ໂຫຼດມາໃຊ້ແລ້ວຫຼືຍັງ? Lao NA ແອັບຂໍ້ມູນຂ່າວສານກ່ຽວກັບສະພາແຫ່ງຊາດ ກອງປະຊຸມທຸກຄັ້ງອ່ານໄດ້ທີ່ນີ້


ເປີດຢ່າງເປັນທາງການແລ້ວ! Application ຊື່ວ່າ Lao NA ເມື່ອວັນທີ 17 ພະຈິກ 2021 ທີ່ຜ່ານມາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.

ແອັບ Lao NA ຈະມີການຮວບຮວມເອົາຂໍ້ມູນຕ່າງໆຂອງສະພາແຫ່ງຊາດ ໃນນີ້ກໍຈະມີທັງການເຄື່ອນໄຫວວຽກງານ ແລະ ຕຳແໜ່ງຕ່າງໆຂອງປະທານສະພາແຫ່ງຊາດ, ຮອງສະພາ ແລະ ຄະນະກຳມະການຕ່າງໆ ລວມໄປເຖິງຄຳຄິດເຫັນ ຫຼື ຄຳສະເໜີຂອງສະມາຊິກສະພາແຕ່ລະເຂດ ກໍຍັງລວມຢູ່ໃນນີ້ ເຮົາສາມາດໂຫຼດແອັບ ແລ້ວອ່ານບົດຂ່າວໄດ້ເລີຍ. ນອກຈາກນີ້ ຍັງມີຮູບຂອງແຕ່ລະທ່ານ ພ້ອມກັບຊື່ຕຳແໜ່ງ ສາມາດເລືອກອ່ານໄດ້ຕາມໃຈມັກ.

ຍັງບໍ່ໝົດພຽງເທົ່ານັ້ນ ຍັງມີການໂຄສະນາເຜີຍແຜ່ຂອງພາກກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ກໍຄືພາລະບົດບາດສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ເປັນຂົວຕໍ່ລະຫວ່າງປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ເປັນສື່ອອນລາຍແບບສະດວກ ແລະ ວ່ອງໄວ. ທີ່ສຳຄັນກໍເພື່ອເຂົ້າເຖິງປະຊາຊົນຢູ່ເຂດເລືອກຕັ້ງຕ່າງໆໃນທົ່ວປະເທດ ໂດຍຜ່ານສື່ທີ່ທັນສະໄໝ ແລະ ເຂົ້າເຖິງໄດ້ງ່າຍ ເຮັດໃຫ້ກາຍເປັນຊ່ອງທາງການສະແດງຄວາມຄິດເຫັນ ທັງເປັນການຜັນຂະຫຍາຍບົດບາດຢ່າງຕັ້ງໜ້າຂອງສື່ມວນຊົນ ແລະ ສິດເປັນເຈົ້າຂອງປະຊາຊົນ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ.

ການສ້າງຕັ້ງແອັບນີ້ ເປັນເທັກໂນໂລຢີ ທີ່ທັນສະໄໝຂອງສະພາແຫ່ງຊາດ ໃນການສະໜອງຂໍ້ມູນຂ່າວສານກ່ຽວກັບວຽກງານ ຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງໃຫ້ແກ່ສັງຄົມໄດ້ຮັບຮູ້ ທັງເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ການພັດທະນາເສດຖະກິດ-ສັງຄົມຂອງລັດໃນແຕ່ລະໄລຍະ.

      ເວັບໄຊ ແລະ ແອັບພິເຄຊັນ ໃຊ້ເປັນ 2 ພາສາຄື: ພາສາລາວ ແລະ ພາສາອັງກິດ, ມີໜ້າຫຼັກ ທັງໝົດ 13 ໜ້າຄື:

1. ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ.

2. ສະມາຊິກສະພາແຫ່ງຊາດ.

3. ລັດຖະທຳມະນູນ.

4. ບັນດາກົດໝາຍ.

5. ມະຕິກອງປະຊຸມ.

6. ການຮ່ວມມືສາກົນ.

7. ຂ່າວການເຄື່ອນໄຫວຂອງຄະນະນຳສະພາແຫ່ງຊາດລົງເວັບໄຊ.

8. ປະກາດ ແລະ ແຈ້ງການ.

9. ຂ່າວໜັງສືພິມ ຜູ້ແທນປະຊາຊົນ.

10. ຂ່າວວິທະຍຸ ຜູ້ແທນປະຊາຊົນ.

11. ຂ່າວໂທລະພາບ ຜູ້ແທນປະຊາຊົນ.

12. ສະມາຊິກສະພາປະຊາຊົນແຂວງ 17 ເຂດ 1 ນະຄອນຫຼວງ.

13. ປະຕິທິນ.

    ວິທີການດາວໂຫລດແອັບຂອງສະພາແຫ່ງຊາດ ມີ 3 ຂັ້ນຕອນຄື:

  1. ເຂົ້າໄປທີ່ເຄື່ອງໝາຍເພສະຕໍ (Play Store) ສໍາລັບມືຖືລະບົບແອນດຣອຍ ຫຼື ເຄື່ອງໝາຍ ແອັບສະຕໍ (App Store) ສໍາລັບມືຖືລະບົບ iOS ຫລັງຈາກນັ້ນ, ໃຫ້ຊອກຄໍາວ່າ Lao NA.
  2. ກົດເຂົ້າໄປເຄື່ອງໝາຍ, ກົດຕິດຕັ້ງ ແລ້ວລໍຖ້າຈົນກວ່າການຕິດຕັ້ງສໍາເລັດ.
  3. ຫຼັງຈາກການດາວໂຫຼດສໍາເລັດແລ້ວ ທ່ານກໍສາມາດອ່ານຂ່າວໜ້າຫຼັກ ຫຼື ຂ່າວຫຼ້າສຸດໄດ້ຕາມໃຈມັກ.

    ນອກຈາກຕິດຕາມຂ່າວສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງແລ້ວ ທ່ານຍັງສາມາດເຂົ້າເຖິງກົດໝາຍແລະນິຕິກຳຕ່າງໆໄດ້ອີກ.

ສາມາດດາວໂຫຼດໄດ້ທີ່ລິ້ງ: https://play.google.com/store/apps/details?id=la.com.na

ສ່ວນ IOS ແມ່ນຍັງບໍ່ປົກກະຕິ ອາດຈະໂຫຼດໄດ້ພາຍໃນອາທິດໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/