ແອັບຈອງທີ່ພັກອອນລາຍ Airbnb ຄາດການ ການຟື້ນຕົວຂອງການເດີນທາງທີ່ກຳລັງກັບມາ


ຫຼັງຈາກທີ່ອຸດສາຫະກຳການທ່ອງທ່ຽວທົ່ວໂລກໄດ້ຮັບຜົນກະທົບຢ່າງຮຸນແຮງຈາກພິດຂອງການແຜ່ລະບາດຂອງໂຄວິດ-19 ຈົນໃນທີ່ສຸດແອັບພິເຄຊັນຈອງທີ່ພັກອອນລາຍຢ່າງ Airbnb ໄດ້ອອກມາຄາດການການຟື້ນຕົວຂອງການເດີນທາງ ຫຼັງຈາກເກີດການຢຸດຕົວໄປຢ່າງດົນນານ ເຊິ່ງແນວໃດກໍຕາມ ທາງບໍລິສັດກ່າວວ່າ” “ຍັງໄວເກີນໄປທີ່ຈະຄາດການວ່າທຸລະກິດຈະດຳເນີນໄປແນວໃດໃນປີນີ້”

ລາຍຮັບຂອງບໍລິສັດແມ່ນໄດ້ລົດລົງ 30% ໃນປີ 2020 ເຫຼືອ 3.4 ພັນລ້ານໂດລາສະຫະລັດ ເນື່ອງຈາກຂໍ້ຈຳກັດໂຄວິດ-19 ທີ່ເຮັດໃຫ້ຫຼາຍຄົນບໍ່ສາມາດເດີນທາງໄດ້.

ບໍລິສັດກ່າວວ່າ ການເດີນທາງໃນປີນີ້ລົດລົງໜ້ອຍກວ່າໄລຍະ 3 ເດືອນສຸດທ້າຍຂອງປີ 2020 ແຕ່ຍັງດີກວ່າທີ່ນັກວິເຄາະຫຼາຍຄົນຄາດໄວ້ ເນື່ອງຈາກການຟື້ນຕົວຂອງຈຳນວນຜູ້ຕິດເຊື້ອໂຄວິດ-19 ແລະ ຂໍ້ຈຳກັດການປິດປະເທດທີ່ເລີ່ມຜ່ອນຄາຍໃນຫຼາຍພື້ນທີ່.

“ການເດີນທາງກຳລັງຈະກັບມາອີກຄັ້ງ ແລະ ເຮົາຈະເນັ້ນໄປທີ່ການກຽມຄວາມພ້ອມສຳລັບການຟື້ນຕົວເຫຼົ່ານັ້ນ” Brian Chesky ປະທານເຈົ້າໜ້າທີ່ບໍລິຫານກ່າວ.

ໄບອັນ ຄາດວ່າຈະມີຮູບແບບຂອງການເດີນທາງໃໝ່ໆເກີດຂຶ້ນຈາກການແຜ່ລະບາດເຊິ່ງອາດຈະເປັນປະໂຫຍດຕໍ່ບໍລິສັດ ໂດຍເບິ່ງວ່າຮູບແບບການພັກຢູ່ໃນບ້ານສ່ວນຕົວຈະດຶງດູດຜູ້ຄົນທີ່ເດີນທາງມາຢ້ຽມຢາມຄອບຄົວ ແລະ ໝູ່ເພື່ອນ. ນອກຈາກນີ້ ຮູບແບບການເຮັດວຽກໄລຍະໄກ ຍັງຊ່ວຍໃຫ້ຜູ້ຄົນເດີນທາງທ່ອງທ່ຽວໃນຊ່ວງວັນພັກທ້າຍອາທິດຫຼາຍຂຶ້ນ ຫຼື ຈົນເຖິງອາດມີຫຼາຍຄົນເລືອກໃຊ້ເວລາຫຼາຍເດືອນຢູ່ທີ່ພັກໃໝ່ທີ່ບໍໍ່ແມ່ນເຮືອນ.

“ເຮົາໄດ້ເຫັນກໍລະນີໃໝ່ໆ ທີ່ເປັນປະໂຫຍດຈຳນວນຫຼາຍ ເຮົາບໍ່ຄິດວ່າຮູບແບບການທ່ອງທ່ຽວຈະກັບໄປເປັນຄືໃນປີ 2019 ອີກຕໍ່ໄປ ມັນຈະປ່ຽນ ແລະ ແຕກຕ່າງອອກໄປ” ໄບອັນ ກ່າວ.

ແນວໃດກໍຕາມ Airbnb ຍັງເຕືອນວ່າ ຄວາມຊັດເຈນສຳລັບເລື່ອງການເດີນທາງຍັງເອົາແນ່ເອົານອນຢ່າງຊັດເຈນບໍ່ໄດ້ໃນປີ 2021 ນີ້ ເນື່ອງຈາກຄວາມຍາກລຳບາກໃນການກຳນົດຈັງຫວະໃນການສັກວັກຊີນຂອງແຕ່ລະປະເທດແຕ່ລະແຫ່ງ ແລະ ຜົນກະທົບທີ່ກ່ຽວຂ້ອງກັບຄວາມເຕັມໃຈທີ່ຈະເດີນທາງຂອງຜູ້ຄົນ.

“ຜູ້ຄົນທົ່ວໂລກເດີນທາງໃນປະເທດຫຼາຍຂຶ້ນໃນໄລຍະທີ່ມີການລະບາດຂອງໂຣກ ແຕ່ຍັງບໍ່ພຽງພໍທີ່ຈະຊົດເຊີຍຄວາມສູນເສຍຂອງທຸລະກິດຈາກການທ່ອງທ່ຽວລະຫວ່າງປະເທດໄດ້” Airbnb ບໍລິສັດທີ່ມີການໃຊ້ງານຫຼາຍກວ່າ 220 ປະເທດ ເສີມຕໍ່.

ພາບ:​ bbc.com, pymnts.com, news.yahoo.com

ຂອບໃຈຂໍ້ມູນຈາກ: