ຕະຫຼອດເກືອບ 2 ທົດສະວັດທີ່ຜ່ານມາ ປະຕິເສດບໍ່ໄດ້ວ່າວົງການບານເຕະໂລກ ຖືກປົກຄອງຈາກ 2 ນັກເຕະທີ່ດີທີ່ສຸດໃນປະຫວັດສາດບານເຕະ ຢ່າງ ຄຣິສເຕຍໂນ ໂຣນັລໂດ້ ແລະ ລີໂອເນວ ເມສຊີ່. ໂດຍທັງ 2 ໄດ້ປ່ຽນກັນດີປ່ຽນກັນເດັ່ນ ຈາກການທີ່ທັງ 2 ໄດ້ມີລາຍຊື່ເຂົ້າຊິງຮາງວັນ Ballon d’Or ຮາງວັນທີ່ຊົງຄຸນຄ່າທີ່ສຸດໃນວົງການບານເຕະ ມາຕະຫຼອດເປັນໄລຍະເວລາ 15 ປີ ຖືໄດ້ວ່າເປັນ 2 ນັກເຕະທີ່ມີລາຍຊື່ເຂົ້າຊິງຮາງວັນນີ້ຫຼາຍທີ່ສຸດໃນໂລກ.

ຈົນມາຮອດປີ 2022 ຈາກການປະກາດຮາງວັນ Ballon d’Or 2022 ຜົນຄະແນນທີ່ອອກມາພົບວ່າ 10 ອັນດັບທຳອິດຂອງລາຍຊື່ນັກເຕະທີ່ໄດ້ຄະແນນສູງສຸດ ບໍ່ມີຊື່ຂອງ ຄຣິສເຕຍໂນ ໂຣນັລໂດ້ ແລະ ລີໂອເນວ ເມສຊີ່. ໂດຍ ໂຣນັລໂດ້ ມີຄະແນນເປັນອັນດັບ 20 ຈາກ 30 ອັນດັບທຳອິດ ຂະນະທີ່ ເມສຊີ່ ບໍ່ຢູ່ໃນ 30 ລາຍຊື່ ຕັ້ງແຕ່ທຳອິດ ເມື່ອພິຈາລະນາຈາກລະດູການ 2021/22 .

ການປະກາດຮາງວັນຄັ້ງນີ້ ນັບເປັນຄັ້ງທຳອິດ ທີ່ລາຍຊື່ຜູ້ຫຼິ້ນທີ່ມີຄະແນນສູງສຸດ 10 ອັນດັບທຳອິດ ບໍ່ມີທັງຊື່ ຄຣິສເຕຍໂນ ໂຣນັລໂດ້ ແລະ ລີໂອເນວ ເມສຊີ່ ໃນຮອບ 15 ປີ ໂດຍນັບຕັ້ງແຕ່ ປີ 2007 ທີ່ຕອນນັ້ນທັງ 2 ຄົນໄດ້ມີຊື່ເຂົ້າຊິງຮາງວັນນີ້ ໂດຍໃນເວລານັ້ນ ໂຣນັລໂດ້ ໄດ້ອັນດັບ 2 ແລະ ເມສຊີ່ ນັ້ນໄດ້ອັນດັບ 3.

ຈາກນັ້ນທັງ ເມສຊີ່ ແລະ ໂຣນັລໂດ້ ກໍປ່ຽນກັນຄວ້າຮາງວັນ Ballon d’Or ໂດຍເມສຊີ່ໄດ້ຮາງວັນນີ້ໄປ 7 ສະໄໝ ຂະນະທີ່ໂຣນັລໂດ້ນັ້ນ ຄວ້າໄປ 5 ສະໄໝ. ໂດຍໃນຍຸກທີ່ 2 ຄົນນີ້ຄອງໂລກບານເຕະ ມີພຽງນັກເຕະຄົນດຽວທີ່ສາມາດໂດດເດັ່ນຂຶ້ນມາຈົນສາມາດຄວ້າຮາງວັນນີ້ ແຊງໜ້າທັງ 2 ກໍຄື ລູກ້າ ໂມດິສ ໃນປີ 2018. ໃນຕອນນັ້ນ ໂຣນັລໂດ້ ມີຄະແນນເປັນອັນ 2 ແລະ ເມສຊີ່ ມີຄະແນນເປັນອັນດັບ 5.
ສິ່ງເຫຼົ່ານີ້ ສາມາດສະທ້ອນໃຫ້ເຮົາເຫັນໄດ້ວ່າ ມາຮອດມື້ນີ້ ໃນວົງການບານເຕະ ອາດຈະໝົດຍຸກຂອງ 2 ຄົນນີ້ແລ້ວ ຫຼືບໍ່. ແຕ່ຢ່າງໃດກໍຕາມ ດັ່ງທີ່ເຮົາຮູ້ກັນດີວ່າ ສຳລັບ 2 ຄົນນີ້ແມ່ນບໍ່ມີສິ່ງໃດທີ່ເປັນໄປບໍໄດ້, ເຮົາມາເບິ່ງນຳກັນວ່າ ໃນການປະກາດຮາງວັນໃນປີໜ້າ ທີ່ຈະນັບຜົນງານຈາກການແຂ່ງຂັນບານໂລກ ໃນປາຍປີນີ້ 2 ຄົນນີ້ຈະກັບມາຍິ່ງໃຫຍ່ໃນເວທີນີ້ໄດ້ອີກຫຼືບໍ່.

ໂດຍ ລີໂອເນວ ເມສຊີ່ ໄດ້ປະກາດແລ້ວວ່າ ການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ຈະເປັນບານໂລກຄັ້ງສຸດທ້າຍຂອງຕົນເອງ. ສ່ວນຄຣິສເຕຍໂນ ໂຣນັລໂດ້ ຍັງບໍ່ໄດ້ປະກາດຢ່າງຊັດເຈນ ແຕ່ຈາກອາຍຸ ສະພາບຮ່າງກາຍ ຫຼາຍຄົນກໍຄາດກັນວ່າ ການແຂ່ງຂັນບານໂລກ 2022 ນີ້ ຈະເປັນ ບານໂລກ ຄັ້ງສຸດທ້າຍຂອງລາວເຊັ່ນກັນ.
ສຳລັບຜົນງານຂອງ ເລໂອເນວ ເມສຊີ່ ໃນລະດູການ 2021/2022 ທີ່່ຜ່ານມາແມ່ນ ລົງສະໜາມໄປ 32 ນັດຍິງປະຕູໄປທັງໝົດ 11 ປະຕູ ແລະ ຊ່ວຍໝູ່ເຮັດປະຕູອີກ 15 ເທື່ອ. ສ່ວນ ຄຣິສເຕຍໂນ ໂຣນັລໂດ້ ແມ່ນ ຍິງປະຕູໄປທັງໝົດ 24 ປະຕູ ຈາກການລົງສະໜາມໄປ 39 ນັດ ແລະ ຊ່ວຍໝູ່ເຮັດປະຕູອີກ 3 ເທື່ອ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment