ແພດແຜນບູຮານຈາກໄທເຕືອນ! ຖ້າສູດດົມກິ່ນດອກຕີນເປັດຫຼາຍເກີນໄປອາດມີໂອກາດສ່ຽງຕໍ່ຫົວໃຈ

ແພດແຜນບູຮານ

ຮອດຍາມໜາວເມື່ອໃດແຖວເຮືອນໃຜທີ່ປູກຕົ້ນຕີນເປັດ ເຊື່ອວ່າໜ້າຈະໄດ້ກິ່ນຈາກດອກຂອງຕົ້ນໄດ້ຢ່າງຊັດເຈນ ບາງຄົນທີ່ໄດ້ກິ່ນກໍບອກວ່າຫອມດີ ແຕ່ໃນອີກດ້ານບາງຄົນກໍບອກວ່າເໝັນຈົນວິນຫົວ. ແຕ່ຢ່າງໃດກໍຕາມເມື່ອບໍ່ດົນມານີ້ແພດແຜນບູຮານຈາກໄທໄດ້ອອກມາເຕືອນກ່ຽວກັບການດົມກິ່ນຈາກຕົ້ນດອກຕີນເປັດວ່າ ຖ້າຫາກເຮົາດົມກິ່ນດອກຕີນເປັດຫຼາຍເກີນໄປອາດມີໂອກາດສ່ຽງຕໍ່ການເຮັດວຽກຂອງຫົວໃຈ.

ແພດແຜນບູຮານ

ເມື່ອວັນທີ 9 ພະຈິກ 2022 ສຳນັກຂ່າວ “ข่าวสด” ໄດ້ລາຍງານວ່າ ທີ່ສະຖານີຂົນສົ່ງຜູ້ໂດຍສານແຫ່ງໜຶ່ງໃນແຂວງ ຕຣາດ ປະເທດໄທ ມີຕົ້ນຕີນເປັດກວ່າ 20 ຕົ້ນກໍາລັງອອກດອກເບັ່ງບານສົ່ງກິ່ນໄປທົ່ວບໍລິເວນສະຖານີຜູ້ໂດຍສານ ເຮັດໃຫ້ຄົນທີ່ຢູ່ບໍລິເວນດັ່ງກ່າວຕ້ອງດົມກິ່ນດອກຕີນເປັດເປັນເວລາດົນນານ.

ແພດແຜນບູຮານ

ເຊິ່ງທາງດ້ານ ນາງ ມະຍຸຣີ ບຸນສົ່ງ ອາຍຸ 35 ປີ ເປັນແພດແຜນບູຮານໄທ ປະຈໍາການ ທີ່ໂຮງໝໍຕຣາດ ສາຂາວັດໄຜ່ລ້ອມ ໄດ້ອອກມາເປີດເຜີຍວ່າ ໃນໄລຍະນີ້ເປັນໄລຍະທີ່ຕົ້ນຕີນເປັດອອກດອກ ແລະຈະສົ່ງກິ່ນໄປທົ່ວບໍລິເວນ ໂດຍສະເພາະໃນຕອນແລງຕົ້ນຕີນເປັດສົ່ງກິ່ນອອກມາຫຼາຍທີ່ສຸດ ເຊິ່ງຕົ້ນຕີນເປັດນັ້ນມີທັງປະໂຫຍດແລະໂທດ, ໄດ້ ປະໂຫຍດນັ້ນກໍຄືນຳເປືອກຂອງມັນໃຊ້ເປັນຢາປິ່ນປົວພິດໄຂ້ຕ່າງໆໄດ້.

ແພດແຜນບູຮານ

ແລະໃນສ່ວນຂອງໂທດນັ້ນດອກທີ່ສົ່ງກິ່ນແຮງ ແມ່ນຈະເປັນກິ່ນຂອງສານໄຊຍາໄນ (cyanide) ມີຜົນຕໍ່ລະບົບຫົວໃຈໂດຍກົງແລະການໝຸນວຽນຂອງເລືອດ ເຊິ່ງຫາກດົມເປັນເວລາດົນອາດເຮັດໃຫ້ເກີດອາການວິນຫົວ, ໜ້າມືດ, ມີອາການເຄັ່ງຕຶງບໍລິເວນຫຼັງຄໍ ອາດຈະເກີດອັນຕະລາຍຕໍ່ຊີວິດ ເພາະມັນສ່ຽງເຮັດໃຫ້ຫົວໃຈເຮັດວຽກຜິດປົກກະຕິໄດ້.

ພ້ອມນັ້ນ ນາງ ມະຍຸຣີ ຍັງບອກອີກວ່າ ຂໍເຕືອນປະຊາຊົນຫາກຢູ່ໃກ້ກັບຕົ້ນຕີນເປັດ ຄວນຫຼີກເວັ້ນໃຫ້ດີທີ່ສຸດ ບໍ່ແນະນຳໃຫ້ດົມ ແລະຫາກຫຼີກເວັ້ນບໍ່ໄດ້ກໍຕ້ອງໃສ່ໜ້າກາກອະນາໄມເພາະຈະຊ່ວຍລົດການໄດ້ກິ່ນ ແລະຫາກເກີດອາການວິນຫົວແບບກະທັນຫັນ ແນະນຳໃຫ້ໃຊ້ຢາດົມ, ໃຊ້ນ້ຳມັນເຫຼືອງ (ນ້ຳມັນສະໝຸນໄພ) ຊ່ວຍປະຖົມພະຍາບານໃນຂັ້ນເບື້ອງຕົ້ນ ໂດຍໃຫ້ທາບໍລິເວນຫຼັງຄໍ ແລະຂະໝັບທັງ 2 ຂ້າງເພື່ອໃຫ້ເລືອດໄຫຼວຽນຕາມປົກກະຕິ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/