ໂຈ ໄບເດນແຈກຊຸດກວດໂຄວິດແບບໄວໃຫ້ປະຊາຊົນ 500 ລ້ານຊຸດຟຣີ ເພື່ອຈັດການຮັບມືກັບການລະບາດຂອງ Omicron


ໃນວັນອັງຄານທີ່ຜ່ານມາ, ປະທານາທິບໍດີ ໂຈ ໄບເດນໄດ້ອອກມາກ່າວວ່າ ທາງລັດຖະບານໄດ້ມີແຜນການບໍລິຫານທີ່ຈະຮັບມືກັບການລະບາດຂອງເຊື້ອໂຄວິດນີ້ ເຊິ່ງບັນຫາໃຫຍ່ທີ່ພົບໄດ້ເລີຍແມ່ນ ການກວດຫາເຊື້ອ. ໃນໄລຍະອາທິດທີ່ຜ່ານມາໄດ້ເກີດການຕິດເຊື້ອເປັນຈຳນວນຫຼາຍພາຍໃນສະຫະລັດອາເມຣິກາ ແລະ ເຊື້ອທີ່ຕິດຫຼາຍກວ່າເຄິ່ງນັ້ນແມ່ນສາຍພັນ Omicron. ການຈະເຂົ້າໄປກວດຫາເຊື້ອກໍຕ້ອງຢືນຖ້າລໍຄິວຕາມສູນກວດກາເພື່ອໄປກວດຫາເຊື້ອ ເຊິ່ງມັນໄດ້ສ້າງຄວາມຫຼ້າຊ້າຫຼາຍ.

ປັດຈຸບັນແມ່ນໄດ້ມີຈຸດກວດເຊື້ອໃຫ້ບໍລິການຢູ່ແລ້ວ 20,000 ແຫ່ງ ແຕ່ທຳນຽບຂາວຍັງໄດ້ມີການວາງແຜນຕິດຕັ້ງສະຖານທີ່ກວດເຊື້ອເພີ່ມຂຶ້ນທົ່ວປະເທດ ແລະ ສູນກວດເຊື້ອທຳອິດຈະເລີ່ມເປີດໃນນິວຢອກ ກ່ອນວັນເທສະການຄຣິສມາສ ທີ່ທຸກຄົນກຳລັງມີຄວາມກັງວົນໃຈວ່າຈະເປັນຕົ້ນເຫດໃຫ້ເກີດການລະບາດຮອບໃຫຍ່ອີກຄັ້ງ.

ນອກຈາກນີ້, ທາງລັດຖະບານໄດ້ມີການກະກຽມແຈກຢາຍຊຸດກວດໂຄວິດແບບໄວໃຫ້ແກ່ປະຊາຊົນໄດ້ໃຊ້ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍ ເປັນຈຳນວນ 500 ລ້ານຊຸດ ໂດຍຈະມີການຕິດຕັ້ງເວັບໄຊໃຫ້ແກ່ຜູ້ທີ່ຕ້ອງການຊຸດກວດນັ້ນ ເຊິ່ງຈະເລີ່ມປະຕິບັດແຜນດັ່ງກ່າວໃນເດືອນໜ້າ ແລະ ຈະຈັດສົ່ງເຄື່ອງກວດດັ່ງກ່າວໃຫ້ທົ່ວທຸກຄົວເຮືອນພາຍໃນປະເທດ. ເພື່ອໃຫ້ການແຈກຢາຍອຸປະກອນເປັນຜົນດີທີ່ສຸດ, ໂຈ ໄບເດນ ຍັງໄດ້ໃຫ້ສະມາຊິກຈາກທະຫານ 1,000 ຄົນ ພ້ອມທັງພະນັກງານຊ່ວຍເຫຼືອສຸກເສີນ ເຂົ້າມາຊ່ວຍຈັດການບໍລິຫານຕາມໂຮງໝໍ ແລະ ສະຖານທີ່ ທີ່ຂາດບຸກຄະລາກອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/