ໄຂ່ເຕົ່າປອມໄຮເທັກຕິດ GPS ຊ່ວຍນັກອະນຸລັກຈັບໂຈນໄດ້ຄາໜັງຄາເຂົາ


ປະເທດຄອສຕາຣິກາ (Costa Rica) ໃນອາເມຣິກາກາງ ແກ້ໄຂບັນຫາການລັກລອບຄ້າໄຂ່ເຕົ່າທະເລ ເຊິ່ງເປັນການທຳລາຍລະບົບນິເວດ ແລະ ສິ່ງແວດລ້ອມ ດ້ວຍການໃຊ້ໄຂ່ເຕົ່າປອມໄຮເທັັກ ທີ່ຜະລິດດ້ວຍເຄື່ອງພິມສາມມິຕິ ແຖມສອດໄສ້  GPS ໄວ້ພາຍໃນດ້ວຍ

ໄຂ່ເຕົາປອມຈະຖືກນຳໄປປະສົມປົນເປກັບຂອງແທ້ທີ່ແມ່ເຕົ່າໄຂ່ຖິ້ມໄວ້ໃນຂຸມຕາມຊາຍຫາດ  ເພື່ອໃຫ້ເຈົ້າໜ້າທີ່ຕິດຕາມໂຈນທີ່ນຳມັນໄປຂາຍ ໄປຮອດເຖິງແຫຼ່ງສົ່ງມອບສິນຄ້າໄດ້ ເຊິ່ງບາງຄັ້ງຢູ່ໄປໄກເຖິງກວ່າ 100 ກິໂລແມັດ

ໄຂ່ເຕົ່າປອມໄຮເທັກ ຖືກຄິດຄົ້ນຂຶ້ນໃນປີ 2019 ໂດຍທ່ານ ດຣ. ຄິມ ວິນລຽມ-ກີເຢນ ນັກວິທະຍາສາດປະຈຳອົງກອນອະນຸລັກສິ່ງແວດລ້ອມປະຈຳປະເທດນິກາຣາກົວ (Nicaragua) ເຊິ່ງທ່ານຄິມ ໄດ້ຮັບແຮງບັນດານໃຈຈາກລະຄອນ ແລະ ຮູບເງົາແນວສືບສວນສອບສວນ ທີ່ຕຳຫຼວດມັກຈະຕິດອຸປະກອນ  GPS ກັບສິ່ງຂອງຫຼືສິນຄ້າ ທີ່ຄົນຮ້າຍເຮັດການເຄື່ອນຍ້າຍ ເພື່ອໃຫ້ຮູ້ເຖິງຄວາມເຄື່ອນໄຫວຂອງຂະບວນການນອກກົດໝາຍໄດ້.

ຫຼ້າສຸດ ມີການວິໄຈເຖິງປະສິດທິພາບຂອງໄຂ່ປອມເຫຼົ່ານີ້ໂດຍ ທ່ານ ດຣ.ເຮເລນ ຟີຊີ ຈາກມະຫາວິທະຍາໄລເຄນ ຂອງສະຫະຣາຊະອານາຈັກ ໄດ້ຕີພິມລົງວາລະສານ Current Biology ທີ່ໄດ້ລະບຸວ່າສິ່ງປະດິດໄດ້ຊ່ວຍລົດບັນຫາການລັກລອບຄ້າໄຂ່ເຕົ່າທະເລລົງໄດ້ຢ່າງຫຼາຍ ແລະ ທັງຍັງບໍ່ໄດ້ເປັນອັນຕະລາຍຕໍ່ໄຂ່ຂອງແທ້ ທີ່ຍັງບໍ່ໄດ້ຟັກອີກດ້ວຍ

ກ່ອນໜ້ານີ້ ໄຂ່ເຕົ່າທີ່ຊາຍຫາດປະເທດຄອສຕາຣິກາ  (Costa Rica) ເຖິງ 90% ບໍ່ມີໂອກາດໄດ້ຟັກເປັນລູກເຕົ່າ ເນື່ອງຈາກມີການລັກລອບນຳມາຂາຍເປັນອາຫານທີ່ຄົນນິຍົມບໍລິໂພກ. ແຕ່ຫຼັງຈາກນັກອະນຸລັກໃຊ້ໄຂ່ເຕົ່າປອມເຊິ່ງສົ່ງສັນຍານບອກພິກັດຕຳແໜ່ງຂອງມັນຊົ່ວໂມງລະຄັ້ງ ເຈົ້າໜ້າທີ່ຕຳຫຼວດກໍສາມາດຕິດຕາມແກະຮອຍຄົນຮ້າຍ ໄປຈົນເຖິງແຫຼ່ງຮັບຊື້ໄດ້.

ຈາກການທົດລອງໃຊ້ໄຂ່ເຕົ່າປອມ GPS ຈຳນວນ 101 ຫນ່ວຍ ຫຼອກລໍ້ຄົນຮ້າຍທີ່ຊາຍຫາດ 4 ແຫ່ງ ພົບວ່າໃນຈຳນວນນີ້ 25% ບໍ່ຖືກນຳອອກໄປຈາກຂຸມ ຫຼື ຖືກຄັດແຍກຖິ້ມໄປເສຍກ່ອນທີ່ຕຳຫຼວດຈະຕິດຕາມໄປຮອດຈຸດໝາຍປາຍທາງ.

ແຕ່ແນວໃດກໍຕາມ ໄຂ່ເຕົ່າປອມທີ່ຄົນຮ້າຍນຳຕິດຕົວໄປ ເຮັດໃຫ້ມີການຈັບກຸມຜູ້ລັກລອບຄ້າທັງຂະບວນການ ໄດ້ເຖິງ 5 ຄັ້ງ ໂດຍຕິດຕາມແກະຮອຍໄດ້ໄກທີ່ສຸດເຖິງ 137 ກິໂລແມັດ.

“ຄວາມຜິດຖານລັກລ້ອບຄ້າສັດປ່າ ຫຼື ຂອງປ່າ ມີໂທດໜັກກວ່າການຂຸດເອົາໄຂ່ເຕົ່າໃນເຂດຫວງຫ້າມພຽງຢ່າງດຽວ ເຊິ່ງອຸປະກອນນີ້ຊ່ວຍໃຫ້ເຮົາແກະຮອຍຕິດຕາມ ແລະ ທຳລາຍຂະບວນການຄ້າໄຂ່ເຕົ່າຕັ້ງແຕ່ຕົ້ນນຳ້ເຖິງປາຍນຳ້” ດຣ.ຟີຊີ ກ່າວ

ທີ່ມາ: https://www.bbc.com/thai/features-54452103?fbclid=IwAR18EmUny8nyS9mjgvu-3X7zAkUd0YzMnvtra-I9AR2q7q6YHRr0WsPbZxw 

https://www.theguardian.com/environment/2020/oct/05/decoy-turtle-eggs-put-in-nests-to-track-trade-in-costa-rica#:~:text=Decoy%20eggs%20made%20by%20a,illegal%20trade%20of%20their%20eggs.