ໂຣກ Schizophrenia ແມ່ນຫຍັງ?


ຄຳວ່າ Schizo ແປວ່າແຍກອອກ (Split) ແລະ ຄຳວ່າ Phrenia ແປວ່າຈິດໃຈ (Mind) ເມື່ອລວມກັນໄດ້ຄຳວ່າ Schizophrenia (ສະກິໂຊເຟຣເນຍ). ໂຣກ Schizophrenia ແມ່ນໂຣກທີ່ຜູ້ປ່ວຍບໍ່ສາມາດແຍກແຍະໄດ້ລະຫວ່າງຄວາມເປັນຈິງ ຫຼື ຈິນຕະນາການ, ບໍ່ແມ່ນໂຣກຫຼາຍບຸກຄະລິກແບບທີ່ຫຼາຍຄົນເຂົ້າໃຈ. Schizophrenia ແມ່ນໂຣກຄວາມຜິດປົກກະຕິຂອງສະໝອງທີ່ຮ້າຍແຮງ ມີອາການເຊັ່ນ: ການເຫັນພາບຫຼອນ, ​ພາບລວງຕາ, ຄຳເວົ້າທີ່ບໍ່ເປັນລະບົບລະບຽບ, ມີບັນຫາກ່ຽວກັບລະບົບການຄິດ.

ໂຣກ Schizophrenia ນັ້ນບໍ່ມີທາງແກ້ໃຫ້ເຊົາໄປເລີຍໄດ້ ແຕ່ເມື່ອໄດ້ຮັບການຮັກສາທີ່ດີກໍສາມາດບັນເທົາອາການລົງໄດ້ເຊັ່ນກັນ. ຄວາມຖີ່ ແລະຄວາມຮ້າຍແຮງຂອງອາການຈະເກີດຂຶ້ນແຕກຕ່າງກັນໄປກັບແຕ່ລະບຸກຄົນ. ແຕ່ລະອາການຈະຖືກຈັດແຍກອອກເປັນສາມໝວດເຊັ່ນ:

  • Positive Symptoms: ເປັນການເພີ່ມຂຶ້ນຈາກສິ່ງທີ່ບໍ່ມີ ບໍ່ວ່າຈະເປັນການເກີດພາບຫຼອນເຊັ່ນ: ການເຫັນ ຫຼື ໄດ້ຍິນສິ່ງທີ່ບໍ່ມີຕົວຕົນ, ການວິຕົກກັງວົນ, ມີແນວຄິດ ແລະຄວາມເຂົ້າໃຈທີ່ບິດເບືອນໄປຈົນຮອດພຶດຕິກຳ.
  • Negative Symptoms: ເປັນອາການທີ່ລົດລົງ ຫຼື ສູນເສຍຈາກການປະມວນຜົນໃນຕົວບຸກຄົນທົ່ວໄປເຊັ່ນ: ການລົດໃຊ້ຄຳເວົ້າ, ບໍ່ສາມາດສະແດງອາລົມ ຫຼື ບໍ່ສາມາດມີອາລົມຮ່ວມໄດ້, ສູນເສຍຄວາມສົນໃຈ ຫຼື ແຮງຈູງໃຈ.
  • Cognitive Symptoms/ Disorganized Symptoms: ຜູ້ທີ່ເປັນຈະຂາດສະມາທິ, ມີບັນຫາໃນການຈື່ຈຳ ໄປຮອດການຮຽນຮູ້ ແລະ ການຮັບເອົາຂໍ້ມູນໃໝ່ໆເຂົ້າມາ ຈຶ່ງເປັນອາການທີ່ຍາກທີ່ຈະສັງເກດໄດ້.

ໃນການກວດໂຣກນີ້ ຜູ້ປ່ວຍຈະຕ້ອງມີອາການເຫັນພາບຫຼອນ, ການໃຊ້ຄຳເວົ້າທີ່ບໍ່ເປັນລະບຽບ ຢ່າງໃດຢ່າງໜຶ່ງ ແລະ ພຶດຕິກຳທີ່ບໍ່ເປັນລະບົບລະບຽບ, Negative Symptoms, ຫຼື Cognitive Symptoms ຕ້ອງຢ່າງໃດຢ່າງໜຶ່ງ ຕໍ່ເນື່ອງເປັນເວລາ 6 ເດືອນ​ ໂດຍທີ່ບໍ່ມີໂຣກອື່ນໆແຊກຊ້ອນເຂົ້າມາ.

ສາເຫດທີ່ເຮັດໃຫ້ເກີດໂຣກ Schizophrenia ນັ້ນຍັງບໍ່ເປັນທີ່ຮູ້ໄດ້ແນ່ຊັດ, ແຕ່ວ່າທາງນັກວິທະຍາສາດເຊື່ອວ່າມັນເປັນການລວມກັນຂອງຢີນກຳມະພັນ, ເຄມີໃນສະໝອງ ແລະ ຜົນຂອງສະພາບແວດລ້ອມຕ່າງກໍມີສ່ວນໃນການພັດທະນາໂຣກດັ່ງກ່າວ.

ທີ່ມາ: https://bit.ly/3tc8N56

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/