢ່າງໃດກໍຕາມ ນັກທ່ອງທ່ຽວຈາກຈີນ ຖືເປັນອີກກຸ່ມໜຶ່ງ ທີ່ເດີນທາງໄປຍີ່ປຸ່ນຫຼາຍເປັນອັນດັບຕົ້ນໆ ໂດຍຈາກຂໍ້ມູນເມື່ອປີ 2019 ກ່ອນການລະບາດຂອງໂຄວິດ ເຫັນວ່າ ນັກທ່ອງທ່ຽວຈາກຈີນແຜ່ນດິນໃຫຍ່ ນັ້ນກວມເອົາເຖິງ 30% ຂອງນັກທ່ອງທ່ຽວທັງໝົດທີ່ເດີນທາງເຂົ້າມາໃນປະເທດ ຍີ່ປຸ່ນ.

ເນັ້ນໜັກ! ຍີ່ປຸ່ນເນັ້ນກວດຫາເຊື້ອໂຄວິດ

ລາຍງານທີ່ວ່າຈີນກຳລັງກະກຽມທີ່ຈະເປີດປະເທດ ແລະ ຍົກເລີກມາດຕະການທີ່ເຂັ້ມງວດກ່ຽວກັບ ໂຄວິດ-19ນັ້ນ ມີຂຶ້ນຫຼັງຕ້ອງປະເຊີນໜ້າກັບການປະທ້ວງຄັ້ງໃຫຍ່ພາຍໃນປະເທດຕິດຕໍ່ກັນເປັນເວລາຫຼາຍມື້ ໃນລະຍະຕົ້ນເດືອນທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/